7336

d8l pq d]tfa [7;k,I6h ;Pd'kod;fdkra d{]a f ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 06.08.2026 ປີທີ 25 ສະບັບທີ 6.492ັັີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK sk]n ;k'czo75h ,7v'g7,u dtly de c]t oe.-h ,kf8tdko8z6h ]tg,u f ]t[P[dq f\kp  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ເຫລັກໄຫລ ສີວິໄລ ທ່ານ ຈັນທະບູນ ສຸກອາລຸນ m6 f]k;g0Q k1h P,0+ koa [g]0kmy dko.spj F xtmkoxtgmf s;Pfok, Ij ;,7totz6h cmom6 fvk-Poxt9es;Pfok,  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ lv'ltrkmy fltfu ]k;{s;Pfok, rq [xtc]dxj Po[q fIPo c]t mq [m;odkoIj ;,,n ສະຫາຍ ກິແກ້ວ ໄຂຄໍາພິທູນ ( ຂວາ ) ຂປລ. ກອງປະຊຸມເຜີຍແຜ່ປຶ້ມ ຄູ່ມືວຽກງານຂົງເຂດເສດຖະກິດ ແລະ ການເງິນ ຈັດຂຶ້ນໃນວັນທີ 3-5 ສິງຫາ 2026 ທີ່ນະຄອນ ໄກສອນພົມວິຫານ ແຂວງສະຫວັນ ນະເຂດ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນ ປຶ້ມຄູ່ມືຂົງເຂດເສດຖະກິດ-ການ ເງິນ ໂດຍສະເພາະແມ່ນຄວາມ ຮູ້ພື້ນຖານກ່ຽວກັບເສດຖະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ, ການຄຸ້ມ ຄອງການລົງທຶນ ແລະ ການຕິດ ຕາມກວດກາວຽກງານດັ່ງກ່າວ. ຂປລ. ໃນວັນທີ4ສິງຫາ2026, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາທິດສະດີສູນກາງ ພັກ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ການເຂົ້າພົບປະຂອງສະຫາຍ ດວນ ມິງຮວນ ກໍາມະການກົມການເມືອງ ສູນກາງພັກ, ຫົວໜ້າສະຖາບັນການ ຂປລ. ໃນວັນທີ 4 ສິງຫາ 2026, ທີ່ນະຄອນຫລວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງສປປລາວປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການ ໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ຮ່ວມກັບຄະນະທູດ ຂປລ. ໂຄງການຄຸ້ມຄອງຍານ ພາຫະນະ ແລະ ການຂົນສົ່ງແບບ ຄົບວົງຈອນເປັນການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ມີຈຸດປະສົງເພື່ອຍົກລະດັບລະບົບ ຄຸ້ມຄອງຂໍ້ມູນການຂຶ້ນທະບຽນ ຂປລ. ສື່ມວນຊົນລາວມີບົດບາດ ສຳຄັນໃນການເປັນກະບອກສຽງ ຂປລ. ກົມປູກຝັງກະຊວງກະສິ ກໍາ ແລະ ສິ່ງແວດລ້ອມ ຈັດກອງ ປະຊຸມວາງແຜນການເຄື່ອນໄຫວ ຂອງຄະນະສະເພາະກິດກວດກາ ເຄມີກະສິກຳ (ຝຸ່ນ ແລະ ຢາປາບ ສັດຕູພືດ) ແລະ ນໍາໃຊ້ມາດຕະການ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບ ໃນວັນທີ 4 ສິງຫາ 2026 ໂດຍການ dko;y g7kt{;y 9ko0j k;.sh ,u 75 ootrk[ c,j ork]tdy fmuj 9egxa o.odkora fmtoklnj ,;o-q oltw\.\j  ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ການຍົກລະດັບການວິ ເຄາະ-ວິຈານຂ່າວໃຫ້ມີຄຸນນະພາບ ແມ່ນພາລະກິດທີ່ຈຳເປັນໃນສະ ພາບການພັດທະນາຂອງສື່ມວນ ຊົນສະໄໝໃໝ່. ການວິເຄາະທີ່ມີ ຄຸນນະພາບຕ້ອງອາໄສຄວາມຮູ້, ຂໍ້ມູນ, ວິທີຄິດແບບວິທະຍາສາດ, ການນຳໃຊ້ເຕັກໂນໂລຊີ ແລະ ຈັນ ຍາບັນວິຊາຊີບ. ທ່ານ ວັນນະສິນ ສິມມະວົງ ຜູ້ ອໍານວຍການໃຫຍ່ສໍານັກຂ່າວສານ ປະເທດລາວ ໄດ້ປະກອບຄໍາເຫັນໃນ ໂອກາດດໍາເນີນກອງປະຊຸມວຽກ ງານສື່ມວນຊົນທົ່ວປະເທດ ຄັ້ງທີ I ວ່າ: ຖ້າສື່ມວນຊົນສາມາດພັດ ທະນາວຽກງານດ້ານນີ້ໄດ້ຢ່າງຕໍ່ ເນື່ອງການວິເຄາະ-ວິຈານຂ່າວ ຈະ ບໍ່ພຽງແຕ່ເປັນຜະລິດຕະພັນຂ່າວ ຊະນິດໜຶ່ງ ແຕ່ຈະກາຍເປັນ “ພະລັງ ປັນຍາ” ທີ່ຊ່ວຍຊີ້ນຳສັງຄົມ, ສ້າງ ຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມ ຂປລ. ຫ້ອງວ່າການກະຊວງ ປ້ອງກັນຄວາມສະຫງົບ ແຈ້ງມາຍັງ ຫ້ອງການບັນດາກະຊວງ, ອົງການ ທຽບເທົ່າ, ສະພາແຫ່ງຊາດ, ອົງ ການປົກຄອງທ້ອງຖິ່ນ, ຜູ້ປະກອບ ການ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດ ທົ່ວປະເທດກ່ຽວກັບໄດ້ຢຸດເຊົາ ການອອກປຶ້ມສຳມະໂນຄົວໃຫ້ພົນ ລະເມືອງລາວແບບເກົ່າຫັນມາຈົດ ທະບຽນສໍາມະໂນຄົວແບບເອເລັກ ໂຕຣນິກແບບທັນສະໄໝ ແລະ ຫັນ ມານຳໃຊ້ໜັງສືຢັ້ງຢືນຂໍ້ມູນສໍາ ມະໂນຄົວ (ແບບຟອມ ສຄ07) ຕາມລະບຽບຫລັກການຂອງກະ ຊວງປ້ອງກັນຄວາມສະຫງົບແທນ ປື້ມສໍາມະໂນຄົວແບບເກົ່າ. ສໍາລັບບຸກຄົນ ແລະ ຄອບຄົວ ທີ່ມີປຶ້ມສໍາມະໂນຄົວອອກໃຫ້ໃນ ໄລຍະຜ່ານມາ ກໍຍັງສາມາດນຳໃຊ້ ໄດ້ຈົນກວ່າຈະມີແຈ້ງການລົບລ້າງ, ສ່ວນບຸກຄົນ ແລະ ຄອບຄົວທີ່ມີຂໍ້ ມູນສໍາມະໂນຄົວຢູ່ໃນລະບົບເອເລັກ ໂຕຣນິກແລ້ວແມ່ນໃຫ້ນຳໃຊ້ໜັງສື ຢັ້ງຢືນຂໍ້ມູນສຳມະໂນຄົວແທນປຶ້ມ ສຳມະໂນຄົວແບບເກົ່າ; ສຳລັບ ພົນລະເມືອງຜູ້ທີ່ມີບັດປະຈໍາຕົວດີ ຈິຕອນແລ້ວສາມາດນໍາໃຊ້ບັດປະ ຈໍາຕົວດີຈິຕອນເປັນການຢັ້ງຢືນຕົວ ຂປລ. ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດຝຶກ ອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2 ໃນວັນທີ 4 ສິງຫາ 2026 ເພື່ອຖ່າຍທອດດ້ານຄວາມຮູ້ໃຫ້ ພະນັກງານທີ່ເຮັດໜ້າທີ່ກວດກາ ຢູ່ບັນດາໜ່ວຍພັກຮາກຖານ ແລະ ]k;{s;Pfok, ]q 'ok,Ij ;,,n ra fmtok[5 d7t]kdvolnj ,;o-q o]k;  ອ່ານຕໍ່ໜ້າ 4່ າໍ່ ໜ້າ ເມືອງແຫ່ງຊາດໂຮ່ຈີ່ມິງ, ຮອງປະ ທານຜູ້ປະຈໍາການສະພາທິດສະດີ ສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນໂອກາດທີ່ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາ ສູງຕໍ່ການມາຢ້ຽມຢາມຂອງຄະນະ ຜູ້ແທນຫວຽດນາມ, ເຊື່ອໝັ້ນວ່າ ການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນໃນຄັ້ງນີ້, ຈະປະ ສົບຜົນສໍາເລັດຢ່າງຈົບງາມທັງ ເປັນການປະກອບສ່ວນເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຍານພາຫະນະ ແລະ ການຂົນສົ່ງ ໃຫ້ທັນສະໄໝສາມາດນຳໃຊ້ຂໍ້ມູນ ຂອງຍານພາຫະນະເຂົ້າໃນວຽກ ງານຄຸ້ມຄອງການຈະລາຈອນທາງ ບົກເປັນຕົ້ນບັນຫາອຸບັດເຫດທາງ ຫລວງ, ການປັບໃໝຜູ້ລະເມີດລະ ບຽບການຈະລາຈອນທາງບົກ, ການເມີນເສີຍການເສຍຄ່າທາງປະ ຈຳປີ, ການບັນທຸກເກີນກຳນົດ ແລະ ການບໍລິການຕ່າງໆ. ນອກຈາກນີ້, ລະບົບທີ່ພັດທະນາ ໃນໂຄງການນີ້ ຍັງເປັນເຄື່ອງມືໃນ ການເກັບກຳ, ວິເຄາະ ແລະ ສະ ຫລຸບຂໍ້ມູນ ເພື່ອສະໜັບສະໜູນການ ຈັດເກັບຄ່າທຳນຽມ, ພາສີ-ອາກອນ ແລະ ລາຍຮັບພາກລັດທີ່ກ່ຽວຂ້ອງ pq d]tfa []t[q [75 h ,7v'0= ,6 odko0B omt[Po pkorkstot c]t dko0q olqj '.sh ma oltw\ h + de,kmy dkoglf4tdy f c]t dkog'o gzu pczj 76 j ,n ;Pd'koglf4tdy f{dkog'o y y ກອງປະຊຸມຈັດຂຶ້ນໂດຍການ ເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ກຳມະການຄະນະປະ xdl 15 fg-q kdkovvdxB ,le,t3o7q ;c[[gdqj k c]t sa o,koe.-h |a 'ln 1A '1n o0= ,6 ole,t3o7q ;cmo h [k'ma fltot0v',;o-q o8lnj ,;o-q o]k; muj gxa odt[vdlP'va ole7a o0v'ra d{]a f c]t xt-k-q o + ຂອງພັກ, ລັດ ແລະ ປະຊາຊົນເຮັດ ໜ້າທີ່ໂຄສະນາ, ເຜີຍແຜ່ ແລະ ສົ່ງ ຕໍ່ຂໍ້ມູນຂ່າວສານຕ່າງໆທີ່ຖືກຕ້ອງ, ວ່ອງໄວ ແລະ ເປັນປະໂຫຍດອອກ ສູ່ສັງຄົມ. ພ້ອມກັນນັ້ນ, ຍັງເປັນສື່ ກາງໃນການສະທ້ອນສຽງ, ຄວາມ ຄິດເຫັນ ແລະ ຄວາມປາຖະໜາ ຂອງປະຊາຊົນໄປສູ່ພາກສ່ວນທີ່ ກ່ຽວຂ້ອງ ເພື່ອນຳໄປສູ່ການປັບປຸງ ແກ້ໄຂໃຫ້ເປັນຮູບປະທຳ.

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/08/2026 xtgmf]k; ກຳມາທິການເສດຖະກິດ...ິິ ສອງສະພາທິດສະດີ...ິີ ທູດລາວເຂົ້າຢ້ຽມຂໍ່ານັບ...ູົ້້ໍ່ັ ຍົກລະດັບລະບົບຄຸ້ມຄອງ...ົັົຸ້ ຫາລືວາງແຜນຄຸ້ມຄອງ...ືຸ້ ກຕສ ຍົກລະດັບ...ົັ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລາວ-ຫວຽດນາມ ໃຫ້ ໝັ້ນຄົງຂະໜົງແກ່ນ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນ. ການຢ້ຽມ ຢາມຄັ້ງນີ້, ດໍາເນີນໄປໃນທ່າມກາງ ບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ກໍາລັງຕັ້ງໜ້າຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຂອງ ຕົນ. ພິເສດແມ່ນຢູ່ໃນໄລຍະທີ່ ສປປ ລາວ ກໍາລັງຈັດຕັ້ງການເຊື່ອມຊຶມ ມູນເຊື້ອ 2 ວັນປະຫວັດສາດ ຄື: ວັນ ສ້າງຕັ້ງສາຍພົວພັນການທູດ ລາວຫວຽດນາມ ຄົບຮອບ 64 ປີ, ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ. ພ້ອມນີ້, ທັງສອງ ຝ່າຍຍັງໄດ້ກຽມຄວາມພ້ອມໃນ ການປະສານສົມທົບກັນ ເພື່ອຫ້າງ ຫາກະກຽມຈັດຕັ້ງສະເຫລີມສະ ຫລອງສອງວັນປະຫວັດສາດໃນປີ ຕໍ່ໄປຢ່າງມີຄວາມໝາຍຕື່ມອີກ. ນອກຈາກນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ຍັງໄດ້ແຈ້ງໃຫ້ຝ່າຍ ຫວຽດນາມ ຊາບກ່ຽວກັບຜົນສໍາ ເລັດອັນສໍາຄັນຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ ເປັນຕົ້ນການສໍາເລັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026, ການສໍາ ເລັດກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ 12, ວຽກງານ ກວດກາພັກ ຄັ້ງທີ 6, ວຽກງານ ສື່ມວນຊົນ ຄັ້ງທີ I ແລະ ກອງປະ ຊຸມອົງຄະນະພັກໃນຂົງເຂດການ ເມືອງຈໍານວນໜຶ່ງ. ສ່ວນການຮ່ວມ ມືລະຫວ່າງສອງສະພາທິດສະດີ ສູນກາງພັກ, ທັງສອງຝ່າຍໄດ້ຈັດ ຕັ້ງປະຕິບັດຕາມບົດບັນທຶກການ ຮ່ວມມືຢ່າງມີຜົນສໍາເລັດຫລາຍ ດ້ານ, ການຜັດປ່ຽນກັນເປັນເຈົ້າ ພາບກອງປະຊຸມ ແລະ ການແລກ ປ່ຽນບົດຮຽນດ້ານທິດສະດີ-ພຶດຕິ ກໍາໄດ້ກາຍເປັນພື້ນຖານອັນສໍາຄັນ ໃນການປັບປຸງບູລະນະແນວທາງ ນະໂຍບາຍຂອງສອງພັກ, ສຳລັບ ກອງປະຊຸມສໍາມະນາທິດສະດີສອງ ພັກ ຄັ້ງທີ XIII ທີ່ຝ່າຍລາວຈະເປັນ ເຈົ້າພາບຫົວຂໍ້ຫລັກ “ເພີ່ມທະວີ ການເຊື່ອມໂຍງ-ເຊື່ອມຈອດພາກ ພື້ນ ແລະ ສາກົນ ໃຫ້ເຂົ້າສູ່ລວງ ເລິກ ບົດຮຽນລາວ, ຫວຽດນາມ” ຄາດວ່າຈະຈັດຂຶ້ນຢູ່ແຂວງອຸດົມໄຊ ໃນໄຕມາດທີ 4 ຂອງປີ 2026. ຂ່າວ: ແສງຈັນ ກັບການນຳໃຊ້ທາງ ແລະ ຍານພາ ຫະນະ, ສະໜອງຂໍ້ມູນອ້າງອີງໃຫ້ ກະຊວງການເງິນ ເພື່ອນຳໄປໃຊ້ ປະກອບກັບລະບົບ TaxRis ແລະ FinLink ໃນການກວດສອບ ແລະ ເພີ່ມປະສິດທິພາບການຈັດເກັບ ລາຍຮັບ, ການເຊື່ອມຕໍ່ກັບລະບົບ ປະກັນໄພຍານພາຫະນະ, ການຂຶ້ນ ທະບຽນສຳມະໂນຄົວ, ເບີຕິດຕໍ່ ຂອງເຈົ້າຂອງຍານພາຫະນະ, ການ ອອກປຶ້ມອະນຸຍາດລົດຂົນສົ່ງລະ ຫວ່າງປະເທດ ແລະ ລະບົບອື່ນໆທີ່ ກ່ຽວຂ້ອງ. ໃນວັນທີ 3 ສິງຫາ 2026 ຢູ່ ນະຄອນຫລວງວຽງຈັນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ສະເພາະ ເພື່ອຕິດຕາມປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງ ການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ ໂດຍ ເປັນປະທານຂອງທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ທັງເປັນຫົວໜ້າຄະນະຄຸ້ມຄອງ ສະເພາະໂຄງການຄຸ້ມຄອງຍານ ພາຫະນະ ແລະ ການຂົນສົ່ງຄົບ ວົງຈອນ, ມີບັນດາຮອງລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ຄະນະປະສານງານໂຄງການ ເຂົ້າຮ່ວມ. ໂອກາດນີ້ ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງໄດ້ ຍົົກໃຫ້ເຫັນຄວາມຄືບໜ້າການ ຈັດຕັ້ງປະຕິບັດໂຄງການຄຸ້ມຄອງ ຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນນັບແຕ່ການລົງ ນາມສັນຍາສໍາປະທານການລົງທຶນ ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ໃນປີ 2025, ພ້ອມທັງ ສະຫລຸບກ່ຽວກັບປະຫວັດຄວາມ ເປັນມາຂອງໂຄງການນັບແຕ່ຂັ້ນ ຕອນສຶກສາຄວາມເປັນໄປໄດ້ການ ປະມູນ, ການຮັບຮອງຈາກສະພາ ແຫ່ງຊາດ ຈົນຮອດການຈັດຕັ້ງ ຄະນະບໍລິຫານ ແລະ ການດໍາເນີນ ວຽກງານຂອງໂຄງການ ຊຶ່ງໂຄງ ການດັ່ງກ່າວ ເປັນການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃນລັກສະນະທີ່ເອກະຊົນ ອອກແບບກໍ່ສ້າງ, ສະໜອງທຶນ ແລະ ດຳເນີນການ (DBFO) ແລະ ອາຊຽນ ປະຈຳ ສສ ຫວຽດນາມ ໃນໂອກາດວັນສ້າງຕັ້ງສະມາຄົມ ປະຊາຊາດອາຊີຕາເວັນອອກສ່ຽງ ໃຕ້ (ASEAN) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງ ໃຕ້ (TAC) ຄົບຮອບ 50 ປີ ແລະ ວັນທີ່ ສສ ຫວຽດນາມ ເຂົ້າເປັນ ສະມາຊິກອາຊຽນ ຄົບຮອບ 31 ປີ. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດແຫ່ງ ຈຳສະພາແຫ່ງຊາດ, ປະທານກຳ ມາທິການເສດຖະກິດ ແລະ ການ ເງິນ (ກສງ), ມີທ່ານ ພູລຳພອນ ເປັນປະທານຂອງທ່ານ ບຸນຊູ ສຸມາລີ ຮອງຫົວໜ້າກົມປູກຝັງ, ມີຜູ້ຕາງໜ້າຈາກກົມຕໍາຫລວດ ສິ່ງແວດລ້ອມ, ກົມການຄ້າພາຍໃນ, ກົມກວດກາ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງ ຈັນ ແລະ ພະນັກງານວິຊາການ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຊູ ສຸມາລີ ໄດ້ມີຄໍາເຫັນ ວ່າ: ການສ້າງຕັ້ງຄະນະສະເພາະ ກິດດັ່ງກ່າວ ມີບົດບາດສໍາຄັນໃນ ການກວດກາ ແລະ ນໍາໃຊ້ມາດຕະ ການທາງກົດໝາຍຕໍ່ການລະເມີດ ກ່ຽວກັບຝຸ່ນ ແລະ ຢາປາບສັດຕູພືດ ທີ່ຍັງມີການລະເມີດຫລາຍຮູບແບບ ເຊັ່ນ: ການລັກລອບນໍາເຂົ້າ, ການ ຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດ, ການຈໍາໜ່າຍຢາຕ້ອງຫ້າມ, ການບໍ່ ຕິດສະຫລາກເປັນພາສາລາວ ແລະ ການໂຄສະນາທີ່ບໍ່ໄດ້ຮັບອະນຸຍາດ. ພ້ອມນີ້, ກົມປູກຝັງກະຊວງກະສິ ກໍາ ແລະ ສິ່ງແວດລ້ອມ ໄດ້ອອກ ກົດໝາຍ, ລະບຽບການ ແລະ ການ ສ້າງເຈົ້າໜ້າທີ່ກວດກາທົ່ວປະເທດ, ແຕ່ຕົວຈິງການຈັດຕັ້ງປະຕິບັດ ແມ່ນ ຍັງປະສົບຂໍ້ຫຍຸ້ງຍາກ ແລະ ຈໍາ ຄະນະພັກຮາກຖານແນໃສ່ໃຫ້ວຽກ ງານກວດກາກາຍເປັນເຄື່ອງມືທີ່ ເປັນສິ່ງປ້ອງກັນບໍ່ໃຫ້ມີປະກົດການ ຫຍໍ້ທໍ້, ການສໍ້ລາດບັງຫລວງ ຫລື ການລະເມີດລະບຽບວິໄນຂອງ ພັກເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານທົ່ວອົງຄະນະພັກກະຊວງ. ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານຄະນະ ກວດກາພັກກະຊວງ, ຮອງລັດຖະ ມົນຕີ ກຕສ ໄດ້ກ່າວວ່າ: ວຽກງານ ກວດກາເປັນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນພາລະບົດບາດ ນຳພາ-ຊີ້ນຳຂອງຄະນະພັກ ແຕ່ລະ ຂັ້ນ, ເປັນວຽກໜຶ່ງໃນວຽກງານ ກໍ່ສ້າງພັກ-ພະນັກງານ, ເປັນໜ້າ ທີ່ຂອງອົງການເສນາທິການຂອງ ຄະນະພັກ ທີ່ເຮັດວຽກຕິດຕາມ, ກວດກາສະເພາະ , ເປັນວຽກ ທີ່ຄະນະພັກແຕ່ລະຂັ້ນຕ້ອງຮັບຜິດ ຊອບໂດຍກົງ, ຕ້ອງເຮັດເປັນປົກ ກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ສໍາ ລັບການນຳພາຂອງພັກ ແລະ ການ ຄຸ້ມຄອງລັດ. ນອກຈາກນີ້, ຍັງ ໄດ້ຮຽກຮ້ອງໃຫ້ສຳມະນາກອນທີ່ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າ, ເອົາໃຈໃສ່ຮັບ ຟັງການບັນຍາຍຂອງອາຈານ, ປະ ກອບຄຳເຫັນຢ່າງກົງໄປກົງມາ ແລະ ສົນທະນາແລກປ່ຽນບົດຮຽນ ຈາກພາກທິດສະດີສົມທຽບໃສ່ການ ປະຕິບັດຕົວຈິງ ເພື່ອຜັນຂະຫຍາຍ ໃຫ້ໄດ້ຕາມ 4 ຄຸນລັກສະນະຂອງ ການກວດກາ ຄື: “ມີສາຍຕາແຫລມ ຄົມ, ຫູໄວ, ໃຈສັດຊື່, ມືສະອາດ”. ພ້ອມນີ້, ສະຫາຍໄດ້ເນັ້ນຕື່ມວ່າ ການຝຶກອົບຮົມແມ່ນເປັນເວທີເປີດ ໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີການ ສົນທະນາ-ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນກ່ຽວກັບປະ ສົບການໃນການຈັດຕັ້ງປະຕິບັດ ວຽກງານກວດກາໄລຍະຜ່ານມາ ເພື່ອໃຫ້ບັນດາສະຫາຍທີ່ເປັນຜູ້ເຮັດ ວຽກງານກວດກາກາຍເປັນຜູ້ທີ່ ສີຫາວົງ ຮອງປະທານຄະນະປະຈຳ ສະພາປະຊາຊົນແຂວງ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ) ທີ່ເປັນກໍາມະການ ຂອງ ກສງ ທີ່ມາຈາກ 6 ແຂວງຄື: ຄໍາມ່ວນ, ສະຫວັນນະເຂດ, ສາລະ ວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຈັນທະບູນ ສຸກອາລຸນ ໄດ້ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ການປະຕິບັດພາລະບົດບາດທີ່ ສຳຄັນຂອງສະພາແຫ່ງຊາດ ກໍຄື ສະພາປະຊາຊົນຂັ້ນແຂວງໃນຖາ ນະເປັນອົງການນິຕິບັນຍັດ, ເປັນ ອົງການພິຈາລະນາບັນຫາສໍາ ຄັນຂອງຊາດ ແລະ ເປັນອົງການ ຕິດຕາມກວດກາການປະຕິບັດ ໜ້າທີ່ຂອງອົງການບໍລິຫານ ໂດຍ ສະເພາະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ຊຶ່ງຖື ເປັນວຽກໜຶ່ງທີ່ສຳຄັນ ແລະ ເປັນ ເສັ້ນເລືອດໃຫຍ່, ທັງເປັນປັດໄຈ ຕັດສິນຊີ້ຂາດຕໍ່ການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ ແລະ ສ້າງຄວາມເຂັ້ມ ແຂງ, ຍົກລະດັບຄວາມຮູ້, ພັດທະ ນາທັກສະການວິເຄາະ-ວິໄຈ ເພື່ອ ຕິດຕາມມະຕິ ແລະ ສາມາດຕັ້ງຄຳ ຖາມຕໍ່ອົງການບໍລິຫານ ແລະ ການ ສ້າງຄວາມເປັນມືອາຊີບໃຫ້ແກ່ ສສຊ ແລະ ສສຂ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານຜົນສໍາເລັດການສ້າງ ປຶ້ມຄູ່ມືກໍາມາທິການເສດຖະກິດ ແລະ ການເງິນ ປະກອບມີ 7 ຫົວ ຄື: ປຶ້ມຄູ່ມືການພິຈາລະນາຮັບຮອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ; ປຶ້ມຄູ່ມື ຕົວຊີ້ວັດມະຕິກອງປະຊຸມສະພາ ແຫ່ງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາ; ປຶ້ມຄູ່ມືການຕິດຕາມກວດກາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ; ປຶ້ມ ຄວາມຮູ້ພື້ນຖານການເງິນ ແລະ ງົບປະມານ ເພື່ອການພິຈາລະນາ ຮັບຮອງແຜນງົບປະມານແຫ່ງລັດ; ປຶ້ມຄວາມຮູ້ພື້ນຖານເງິນຕາ ແລະ ທະນາຄານ ເພື່ອການພິຈາລະນາ ຮັບຮອງແຜນເງິນຕາ; ປຶ້ມຄວາມ ຮູ້ພື້ນຖານເສດຖະສາດ, ການວາງ ແຜນ ແລະ ການລົງທຶນ ເພື່ອການ ພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ; ຄວາມຮູ້ພື້ນຖານສະຖິຕິ ແລະ ວິທີວິໄຈປະລິມານ ເພື່ອການ ພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ. ນອກຈາກນັ້ນ, ຍັງໄດ້ມີ ການມອບ-ຮັບບັນດາປຶ້ມຄູ່ມືຕ່າງໆ ໃຫ້ສະພາປະຊາຊົນແຂວງ 6 ແຂວງ ຕື່ມອີກ. ບຳລຸງຮັກສາຕະຫລອດໄລຍະສຳ ປະທານ 20 ປີ ໂດຍທຸກໆ 5 ປີໃດ ຈະປະເມີນຄືນການຈັດຕັ້ງປະຕິບັດ ສັນຍາເທື່ອໜຶ່ງ. ກອງປະຊຸມຄັ້ງນີ້, ສະແດງໃຫ້ ເຫັນຄວາມເອົາໃຈໃສ່ຂອງລັດຖະ ບານ ແລະ ກະຊວງ ຍທຂ ໃນການ ຜັກດັນໂຄງການສໍາຄັນດ້ານດີຈິ ຕອນ ເພື່ອຍົກລະດັບການຄຸ້ມຄອງ ຍານພາຫະນະ ແລະ ການຂົນສົ່ງ ຂອງປະເທດໃຫ້ມີຄວາມທັນສະໄໝ ໂປ່ງໃສມີປະສິດທິພາບແລະຮອງຮັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຍາວ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ສສ ຫວຽດນາມ ໄດ້ຕີລາຄາສູງ ຕໍ່ໝາກຜົນທີ່ອາຊຽນບັນລຸ ໄດ້ຮັບ ໃນຫລາຍລາຍການ ແລະ ຂໍ້ລິເລີ່ມ ໃນຂົງເຂດການເມືອງ, ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ ແລະ ວັດທະ ນະທຳ. ສະຫາຍເຊື່ອໝັ້ນວ່າ ບັນດາ ປະເທດອາຊຽນ ຈະຮັກສາຄວາມ ສາມັກຄີ, ຊຸກຍູ້ການຮ່ວມມື, ເສີມ ສ້າງບົດບາດການເປັນສູນກາງ ແລະ ສ້າງປະຊາຄົມອາຊຽນຮອດ ປີ 2045 ໃຫ້ປະສົບຜົນສຳເລັດ. ຫວຽດນາມ ຖືສຳຄັນໃນການ ພົວພັນກັບອາຊຽນ ແລະ ປະເທດ ສະມາຊິກອາຊຽນ, ຖືອາຊຽນເປັນ ຄອບຄົວໃຫຍ່ທີ່ໃກ້ຊິດ ແລະ ເປັນ ປະເທດໃກ້ເຮືອນຄຽງທີ່ສະໜິດ ສະໝົມ. ຫວຽດນາມມີຄວາມມຸ່ງ ຫວັງຢາກສືບຕໍ່ຊຸກຍູ້ສາຍພົວພັນ ລະຫວ່າງຫວຽດນາມກັບອາຊຽນ ແລະ ປະເທດສະມາຊິກອາຊຽນ ເຂົ້າ ສູ່ລວງເລິກ, ແທດເຖິງ, ໝັ້ນຄົງ, ໄວ້ ເນື້ອເຊື່ອໃຈ ແລະ ຍືນຍົງຍາວນານ, ພ້ອມກັນສ້າງປະຊາຄົມອາຊຽນແຫ່ງ ຄວາມສາມັກຄີ ແລະ ເຂັ້ມແຂງ. ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ ມີຄວາມເຂັ້ມແຂງ, ສາມາດເປັນ ເສນາທິການທີ່ແຂງແຮງ, ໜັກແໜ້ນ ໃນວຽກງານກວດກາໃຫ້ຄະນະພັກ ຂັ້ນຕົນ ແລະ ຂໍໃຫ້ຖືເອົາການຝຶກ ອົບຮົມໃນຄັ້ງນີ້ ເປັນໂອກາດໃນ ການແກ້ໄຂບັນຫາຄົງຄ້າງ ແລະ ສ້າງຄວາມເອກະພາບໃນການ ຈັດຕັ້ງປະຕິບັດວຽກງານກວດກາ ຢູ່ແຕ່ລະໜ່ວຍພັກຂອງຕົນໃຫ້ມີປະ ສິດທິຜົນສູງສຸດ. ພ້ອມນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງ ພັກ, ຮອງປະທານຄະນະກວດກາ ສູນກາງພັກ, ຮອງປະທານ ອົງການ ກວດກາແຫ່ງລັດ, ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງ ສູນກາງ ໄດ້ເນັ້ນໃຫ້ເຫັນຄວາມ ສຳຄັນຂອງວຽກງານກວດກາພັກ ໂດຍສະເພາະແມ່ນການກວດກາ ໃນວາລະການຮ່ວມຊີວິດພັກ, ການ ຂະຫຍາຍສະມາຊິກພັກ, ວຽກງານ ກວດກາລັດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີຢ່າງແທ້ຈິງ, ຜູ້ກວດ ກາຕ້ອງເອົາໃຈໃສ່ຕິດຕາມກວດກາ ຢ່າງເຂັ້ມແຂງ ແລະ ປະຕິບັດໜ້າທີ່ ຕາມພາລະບົດບາດສິດໜ້າທີ່ຕາມ ກົດລະບຽບຂອງພັກ, ກົດໝາຍຂອງ ລັດ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຝຶກອົບຮົມເອົາໃຈໃສ່ຄົ້ນຄວ້າເອົາ ທິດສະດີ-ທຽບເອົາພຶດຕິກຳຕົວຈິງ ທີ່ເກີດຂຶ້ນມາເປັນບົດຮຽນ ແລະ ໝູນໃຊ້ເຄື່ອງມືທັນສະໄໝເຂົ້າໃນ ວຽກງານກວດກາ. ຂ່າວ: ປະລິນຍາ ບາລະຈິດ ກັດ ຈຶ່ງຈໍາເປັນຕ້ອງສ້າງຄະນະ ສະເພາະກິດຂຶ້ນໃນການລົງກວດ ກາ ແລະ ການບັງຄັບໃຊ້ກົດໝາຍ ໃຫ້ເຂັ້ມງວດ. ພ້ອມນີ້, ທ່ານຍັງໄດ້ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມື ກັນຢ່າງໃກ້ຊິດ ເພື່ອນໍາໃຊ້ມາດ ຕະການກວດກາ ແລະ ບັງຄັບໃຊ້ ກົດໝາຍໃຫ້ມີປະສິດທິຜົນ, ປະ ກອບສ່ວນໃນການຄຸ້ມຄອງຝຸ່ນ ແລະ ຢາປາບສັດຕູພືດໃຫ້ເຂົ້າສູ່ກົດ ໝາຍ ແລະ ລະບຽບໃນ ສປປ ລາວ. ພ້ອມກັນນີ້, ທ່ານ ສາຍທອງ ແພງບຸບຜາ ຫົວໜ້າພະແນກລະ ບຽບການ ແລະ ຂຶ້ນທະບຽນປັດ ໄຈການຜະລິດກົມປູກຝັງ, ທັງເປັນ ຜູ້ປະສານງານໂຄງການເຂົ້າເຖິງ ແຫລ່ງທຶນ ແລະ ຫລຸດຜ່ອນເຄມີ ກະສິກຳ (FARM) ໄດ້ຍົກໃຫ້ເຫັນ ຄວາມເປັນມາໃນການຄຸ້ມຄອງເຄມີ ກະສິກຳ (ຝຸ່ນ ແລະ ຢາປາບສັດຕູ ພືດ) ໃນໄລຍະຜ່ານມາລວມເຖິງ ບັນຫາການລະເມີດຕ່າງໆ ແລະ ສະ ເໜີທິດທາງແຜນການຄຸ້ມຄອງໃນ ຕໍ່ໜ້າກ່ຽວກັບການລະເມີດ, ພ້ອມ ທັງປຶກສາຫາລືການບັງຄັບໃຊ້ມາດ ຕະການລົງໂທດຕໍ່ຜູ້ລະເມີດດ້ວຍ ກົດໝາຍ ແລະ ລະບຽບການ. ຂໍ້ມູນ-ພາບ: ຂ່າວສານກະສິກຳ

06/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ s;o7n o,6 og-N v;Pd'kolnj ,;o-q o c]t dkory ,9e|j kp vk-Po 0tspkp7;k,Ij ;,,n glu ,lh k'la o8y rk[ c]t dkora fmtok ເພື່ອເຮັດໜ້າທີ່ໂຄສະນາຮັບໃຊ້ ໃຫ້ແກ່ການລວມລາວຄັ້ງທີ I ໃນໄລ ຍະປີ 1957-1959, ໂຮງພິມ ແລະ ໜັງສືພິມລາວຮັກຊາດ ໄດ້ຍ້າຍມາ ຕັ້ງຢູ່ນະຄອນຫລວງວຽງຈັນ. ສຳລັບ ໂຮງພິມລາວຮັກຊາດໃນເວລານັ້ນ ແມ່ນຕັ້ງຢູ່ຄຸ້ມຂົວດິນ ຕໍ່ໜ້າກະຊວງ ປ້ອງກັນຄວາມສະຫງົບປັດຈຸບັນ. ໜ້າ ທີ່ຕົ້ນຕໍຂອງໂຮງພິມແມ່ນພິມໜັງສືພິມ ລາວຮັກຊາດ ທີ່ເປັນກະບອກສຽງ ຂອງພັກ, ຂອງຝ່າຍແນວລາວຮັກຊາດ ທີ່ຕໍ່ສູ້ເພື່ອຄວາມເປັນເອກະລາດ, ສັນ ຕິພາບ ເປັນກາງ; ເນື້ອໃນທີ່ລົງໃນໜ້າ ໜັງສືພິມລາວຮັກຊາດ ລ້ວນແຕ່ໄດ້ ຮັບຄວາມນິຍົມຊົມຊອບ ຈາກປະຊາ ຊົນຫລາຍທີ່ສຸດ ໂດຍສະເພາະໃນບັ້ນ ໂຄສະນາການເລືອກຕັ້ງຜູ້ແທນລາສະ ດອນເພີ່ມເຕີມ ໃນເດືອນເມສາ 1958 ຊຶ່ງມີຍອດພິມສູງຂຶ້ນເຖິງ 12.000 ສະບັບ ເພື່ອແຈກຢາຍໃຫ້ປະຊາຊົນໃນ ທົ່ວປະເທດ. ເນື້ອໃນຂອງການໂຄສະ ນາໃນໄລຍະນັ້ນ ແມ່ນເຜີຍແຜ່ຍຸດໂທ ບາຍສັນຕິພາບ, ເປັນກາງ, ຕໍ່ສູ້ໃຫ້ຝ່າຍ ວຽງຈັນປະຕິບັດສັນຍາຄວາມຖືກ ຕ້ອງປອງດອງຊາດ. ອັນພົ້ນເດັ່ນ ແມ່ນ ໂຄສະນາເປີດໜ້າກາກ ພວກທີ່ມ້າງເພ ທຳລາຍຄວາມປອງດອງຊາດ ແລະ ຂປລ. ສະມາຄົມປະຊາຊາດອາ ຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເປັນອົງການລະຫວ່າງປະເທດຂອງ ຂົງເຂດອາຊີຕາເວັນອອກສ່ຽງໃຕ້. ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967 ໂດຍມີ ສະມາຊິກ 5 ປະເທດຄື: ອິນໂດເນ ເຊຍ, ມາເລເຊຍ, ຟີລິບປິນ, ສິງກະ ໂປແລະ ໄທ. ຕະຫລອດເວລາເກືອບ 6 ທົດສະວັດຜ່ານມາ ອາຊຽນ ໄດ້ ພັດທະນາຈາກອົງການຮ່ວມມືລະ ດັບພາກພື້ນ ກາຍເປັນປະຊາຄົມທີ່ ມີບົດບາດສໍາຄັນຕໍ່ການສ້າງສັນຕິ ພາບ, ຄວາມໝັ້ນຄົງ ແລະ ການພັດ ທະນາຢ່າງຍືນຍົງຂອງພາກພື້ນ. ແນວໃດກໍດີ, ຈຸດປະສົງສຳຄັນ ຂອງອາຊຽນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ຄວາມໝັ້ນຄົງຂອງ ພາກພື້ນ, ເຮັດໃຫ້ອາຊີຕາເວັນ ອອກສ່ຽງໃຕ້ເປັນເຂດປອດອາວຸດ ນິວເຄຣຍ ແລະ ອາວຸດທໍາລາຍ ລ້າງຜານອື່ນໆ; ເພື່ອເພີ່ມທະວີ ຄວາມສາມາດໃນການເພິ່ງຕົນ ເອງຂອງພາກພື້ນໂດຍການສົ່ງ ເສີມການຮ່ວມມີທາງດ້ານການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໃຫ້ ກວ້າງຂວາງ; ເພື່ອເຊື່ອມໂຍງດ້ານ ເສດຖະກິດ, ເຮັດໃຫ້ອາຊຽນກາຍ ເປັນຕະຫລາດ ແລະ ຖານການຜະ ລິດດຽວ, ຮັບປະກັນຄວາມສາມາດ ໃນການແຂ່ງຂັນສູງທາງດ້ານເສດ ຖະກິດອໍານວຍຄວາມສະດວກແກ່ ການຄ້າ ແລະ ການລົງທຶນຢ່າງມີ ປະສິດທິພາບ ໂດຍມີການໄຫລວຽນ ຢ່າງເສລີຂອງສິນຄ້າ, ການບໍລິ ການ ແລະ ການລົງທຶນ; ເພື່ອສົ່ງ ເສີມຄວາມຢູ່ດີກິນດີ ແລະ ການດຳ ລົງຊີວິດທີ່ດີຂອງປະຊາຊົນພາຍໃນ ອາຊຽນ ໂດຍໃຫ້ເຂົາເຈົ້າມີໂອກາດ ຢ່າງເທົ່າທຽມກັນໃນການເຂົ້າເຖິງ ແລະ ຊົມໃຊ້ຜົນປະໂຫຍດຈາກການ ພັດທະນາ, ສະຫວັດດີການ ແລະ ຄວາມຍຸຕິທໍາຂອງສັງຄົມ; ເພື່ອຮັກ ສາບົດບາດຄວາມເປັນແກນກາງ ຂອງອາຊຽນ ແລະ ຄວາມເປັນເຈົ້າ ການໃນການເປັນກຳລັງຂັບເຄື່ອນ ຕົ້ນຕໍໃນການພົວພັນຮ່ວມມືລະ ຫວ່າງອາຊຽນກັບບັນດາຄູ່ເຈລະ ຈາ ແລະ ຄູ່ຮ່ວມຈາກນອກພາກພື້ນ. ສຳລັບຫລັກການພື້ນຖານຂອງ ອາຊຽນ ຕ້ອງເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນ ແຜ່ນດິນອັນຄົບຖ້ວນ ແລະ ເອກະ ລັກແຫ່ງຊາດ ຂອງແຕ່ລະປະເທດ ສະມາຊິກອາຊຽນ, ບໍ່ແຊກແຊງ ເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງໂດຍ ສັນຕິວິທີ; ມີພັນທະ ແລະ ຄວາມ ຮັບຜິດຊອບຮ່ວມກັນ ໃນການສົ່ງ ເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງພາກ ພື້ນ; ບໍ່ຮຸກຮານກັນ, ບໍ່ຂົມຂູ່, ໃຊ້ກຳ ລັງ ຫລື ການກະທໍາທຸກຮູບແບບທີ່ ບໍ່ສອດຄ່ອງກັບກົດໝາຍສາກົນ; ເຄົາລົບສິດຂອງແຕ່ລະປະເທດສະ ມາຊິກໃນການຄົງຕົວ ໂດຍປາສະ ຈາກການແຊກແຊງ, ການໂຄ່ນ ລົ້ມ ແລະ ການບີບບັງຄັບຈາກພາຍ ນອກ; ຍຶດໝັ້ນຫລັກການປົກຄອງ ດ້ວຍກົດໝາຍ, ການປົກຄອງທີ່ດີ, ຫລັກການປະຊາທິປະໄຕ ແລະ ລັດ ຖະບານທີ່ຖືກຕ້ອງຕາມລັດຖະທຳ ມະນູນ; ເຄົາລົບເສລີພາບຂັ້ນຟື້ນ ຖານ, ສົ່ງເສີມປົກປ້ອງສິດທິມະນຸດ ແລະ ຄວາມຍຸຕິທໍາໃນສັງຄົມ; ລະ ເວັ້ນຈາກການມີສ່ວນຮ່ວມໃນການ ດໍາເນີນນະໂຍບາຍ ຫລື ກິດຈະກຳ ໃດໆ, ລວມທັງການນໍາໃຊ້ເຂດດິນ ຂອງຕົນໂດຍປະເທດສະມາຊິກອາ ຊຽນ ຫລື ປະເທດບໍ່ແມ່ນສະມາຊິກ ອາຊຽນ ຫລື ຜູ້ກະທຳທີ່ບໍ່ແມ່ນປະ ເທດໃດໜຶ່ງ ທີ່ເປັນໄພຂົ່ມຂູ່ຕໍ່ອະ ທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຫລື ສະເຖຍລະພາບທາງດ້ານການ ເມືອງ ແລະ ເສດຖະກິດຂອງບັນດາ ປະເທດສະມາຊິກ; ເຄົາລົບວັດທະ ນາທຳ, ພາສາ ແລະ ສາສະໜາ ທີ່ແຕກຕ່າງກັນຂອງປະຊາຊົນອາ ຊຽນ ຊຶ່ງໃນຂະນະດຽວກັນ ກໍ່ເນັ້ນ ຄ່ານິຍົມຮ່ວມກັນບົນຈິດໃຈແຫ່ງ ຄວາມເປັນເອກະພາບທ່າມກາງ ຄວາມຫລາກຫລາຍໃນອາຊຽນ; ຍຶດໝັ້ນຄວາມເປັນແກນກາງຂອງ ອາຊຽນ ໃນການພົວພັນຮ່ວມມືກັບ ພາຍນອກ, ຮັກສາທັດສະນະແຫ່ງ ການມີສ່ວນຮ່ວມຢ່າງຫ້າວຫັນ, ການເບິ່ງໄປຂ້າງໜ້າ, ການເປີດ ກວ້າງ ແລະ ບໍ່ແບ່ງແຍກ. ຫລັງຈາກສ້າງຕັ້ງອາຊຽນຂຶ້ນ ແລ້ວ, ອາຊຽນກໍໄດ້ເປີດຮັບສະໝັກ ສະມາຊິກໃໝ່ຈາກປະເທດໃນຂົງ ເຂດອາຊີຕາເວັນອອກສ່ຽງໃຕ້ເພີ່ມ ຕື່ມ ເຊັ່ນ : ບຣູໄນ ດາຣູຊາລາມ ເຂົ້າ ເປັນສະມາຊິກອາຊຽນ ວັນທີ 8 ມັງ ກອນ 1984; ສສ ຫວຽດນາມ ເຂົ້າ ເປັນສະມາຊິກອາຊຽນ ວັນທີ 28 ກໍລະກິດ 1995; ສປປ ລາວ ແລະ ສ ສະຫະພາບມຽນມາ ເຂົ້າເປັນສະ ມາຊິກອາຊຽນ ວັນທີ 23 ກໍລະກົດ 1997 ແລະ ລາຊະອານາຈັກ ກຳ ປູເຈຍ ເຂົ້າເປັນສະມາຊິກອາຊຽນ ວັນທີ 30 ເມສາ 1999. ປັດຮອດຈຸ ບັນ ອາຊຽນ ມີສະມາຊິກ 11 ປະ ເທດ ຄື: ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ, ໄທ, ບຣູໄນ, ຫວຽດນາມ, ລາວ, ມຽນມາ, ກຳ ປູເຈຍ ແລະ ຕີມໍ-ແລັດສະເຕ. ນອກຈາກການສ້າງຄວາມຮ່ວມ ມືພາຍໃນພາກພື້ນແລ້ວ, ອາຊຽນ ຍັງໄດ້ມີການຮ່ວມມືກັບພາຍນອກ ຢ່າງກວ້າງຂວາງ ທັງນີ້ກໍເພື່ອແນ ໃສ່ສ້າງສະພາບແວດລ້ອມພາຍ ນອກແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ອາຊຽນມີປະ ເທດຄູ່ເຈລະຈາສົມບູນຄື: ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ, ອິນເດຍ, ຣັດເຊຍ, ອົດສະຕຣາລີ, ນິວຊີແລນ, ສະຫະ ພາບເອີຣົບ, ສ ອາເມລິກາ, ການາ ດາ ແລະ ມີຄູ່ເຈລະຈາຂະແໜງການ 1 ປະເທດຄື: ປາກິສະຖານ. ການ ຮ່ວມມືລະຫວ່າງອາຊຽນ ແລະ ຄູ່ ເຈລະຈາດຳເນີນຜ່ານບັນດາກົນໄກ ທີ່ອາຊຽນລິເລີ່ມຂຶ້ນ ແລະ ມີບົດ ບາດເປັນແກນກາງຄື: ອາຊຽນ+1, ອາຊຽນ + 3, ເວທີພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ (ADMMplus) ແລະ ກອງປະຊຸມ ສຸດຍອດອາຊີຕາເວັນອອກ(EAS). ນອກຈາກນັ້ນ, ອາຊຽນ ຍັງມີການ ຮ່ວມມືກັບບັນດາປະເທດ ແລະ ບັນ ດາອົງການຈັດຕັ້ງພາກພື້ນ ແລະ ສາກົນອື່ນໆເຊັ່ນ: ສປຊ, ສະພາການ ຮ່ວມມືໃນອ່າວ GCC), ອົງການ ຮ່ວມມືຣີໂອ (Rio Group), ຕະ ຫລາດຮ່ວມອາເມລິກາລາຕິນຕອນ ໃຕ້ MERCOSUR), ສະມາ ຄົມການຮ່ວມມືພາກພື້ນອາຊີໃຕ້ (SAARC) ແລະ ອົງການຮ່ວມ ມື ຊຽງໄຮ. ແນວໃດຕາມ, ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ຊຶ່ງ ສປປ ລາວ ໄດ້ປະ ຕິບັດພັນທະຕ່າງໆຂອງຕົນ ອັນໄດ້ ນໍາເອົາຜົນປະໂຫຍດ ມາສູ່ປະເທດ ຊາດ ແລະ ປະຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນເຂົ້າ ໃນການສ້າງຄວາມເຂັ້ມແຂງ ໃຫ້ ແກ່ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດ ຂອງ ສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມ ຈອດອາຊຽນ. ໃນປີ 2024 ຜ່ານ ມາ, ສປປ ລາວ ກໍໄດ້ຮັບກຽດເປັນ ປະທານອາຊຽນ ຄັ້ງທີ 3 ພາຍໃຕ້ ຄໍາຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ແລະ ໄດ້ຮັບຜົນສໍາເລັດອັນ ຈົບງາມ ຊຶ່ງໄດ້ຍົກສູງຖານະບົດ ບາດຂອງ ສປປ ລາວ ໃນເວທີພາກ ພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ຂັດຂວາງສິດປະຊາທິປະໄຕຂອງປະ ຊາຊົນ, ອັນເປັນເຫດໃຫ້ຝ່າຍກົງກັນ ຂ້າມທີ່ເປັນປໍລະປັກ ຊອກທຸກວິທີເພື່ອ ທຳລາຍ. ປີ 1958-1959 ສະພາບທາງ ການເມືອງມີຄວາມເຄັ່ງຕຶງ, ລັດຖະ ບານຂອງສະເດັດເຈົ້າ ສຸວັນນະພູມມາ ຖືກໂຄ່ນລົ້ມ, ສະເດັດເຈົ້າ ສຸພານຸວົງ ແລະ ບັນດາຜູ້ນຳຂອງແນວລາວຮັກ ຊາດ ຖືກຈັບກຸມຄຸມຂັງເຂົ້າຄຸກໂພນ ເຄັງ ຊຶ່ງໃນນັ້ນມີທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າ ໜັງສືພິມລາວຮັກຊາດ ກໍຖືກຈັບເຊັ່ນ ດຽວກັນ. ສະນັ້ນ, ໜັງສືພິມລາວຮັກ ຊາດ, ລວມທັງໂຮງພິມ ແລະ ສຳນັກ ພິມ ກໍຖືກປິດ ແລະ ຢຸດຕິການຈຳໜ່າຍ ຊົ່ວຄາວ. ແຕ່ເຖິງຢ່າງໃດກໍຕາມ, ໜັງ ສືພິມລາວຮັກຊາດ ຍັງໄດ້ສືບຕໍ່ພິມຢູ່ທີ່ ງອກລາກ ແຂວງແທັງຮວາ ແລະ ຢູ່ ຮ່າໂນ້ຍ (ປະເທດຫວຽດນາມ). ຫລັງ ຈາກນັ້ນ, ຈຶ່ງໄດ້ກັບຄືນມາພິມຢູ່ເຂດ ທີ່ໝັ້ນຂອງການປະຕິວັດ. ພາຍຫລັງ ໂຮງພິມລາວຮັກຊາດໄດ້ຖືກສ້າງຕັ້ງ ຄືນໃໝ່ຢູ່ເຂດພູແຄ, ເມືອງວຽງໄຊ, ແຂວງຫົວພັນ, ເຄື່ອງຈັກພິມໃນໄລຍະ ນີ້ແມ່ນນຳໃຊ້ລະບົບ “ຕີໂປ” ຄົບຊຸດ. ນອກຈາກພິມໜັງສືພິມລາວຮັກຊາດ ແລ້ວ, ຍັງມີໜ້າທີ່ພິມປຶ້ມຕຳລາຮຽນ ເພື່ອຮັບໃຊ້ເຂົ້າໃນວຽກງານການ ສຶກສາ ລວມທັງປຶ້ມອ່ານ, ປຶ້ມເລື່ອງ ແລະ ສິ່ງພິມອື່ນໆ. ເດືອນສິງຫາ 1975 ຊຶ່ງເປັນໄລ ຍະຝ່າຍກຳລັງປະຕິວັດ ໄດ້ຮັບໄຊຊະ ນະໃນຂອບເຂດທົ່ວປະເທດ, ໜັງສື ພິມ “ລາວຮັກຊາດ” ໄດ້ກັບຄືນມາຕັ້ງ ສຳນັກງານຢູ່ນະຄອນຫລວງວຽງຈັນ ໂດຍປ່ຽນຊື່ເປັນໜັງສືພິມ “ສຽງປະຊາ ຊົນ” ຊຶ່ງຢູ່ໃນສະພາບແວດລ້ອມແຫ່ງ ບາດລ້ຽວປະຫວັດສາດ ທີ່ມີຄວາມ ໝາຍສຳຄັນພິເສດ ໃນການແບກຫາບ ໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະ ຫງ່າຂອງໄຊຊະນະລວມ, ຍາດເອົາເອ ກະລາດ, ອິດສະລະພາບ ມາໃຫ້ປະ ຊາຊົນທັງຊາດ. ສ່ວນວຽກງານການ ພິມ ກໍໄດ້ຄັດຈ້ອນເອົາພະນັກງານ, ກຳມະກອນຈຳນວນໜຶ່ງ ຈາກໂຮງພິມ ແນວລາວຮັກຊາດ ຢູ່ແຂວງຫົວພັນ ແລະ ໂຮງພິມມິດຕະພາບລາວ-ຈີນ ຢູ່ ແຂວງອຸດົມໄຊ ມາເຕົ້າໂຮມເຂົ້າກັນ ກັບໂຮງພິມຂອງລັດຖະບານເກົ່າ ແລ້ວ ຕັ້ງຊື່ເປັນໂຮງພິມແຫ່ງຊາດ ແລະ ນັບ ແຕ່ປີ 1983 ເປັນຕົ້ນມາ ຈຶ່ງໄດ້ປ່ຽນ ຊື່ມາເປັນໂຮງພິມແຫ່ງລັດ; ເຄື່ອງຈັກ ພິມໃນໄລຍະນີ້ ແມ່ນນຳໃຊ້ລະບົບການ ພິມແບບ “ອັອບແຊັດ”. ຫລັງຈາກກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ໃນວັນທີ 22 ມີນາ 1983, ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງປ່ຽນຊື່ໜັງສືພິມ “ສຽງປະ ຊາຊົນ” ມາເປັນໜັງສືພິມ “ປະຊາ ຊົນ” ສຽງຂອງສູນກາງພັກ ປປ ລາວ ຈົນເຖິງປັດຈຸບັນ. ໃນໄລຍະຕໍ່ສູ້ຢ່າງດຸເດືອດ ທ່າມ ກາງແປວໄຟແຫ່ງສົງຄາມ ຕ້ານລັດທິ ລ່າເມືອງຂຶ້ນແບບໃໝ່ຮ່ວມກັບຂະ ບວນການຕໍ່ສູ້ລວມຂອງການປະຕິວັດ ປົດປ່ອຍຊາດ ຊຶ່ງເປັນຍຸດທະສາດຕໍ່ສູ້ ຍືດເຍື້ອຍາວນານ ແຕ່ເດັດຂາດມີໄຊ ຂອງປວງຊົນລາວເຮົານັ້ນ, ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ໄດ້ຮັບການ ສ້າງຕັ້ງຂຶ້ນດ້ວຍກຳລັງພິເສດຂອງ ສູນກາງພັກ ແລະ ໄດ້ດຳເນີນງານໄປ ໃນຂະນະທີ່ສະພາບການ ຂອງການ ປະຕິວັດລາວ ໄດ້ມີການປ່ຽນແປງ ຢ່າງແຂງແຮງ ກໍຄືພາຍຫລັງບັນດາ ຜູ້ນຳຂອງແນວລາວຮັກຊາດ ໄດ້ໂຕນ ອອກຈາກຄຸກໂພນເຄັງ ກັບຄືນສູ່ເຂດ ທີ່ໝັ້ນຂອງການປະຕິວັດຢ່າງປອດໄພ ໃນເດືອນ ພຶດສະພາ ປີ 1960. ຫລັງ ຈາກສ້າງຕັ້ງວິທະຍຸກະຈາຍສຽງຂອງ ຝ່າຍປະເທດລາວ ຊຶ່ງມີທ່ານ ຄຳໄຕ ສີພັນດອນ, ທ່ານ ສົມເທີ ເພັດມະນີ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ອື່ນໆ ໄດ້ຍົກສູງພາລະບົດບາດ ແລະ ເອກະລັກສະເພາະຂອງຕົນ ໃນການ ເປັນປາກກະບອກສຽງຂອງສູນກາງ ແນວລາວຮັກຊາດ ເພື່ອເຮັດໜ້າທີ່ ຂົນຂວາຍປຸກລະດົມປະຊາຊົນບັນດາ ເຜົ່າ ເຂົ້າຮ່ວມການປະຕິວັດ, ຕ້ານ ການຮຸກຮານຂອງພວກລ່າເມືອງຂຶ້ນ ແບບໃໝ່ ແລະ ລູກແຫລ້ງຕີນມືຂອງ ພວກເຂົາຢ່າງພິລະອາດຫານ. ໄລຍະ ຕົ້ນມີພຽງຈັກອັດສຽງຍີ່ຫໍ້ “ມາກ” ເຄື່ອງດຽວເທົ່ານັ້ນ ແລະ ເຄື່ອງກະ ຈາຍສຽງອີກໜຶ່ງເຄື່ອງ ຊຶ່ງແລ່ນດ້ວຍ ຈັກໄຟຟ້າທີ່ໃຊ້ນ້ຳມັນກາຊວນ. ໃນທ້າຍປີ 1960 ລັດຖະບານລາ ຊະອານາຈັກ ທີ່ຖືກຕ້ອງຕາມກົດໝາຍ ແລະ ບັນດາກຳລັງເປັນກາງ ໄດ້ຍ້າຍ ໄປຢູ່ຄັງໄຂ, ແຂວງຊຽງຂວາງ ນັ້ນ, ໄດ້ສ້າງຕັ້ງວິທະຍຸກະຈາຍສຽງ “ແຫ່ງ ປະເທດລາວ” ໂດຍຄຽງບ່າຄຽງໄຫລ່ ກັບວິທະຍຸກະຈາຍສຽງຂອງ “ຝ່າຍ ປະເທດລາວ” ເຮັດໃຫ້ມີກຳລັງແຮງ ເພີ່ມຂຶ້ນ ພ້ອມກັບສື່ສິ່ງພິມອື່ນ ໃນການ ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມ ສາມັນຄີປະຊາຊົນລາວບັນດາເຜົ່າ ລຸກຂຶ້ນຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ, ຍາດແຍ່ງເອົາສຽງສະໜັບສະໜູນທັງ ພາຍໃນ ແລະ ຕ່າງປະເທດ, ເຜີຍທາດ ແທ້ກະຫາຍສົງຄາມຂອງພວກຈັກກະ ພັດລ່າເມືອງຂຶ້ນ. ການເຮັດໜ້າທີ່ໂຄ ສະນາແລະສົ່ງຂ່າວໃນໄລຍະນັ້ນແມ່ນ ສົ່ງລະຫັດມັອກ ແລະ ຕໍ່ມາສົ່ງແບບ ເຕລາຕິບ. ບາງຄັ້ງພົບກັບອຸປະສັກ ຫຍຸ້ງຍາກທຸລະກັນດານຫລາຍ ຍ້ອນ ສັດຕູຖິ້ມລະເບີດທຳລາຍທາງອາກາດ ຢ່າງໜັກໜ່ວງ, ຈຳເປັນຕ້ອງໄດ້ແຍກ ຍ້າຍເປັນສອງກອງ; ກອງໜຶ່ງໄປຕັ້ງຢູ່ ດົງດ່າ, ຫວຽດນາມ ເອີ້ນວ່າ: ເບໂໝດ (B1), ກອງທີສອງຕັ້ງຢູ່ພູແຄ ເມືອງ ວຽງໄຊ ເອີ້ນວ່າ ເຊສອງ (C2) ມີ ໜ້າທີ່ສົ່ງຂ່າວໃຫ້ກອງ B1. ເພື່ອໃຫ້ປະຊາຊົນ ໄດ້ຮັບຂ່າວຄາວ ຢ່າງທົ່ວເຖິງ, ຈຶ່ງໄດ້ຮັບການຊ່ວຍ ເຫລືອຈາກວິທະຍຸຫວຽດນາມ ຮັບເອົາ ສັນຍານຂອງວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ເພື່ອຖ່າຍທອດ ສຽງວິທະຍຸທັງສອງສະຖານີ ສົ່ງໄປ ໄກໄດ້ທົ່ວປະເທດລາວ. ຈົນມາຮອດປີ 1974 ເຄື່ອງອັດ, ເຄື່ອງສົ່ງແລະ ເຄື່ອງ ຈັກກະຈາຍສຽງ ໄດ້ຖືກຍົກຍ້າຍມາ ຕິດຕັ້ງລວມຢູ່ບໍລິເວນຖ້ຳຈິມ, ເມືອງ ວຽງໄຊ ແຂວງຫົວພັນ; ເຖິງແມ່ນວ່າ ເຄື່ອງຈັກບໍ່ໃຫຍ່ໂຕ ແລະ ບໍ່ທັນສະໄໝ ແຕ່ກໍສາມາດຮັບໃຊ້ລາຍການອອກອາ ກາດໄດ້ເປັນປົກກະຕິ ແຕ່ລະວັນຫລາຍ ຊົ່ວໂມງ ແລະ ມີຫລາຍລາຍການ. ນອກຈາກນີ້, ວິທະຍຸກະຈາຍສຽງຂອງ ຝ່າຍປະເທດລາວ ຍັງໄດ້ຈັດຕັ້ງກອງ ສິລະປະວັນນະຄະດີ; ໃນນັ້ນ, ປະກອບ ມີທັງນັກປະດິດຄິດແຕ່ງ, ນັກຮ້ອງ, ນັກ ຂັບລຳ, ໜ່ວຍລຳເລື່ອງ ແລະ ນັກດົນຕີ ອັນໄດ້ເຮັດໃຫ້ລາຍການສິລະປະວັນ (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ວັນທີ 13 ສິງຫາ 1950-13 ສິງຫາ 2026)ື່ ອັ ນ້ າັ້ ງື່ ມົ ນິ ມ່ າົ ບີ ,ັ ນີ ິ ງິ ງ ນະຄະດີ ຂອງວິທະຍຸກະຈາຍສຽງຝ່າຍ ປະເທດລາວ ມີຄວາມອຸດົມສົມບູນ ແລະ ມີຊີວິດຊີວາຂຶ້ນຕື່ມ. ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍ, ຈຶ່ງໄດ້ປ່ຽນຊື່ມາເປັນວິທະຍຸ ກະຈາຍສຽງແຫ່ງຊາດ ກໍຄືວິທະຍຸ ກະຈາຍສຽງແຫ່ງຊາດລາວ ໃນເວລາ ຕໍ່ມາຈົນເຖິງປັດຈຸບັນ. ເວົ້າລວມແລ້ວ, ນັບແຕ່ມື້ປົດປ່ອຍມາຮອດປັດຈຸບັນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງເປັນສື່ທີ່ນຳໜ້າ ໃນການເຮັດໜ້າທີ່ ໂຄສະນາເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງປວງຊົນລາວ ດ້ວຍ ການລາຍງານຂ່າວທີ່ມີທັງພາສາ ລາວ, ຊົນເຜົ່າ, ຫວຽດນາມ, ຂະແມ, ໄທ, ຝຣັ່ງ ແລະ ພາສາອັງກິດ. ຍ້ອນ ເຫັນໄດ້ຄວາມສຳຄັນຂອງວຽກງານ ນີ້, ພັກ-ລັດຈຶ່ງໄດ້ຍົກລະດັບຄວາມ ແຮງຂອງເຄື່ອງສົ່ງຄື້ນສັ້ນລະບົບ AM ຈາກ 150 ກິໂລວັດ ມາເປັນ 200 ກິ ໂລວັດ, ສ້າງສະຖານີ FM, FM 2, ແລະ FM 3, ໄດ້ຂຶ້ນວິທະຍຸອິນເຕີ ເນັດ ແລະ ອອນລາຍ ຊຶ່ງສາມາດຮັບ ຟັງໄດ້ທົ່ວໂລກ; ມີສະຖານີເຄືອຂ່າຍ ສົ່ງສັນຍານຕໍ່ຢູ່ແຂວງຫລວງພະບາງ ແລະ ປາກຊ່ອງ, ແຂວງຈຳປາສັກ ແລະ ໄດ້ຂະຫຍາຍອີກຕື່ມ 2 ແຫ່ງຢູ່ ແຂວງອຸດົມໄຊ ແລະ ແຂວງສະຫວັນ ນະເຂດ ດ້ວຍການຊ່ວຍເຫລືອຂອງ ລັດຖະບານ ສສ ຫວຽດນາມ. ວິທະຍຸກະຈາຍສຽງແຫ່ງຊາດ ລາວ ໄດ້ມີການພົວພັນກັບວິທະຍຸກະ ຈາຍສຽງ ກັບ ບັນດາປະເທດສະມາຊິກ ອາຊຽນ,VOVຂອງສສຫວຽດນາມ, CRI, ວິທະຍຸ-ໂທລະພາບຂອງແຂວງ ຢຸນນານແລະແຂວງກວາງຊີຂອງສປ ຈີນ; ເປັນສະມາຊິກຂອງສະຖາບັນ ພັດ ທະນາວິທະຍຸກະຈາຍສຽງອາຊີ-ປາຊີ ຟິກ(AIBD)ແລະສະມາຊິກສະຫະພັນ ກະຈາຍສຽງອາຊີ-ປາຊີຟິກອີກດ້ວຍ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==