ຂປລ
ວຽກງານ ກະກຽມ ເຂດວາງສະແດງ ປັນຍາປະດິດ ຫລື AI ຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ. ເມື່ອຮອດເວລາຈັດງານ, ຈະມີວິສາຫະກິດຕາງໜ້າດ້ານ AI ປະມານ 100 ແຫ່ງເຂົ້າຮ່ວມ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກກອງເລຂາ ງານວາງສະແດງ ສິນຄ້າຈີນ-ອາຊຽນ ໃຫ້ຮູ້ໃນວັນທີ 10 ສິງຫານີ້ວ່າ: ວຽກງານ ກະກຽມ ເຂດວາງສະແດງ ປັນຍາປະດິດ ຫລື AI ຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23 ໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍແລ້ວ. ເມື່ອຮອດເວລາຈັດງານ, ຈະມີວິສາຫະກິດຕາງໜ້າດ້ານ AI ປະມານ 100 ແຫ່ງເຂົ້າຮ່ວມ ງານວາງສະແດງ ດ້ວຍຜົນງານຫລ້າສຸດຂອງຕົນ ເພື່ອຊ່ວຍຊຸກຍູ້ ໃຫ້ທ່າແຮງດ້ານເຕັກໂນໂລຊີ ຂອງ ສປ ຈີນ ເຊື່ອມຕໍ່ກັບ ຄວາມຕ້ອງການ ຂອງຕະຫລາດອາຊຽນ ຢ່າງມີປະສິດທິພາບສູງ. ເຂດວາງສະແດງ ຍັງຈະສຸມໃສ່ ການວາງສະແດງກໍລະນີ ດ້ານການຮ່ວມມື ທີ່ປະສົບຜົນສຳເລັດ ໃນການນຳເອົາເຕັກໂນໂລຊີ AI ຂອງ ສປ ຈີນ ມາຈັດຕັ້ງປະຕິບັດ ຢູ່ພາກພື້ນອາຊຽນ ພ້ອມດ້ວຍ ສະພາບການປະຍຸກໃຊ້ ໃນຂົງເຂດຕ່າງໆ ເຊັ່ນ: ການເພີ່ມຄວາມສາມາດ ໃຫ້ແກ່ ອຸດສາຫະກຳ ການຜະລິດ, ການປິ່ນປົວ ແລະ ດູແລສຸຂະພາບ, ກະສິກຳ ແລະອື່ນໆ. ໂດຍຜ່ານ ຈາກການຈຳລອງ ສະພາບການປະຍຸກໃຊ້ຕົວຈິງ, ນັກທຸລະກິດ ຈາກອາຊຽນບໍ່ພຽງ ແຕ່ຈະສາມາດຮັບຮູ້ ແຜນການດ້ານເຕັກໂນໂລຊີ ໂດຍກົງເທົ່ານັ້ນ, ຍັງຈະສາມາດສຳຜັດກັບ ປະສົບການ ໃນການໃຊ້ ງານຜະລິດຕະພັນ ທີ່ກ່ຽວຂ້ອງ ເຊິ່ງສາມາດບັນລຸ ການເຊື່ອມຕໍ່ໂດຍກົງ ລະຫວ່າງ ເຕັກໂນໂລຊີ ກັບການປະຍຸກໃຊ້ຕົວຈິງ. ສຳລັບ ງານວາງສະແດສິນຄ້າຈີນ-ອາຊຽນຄັ້ງທີ 23 ຈະຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ ໃນລະຫວ່າງ ວັນທີ 17 ຫາ 21 ກັນຍາໜ້ານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL