ຮວຜທ ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026

05/08/2026 09:58
Email Print 1623
ຂປລ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ (ຮວຜທ) ຈັດຕັ້ງ ກອງປະຊຸມສະຫລຸບວຽກງານຮອບ ດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2026 ໃນວັນທີ 3 ສິງຫາ 2026

ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາການຫົວໜ້າ ການເມືອງໂຮງຮຽນ, ມີຄະນະພັກຄະນະອຳນວຍການ, ຄະນະຫ້ອງ, ຄະນະກອງພັນ, ຄູ-ອາຈານ ຕະ ຫລອດຮອດພະນັກງານ-ນັກຮົບ ທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ສຸກິນດາ ເຮືອງວິສິດ ຮອງຫົວໜ້າຫ້ອງການ ແລະ ບໍລິຫານໂຮງຮຽນໄດ້ຜ່ານບົດ ສະຫລຸບການເຄື່ອນໄຫວວຽກງານ ຮອບດ້ານໃນໄລຍະ 6 ເດືອນຕົ້ນ ປີທີ່ຜ່ານມາ ຊຶ່ງຄະນະພັກ-ຄະນະ ບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ພະ ນັກງານ-ນັກຮົບ, ນັກຮຽນຮັບຮູ້ ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ, ກົດລະບຽບຂອງກອງທັບ, ຂໍ້ ກຳນົດຂອງໂຮງຮຽນຢ່າງເລິກ ເຊິ່ງເຮັດໃຫ້ພະນັກງານ-ນັກຮົບ, ນັກຮຽນມີແນວຄິດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ ວຽກງານຕາມການມອບໝາຍໄດ້ ເປັນຢ່າງດີ, ໄດ້ຈັດປາຖະກະຖາ ມູນເຊື້ອຂອງຊາດ, ຂອງພັກ, ຂອງ ກອງທັບ ແລະ ສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຢ່າງເປັນຂະບວນການຟົດຟື້ນ, ຈັດຕັ້ງຂະບວນການອະນາໄມ, ແຂ່ງຂັນສິລະປະ-ວັນນະຄະດີ, ແຂ່ງຂັນກິລາມວນຊົນພາຍໃນ ໂຮງຮຽນ, ນຳພາໜ່ວຍສິນລະປະ ສະໝັກຫລິ້ນຂອງໂຮງຮຽນ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນກິລາ ແຕ່ລະປະເພດທີ່ຂັ້ນເມືອງຈັດຂຶ້ນ ສາມາດຍາດໄດ້ລາງວັນຈຳນວນ ໜຶ່ງ, ໝາກຜົນດັ່ງກ່າວ ຍ້ອນໄດ້ ຮັບການນຳພາ-ຊີ້ນໍາຢ່າງໃກ້ຊິດ ຈາກຄະນະພັກກະຊວງປ້ອງກັນ ປະເທດ ກໍຄື ກົມໃຫຍ່ການເມືອງ ກອງທັບ ແລະ ຄວາມເປັນ ເອກະພາບຂອງຄະພັກ-ຄະນະບັນ ຊາ ຈຶ່ງເຮັດໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບສູງ, ມີແບບ ແຜນວິທີການເຮັດວຽກ, ມີຄວາມ ເປັນແບບຢ່າງນຳໜ້າ ແລະ ປະຕິບັດ ທຸກຂົງເຂດວຽກງານຂອງກົມກອງ ຈົນມີຜົນສຳເລັດເປັນຢ່າງສູງ. ສໍາ ລັບທິດທາງແຜນການ 6 ເດືອນ ທ້າຍປີ 2026 ຈະສືບຕໍ່ປັບປຸງ ບູລະນະການຈັດຕັ້ງແຕ່ລະຂັ້ນໃຫ້ ມີຄວາມສະຫງົບ, ໜັກແໜ້ນ, ເຂັ້ມ ແຂງ, ປັບປຸງການຮຽນ-ການສອນ ເຮັດໃຫ້ນັກຮຽນຮຽນດີ-ຮຽນເກັ່ງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດເຮັດ ໃຫ້ໂຮງຮຽນເປັນບ່ອນກໍ່ສ້າງພະ ນັກງານສືບທອດປ່ຽນແທນ ແລະ ເປັນພະນັກງານທີ່ມີຄຸນນະພາບໃຫ້ ແກ່ພັກ-ລັດ ກໍຄື ກອງທັບ, ພ້ອມ ທັງສ້າງໃຫ້ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບເປັນໂຮງຮຽນທີ່ມີ ແບບແຜນທັນສະໄໝ ແລະ ຂະ ຫຍາຍຕົວຂຶ້ນເລື້ອຍໆ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ໃສ່ບົດສະຫລຸບ ແລະ ທິດທາງ ແຜນການ ເພື່ອເປັນການປັບປຸງແກ້ ໄຂໃນຕໍ່ໜ້າໃຫ້ມີໝາກຜົນສຳເລັດ ຍິ່ງຂື້ນກວ່າເກົ່າ. ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ມີຄຳ ເຫັນໂອ້ລົມ-ຊີ້ນຳພ້ອມທັງເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຍົກສູງການປະຕິບັດພາລະບົດ ບາດ, ໜ້າທີ່, ຄວາມຮັບຜິດຊອບ ຂອງຕົນ, ເປັນເຈົ້າການສຶກສາອົບ ຮົມການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ, ນ້ອງນັກຮຽນ, ສຸມໃສ່ປັບປຸງແບບແຜນວິທີເຮັດ ວຽກໃຫ້ລະອຽດ, ເອົາໃຈໃສ່ໃນການ ຄຸ້ມຄອງນັກຮຽນ, ການສິດສອນສົ່ງ ຄວາມຮູ້ການອົບຮົມ-ຫັດແອບໃຫ້ ນັກຮຽນ ໂດຍຖືເອົາຄຸນນະພາບເປັນ ກົກ ແລະ ພ້ອມກັນນໍາເອົາເນື້ອໃນ ກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນ ແລະ ເປັນຮູບ ປະທຳຕົວຈິງ. ໃນໂອກາດນີ້, ກອງປະຊຸມ ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາການຫົວໜ້າການເມືອງ ຮວຜທ ໄດ້ມອບຫລຽນກຽດຕິຄຸນ ກອງທັບປະຊາຊົນລາວໃຫ້ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ແລະ ສະຫາຍ ພັນເອກ ສະແຫວງ ແດນນາມົນ ອະ ດີດຫົວໜ້າການເມືອງໂຮງຮຽນ ຮວຜທ ຕື່ມອີກ. ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທວັດທະນະທຳ-ສັງຄົມ

      ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

      8/12/2026 10:54:54 AM

      ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ads
ads

Top