ຫາລືຊຸກຍູ້ການນຳໃຊ້ທ່າແຮງທາງລົດໄຟ ເພື່ອການພັດທະນາ ແຂວງອຸດົມໄຊ

06/08/2026 01:41
Email Print 1811
ຂປລ ຊປລ.​ ແຫລ່ງຂ່າວຈາກແຂວງ ອຸດົມໄຊ​ ໃຫ້ຮູ້ວ່າ:​ ທ່ານ​ ບຸນຄົງ​ ຫລ້າຈຽມພອນ​ ເລຂາພັກແຂວງ ອຸດົມໄຊ​ໄດ້ພົບປະກັບ​ທ່ານ​ລູ້ຮ່າຍ ໂຈ​ ອຳນວຍການ​ ບໍລິສັດ​ ທາງ ລົດໄຟ​ ລາວ-ຈີນ,​ ທ່ານ​ ດາວຈີນ ດາ​ ສີຫາລາດ​ ຜູ້ອຳນວຍການລັດ ວິສາຫະກິດລົດໄຟແຫ່ງຊາດລາວ,​ ຮອງອຳນວຍການບໍລິສັດທາງ ລົດໄຟ​ລາວ-ຈີນ​ພ້ອມດ້ວຍຄະນະ​ ໃນວັນທີ​3​ສິງຫາ​2026​ທີ່ຫ້ອງ ວ່າການ​ແຂວງອຸດົມໄຊ,​ເພື່ອແລກ​ ປ່ຽນບັນຫາການຄຸ້ມຄອງ,​ການນຳ ໃຊ້​ແລະ​ການພັດທະນາທາງລົດໄຟ​ ລາວ-ຈີນ​ຢູ່​ແຂວງອຸດົມໄຊ.

ໃນໂອກາດນີ້,​ທ່ານ​ບຸນຄົງ​ຫລ້າ ຈຽມພອນ​ໄດ້ກ່າວຕ້ອນຮັບ​ຄະນະ​ ຈາກ​ບໍລິສັດ​ທາງລົດໄຟ​ລາວ-ຈີນ​ ຢ່າງອົບອຸ່ນ​ພ້ອມທັງສະແດງຄວາມ ຂອບໃຈຕ່ໍລັດຖະບານ​ ສປປ​ ລາວ​ ແລະ​ ສປ​ ຈີນ​ ທີ່ໄດ້ຮ່ວມມືກໍ່ສ້າງ ເສັ້ນທາງລົດໄຟ​ລາວ-ຈີນ​ອັນເປັນ ໂຄງການຍຸດທະສາດ​ ທີ່ສ້າງຜົນ ປະໂຫຍດຢ່າງຫລວງຫລາຍຕໍ່ການ ພັດທະນາເສດຖະກິດ-ສັງຄົມ​ຂອງ ແຂວງອຸດົມໄຊ​ແລະ​ບັນດາແຂວງ ພາກເໜືອ.​ ແຂວງອຸດົມໄຊ​ ຕັ້ງຢ່ ຈຸດໃຈກາງຂອງພາກເໜືອ​ ແລະ​ ເປັນຈຸດເຊື່ອມຕໍ່ສຳຄັນ​ ລະຫວ່າງ​ ລາວ,​ຈີນ,​ຫວຽດນາມ​ແລະ​ໄທ.​ ນອກຈາກນັ້ນ,​ ຍັງມີທ່າແຮງໃນ ການພັດທະນາ​ ດ້ານໂລຈິສຕິກ,​ ກະສິກຳ,​ ການທ່ອງທ່ຽວ​ ແລະ​ ອຸດສາຫະກຳ.​ ພ້ອມກັນນ້ີ​ ແຂວງ ກໍພວມສຸມໃສ່ດຶງດູດການລົງທຶນ​ ແລະ​ນຳໃຊ້ທ່າແຮງ​ຈາກເສັ້ນທາງ ລົດໄຟ​ ລາວ-ຈີນ​ ເພື່ອຂັບເຄື່ອນ ການເຕີບໂຕທາງເສດຖະກິດຂອງ ແຂວງ.

ແຂວງອຸດົມໄຊ​ ມີ​ 3​ ສະຖານີຄື:​ສະຖານີ​ເມືອງໄຊ,​ນາໝໍ້​ແລະ​ ສະຖານີ​ເມືຶອງງາ,​ໃນນັ້ນ​ສະຖານີ ເມືອງໄຊ​ໄດ້ກາຍເປັນສູນກາງການ ເດີນທາງ​ແລະ​ຂົນສົ່ງສິນຄ້າຂອງ​5​ແຂວງພາກເໜືອ.​ຜ່ານມາແຂວງ ໄດ້ຊຸກຍູ້ການລົງທຶນສ້າງສາງຄ່ຽນ ຖ່າຍສິນຄ້າ,​ ຄຸ້ມຄອງຄວາມປອດ ໄພຕາມແນວທາງລົດໄຟ​ແລະ​ຈັດ ສັນພື້ນທີ່ກວ່າ​ 300​ ເຮັກຕາ​ ເພື່ອ ຮອງຮັບການພັດທະນາປ່ິນອ້ອມ ສະຖານີ.

ໃນການພົບປະຄັ້ງນີ້,​ທ່ານ​ບຸນ ຄົງ​ຫລ້າຈຽມພອນ​ໄດ້ສະເໜີບາງ ບັນຫາທີ່ຄວນໄດ້ຮັບການປັບປຸງ​ ໂດຍສະເພາະ​ ວຽກງານຂົນສົ່ງຜູ້ ໂດຍສານ​ເຊັ່ນ:​ການຈອງປີ້ລົດໄຟ ທີ່ຍັງບໍ່ພຽງພໍ,​ການບໍລິການສຳລັບ ຄົນເຈັບ,​ ການຈັດລະບຽບລານ ຈອດລົດ​ແລະ​ການກໍ່ສ້າງຫລັງຄາ ບໍລິເວນລໍຖ້າຜູ້ໂດຍສານ.​ ພ້ອມກັນ ນັ້ນ,​ຍັງໄດ້ສະເໜີໃຫ້​ບໍລິສັດ​ພິຈາ ລະນາເພີ່ມຖ້ຽວລົດໄຟ​ ຫລື​ ເພີ່ມ ໂກຕ້າການຈຳໜ່າຍປີ້ໃຫ້ສະຖານີ ເມືອງໄຊຕື່ມອີກ.​ ສຳລັບວຽກງານ ຂົນສົ່ງສິນຄ້າ,​ ໄດ້ສະເໜີໃຫ້ປັບປຸງ ຂັ້ນຕອນການຈອງຕູ້ສິນຄ້າໃຫ້ ວ່ອງໄວ,​ປັບປຸງເສັ້ນທາງເຂົ້າສູ່ສະ ຖານີຂົນສົ່ງສິນຄ້າ​ ແລະ​ ສ້າງກົນໄກປະສານງານ​ລະຫວ່າງ​ບໍລິ ສັດລົດໄຟ,​ພາກລັດ​ແລະ​ຜູ້ປະກອບ ການໃຫ້ມີປະສິດທິພາບຫລາຍ ຂຶ້ນ.​ ນອກຈາກນີ້,​ ຍັງໄດ້ສະເໜີ ໃຫ້ບໍລິສັດທາງລົດໄຟ​ ລາວ-ຈີນ​ ສືບຕໍ່ປະສານງານຢ່າງໃກ້ຊິດກັບ ​ ອົງການປົກຄອງແຂວງ​ ເພື່ອ ຮ່ວມກັນພັດທະນາພື້ນທີ່ປິ່ນອ້ອມ ສະຖານີ,​ ຍົກລະດັບການບໍລິຫານ​ ແລະ​ ນຳໃຊ້ທາງລົດໄຟ​ ລາວ-ຈີນ​ ໃຫ້ເກີດຜົນປະໂຫຍດສູງສຸດ​ ເພື່ອ ໃຫ້ເສັ້ນທາງລົດໄຟ​ ເປັນແຮງຂັບ ເຄື່ອນສຳຄັນໃນການພັດທະນາ​ ເສດຖະກິດ-ສັງຄົມ​ ຂອງແຂວງອຸ ດົມໄຊ​ ແລະ​ ພາກເໜືອ​ ໃນໄລຍະ ຍາວ.​​​​

ຂ່າວ:​ຄຳພັນ​ແກ້ວມະນີ

KPL

ຂ່າວອື່ນໆ

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top