ໂກລົມບີ ປະກາດ “ພາວະໄພພິບັດແຫ່ງຊາດ”

11/08/2026 11:33
ຂປລ ລັດຖະບານໂກລົມບີ ໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບ ແຜ່ນດິນໄຫວ ລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນ ຢູ່ພາກຕາເວັນຕົກຂອງປະເທດ ໃນວັນທີ 10 ສິງຫານີ້.

ຂປລ. ວິທະຍຸ-ໂທລະພາບສູນກາງຈີນ,  ລັດຖະບານໂກລົມບີ ໄດ້ປະກາດເຂົ້າສູ່ພາວະໄພພິບັດແຫ່ງຊາດເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດ ໃນວັນທີ 10 ສິງຫານີ້. ອີງຕາມຖະແຫລງ ການຫລ້າສຸດ ທີ່ລັດຖະບານໂກລົມບີ ເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງ ເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ພາຍຫລັງເກີດແຜ່ນດິນໄຫວຢ່າງຮຸນແຮງຢູ່ໂກລົມບີ, ສະໜາມບິນຫລາຍແຫ່ງຂອງໂກລົມບີ ໄດ້ຍຸດຕິການບໍລິການຊົ່ວຄາວ ເຮັດໃຫ້ຖ້ຽວບິນຈໍານວນຫລວງຫລາຍ ຈໍາເປັນຕ້ອງຍົກເລີກ ຫລື ເລື່ອນເວລາການບິນ. ສະມາຄົມເມືອງຫລວງແຫ່ງໂກລົມບີ ໄດ້ປະກາດຜ່ານສື່ສັງຄົມອອນລາຍວ່າ: ທາງສະມາຄົມພວມຮັກສາການຕິດຕໍ່ພົວພັນຢ່າງໃກ້ຊິດກັບບັນດາເມືອງຫລວງ ຂອງແຂວງທີ່ປະສົບໄພ ເພື່ອຮັບຮູ້ກ່ຽວກັບສະຖານະການໄພພິບັດ ແລະ ຄວາມຕ້ອງການຊ່ວຍເຫລືອກູ້ໄພ ຢູ່ທ້ອງຖິ່ນຕ່າງໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top