ຂປລ
- ຮຽນບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ພີ່ນ້ອງ ຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ, ເນື່ອງໃນໂອກາດ ຄົບຮອບ 59 ປີ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ ໃນວັນທີ 8 ສິງຫາ 1967 ແລະ ຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາ ຊຽນ ໃນວັນທີ 23 ກໍລະກົດ 1997, ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນມາຍັງ ບັນດາທ່ານຜູ້ນໍາພັກ-ລັດ, ພະນັກ ງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງ ພາຍໃນ ແລະ ຕ່າງປະເທດ, ທີ່ ພວມປະຕິບັດໜ້າທີ່ ແລະ ດໍາລົງ ຊີວິດຢູ່ ສປປ ລາວ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນ ການເຄື່ອນໄຫວວຽກງານອາຊຽນ ຕະຫລອດໄລຍະຜ່ານມາ.
- ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ
ທີ່ຮັກແພງທັງຫລາຍ, ອາຊຽນ ເປັນ
ອົງການຈັດຕັ້ງພາກພື້ນລະຫວ່າງ
ລັດຖະບານທີ່ມີຄວາມຫລາກຫລາຍ,
ແຕ່ມີເປົ້າໝາຍລວມດຽວກັນຄືການ
ປົກປັກຮັກສາ ແລະ ສົ່ງເສີມສັນຕິ
ພາບ, ສະຖຽນລະພາບ ແລະ ການ
ຮ່ວມມືເພື່ອຄວາມສົມບູນພູນສຸກ.
ຄືດັ່ງທີ່ພວກເຮົາຮັບຊາບນໍາກັນ
ແລ້ວວ່າຕະຫລອດໄລຍະ 59 ປີ
ຜ່ານມາ, ອາຊຽນ ໄດ້ມີວິວັດທະນາການ ສອດຄ່ອງກັບສະພາບພາກພື້ນແລະ ສາກົນໃນແຕ່ລະໄລຍະ ແລະ ກໍ
ໄດ້ເຕີບໃຫຍ່ຂະຫຍາຍຕົວມີຜົນສໍາ
ເລັດເປັນກ້າວໆມາໂດຍຜ່ານການ
ຮ່ວມມືຕາມກົນໄກ ແລະ ວິຖີທາງ
ຂອງອາຊຽນ ຊຶ່ງໄດ້ຮັບການພິສູດ
ແລ້ວວ່າເປັນວິຖີທາງການຮ່ວມມື
ທີ່ສອດຄ່ອງກັບຈຸດພິເສດຂອງພາກ
ພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ມີ
ເອກະລັກສະເພາະ ແລະ ມີຄວາມ
ຫລາກຫລາຍທາງດ້ານວັດທະນະ
ທໍາ, ຮີດຄອງປະເພນີ, ລະບອບການ
ເມືອງ ແລະ ອື່ນໆ.
ອາຊຽນເປັນຂົງເຂດທີ່ມີສັນຕິ
ພາບ ແລະ ສະຖຽນລະພາບມາຍາວ
ນານ, ມີການຮ່ວມມື ແລະ ເຊື່ອມ
ໂຍງດ້ານເສດຖະກິດຂອງພາກພື້ນ
ແລະ ສາກົນເປັນກ້າວໆອັນໄດ້ປະ
ກອບສ່ວນເຂົ້າໃນການປັບປຸງຊີວິດ
ການເປັນຢູ່ຂອງປະຊາຊົນອາຊຽນ
ໃຫ້ນັບມື້ນັບດີຂຶ້ນ. ພ້ອມນີ້, ຜົນສໍາ
ເລັດຂອງອາຊຽນແມ່ນເປັນທີ່ຮັບຮູ້
ຢ່າງກວ້າງຂວາງຈາກສາກົນ ໂດຍ
ສະເພາະແມ່ນຄວາມເປັນແກນກາງ,
ບົດບາດການນໍາພາ ແລະ ຄວາມ
ເປັນເອກະສັນຂອງອາຊຽນ ທີ່ເປັນ
ຫລັກການພື້ນຖານສໍາຄັນ ເພື່ອ
ຮັບປະກັນໃຫ້ແກ່ຜົນສໍາເລັດໃນແຕ່
ລະດ້ານຂອງອາຊຽນ.
ຈາກສະມາຊິກຜູ້ກໍ່ຕັ້ງ 5 ປະເທດ
ໃນປີ 1967, ປັດຈຸບັນອາຊຽນ ໄດ້
ຮັບເອົາຕີມໍແລັດສະເຕ ເຂົ້າເປັນສະ
ມາຊິກສົມບູນຂອງອາຊຽນ ເປັນ
ປະເທດທີ 11 ໃນເດືອນຕຸລາ 2025
ຜ່ານມາທີ່ມາເລເຊຍ, ພວກເຮົາເຊື່ອ
ໝັ້ນວ່າການເຂົ້າເປັນສະມາຊິກອາ
ຊຽນຂອງຕີມໍແລັດສະເຕ ຈະເປັນ
ການປະກອບສ່ວນອັນສໍາຄັນໃນ
ການເສີມສ້າງປະຊາຄົມອາຊຽນໃຫ້
ມີຄວາມເຂັ້ມແຂງ.
ໃນປີ 2026 ນີ້, ອາຊຽນ ກໍຄື
ຫລາຍພາກພື້ນໄດ້ຜະເຊີນກັບສິ່ງ
ທ້າທາຍຫລາຍຢ່າງ ໂດຍສະເພາະ
ຄວາມບໍ່ແນ່ນອນດ້ານພູມສາດການ
ເມືອງ ແລະ ພູມສາດເສດຖະກິດ
ຂອງໂລກ, ຄວາມຂັດແຍ່ງທີ່ເກີດ
ຂຶ້ນຢູ່ຫລາຍພາກພື້ນ, ການປ່ຽນ
ແປງດິນຟ້າອາກາດ, ໄພພິບັດທໍາ
ມະຊາດ ແລະ ອື່ນໆ ໄດ້ສົ່ງຜົນກະ
ທົບໂດຍກົງ ແລະ ທາງອ້ອມຕໍ່ການ
ພັດທະນາເສດຖະກິດ, ລວມທັງ
ຄວາມໝັ້ນຄົງດ້ານສະບຽງອາຫານ
ແລະ ພະລັງງານ ແລະ ຊີວິດການ
ເປັນຢູ່ຂອງປະຊາຊົນ. ຕໍ່ໜ້າສະ
ພາບການດັ່ງກ່າວ, ອາຊຽນ ໄດ້ເພີ່ມ
ທະວີການຮ່ວມມືພາຍໃນຫລາຍຂຶ້ນ
ກວ່າເກົ່າ ເພື່ອຮັບມືກັບສິ່ງທ້າທາຍ
ຕ່າງໆ ໂດຍການເສີມຂະຫຍາຍ
ການຄ້າ ແລະ ການລົງທຶນພາຍໃນ
ອາຊຽນ ແລະ ກັບຄູ່ຮ່ວມມືທີ່ມີທ່າ
ແຮງ ໂດຍສະເພາະຄວາມໝັ້ນຄົງ
ດ້ານພະລັງງານພາຍໃຕ້ຂອບສັນຍາ
ວ່າດ້ວຍຄວາມໝັ້ນຄົງດ້ານນໍ້າມັນ
ເຊື້ອໄຟອາຊຽນ, ແລະ ເຄືອຂ່າຍພະ
ລັງງານອາຊຽນ.
ປີນີ້ ຍັງເປັນປີທີ່ມີຄວາມໝາຍ
ສໍາຄັນເພາະເປັນປີທໍາອິດຂອງ
ການເລີ່ມຈັດຕັ້ງປະຕິບັດວິໄສທັດ
ປະຊາຄົມອາຊຽນ 2045, ລວມ
ທັງແຜນຍຸດທະສາດຂອງສາມເສົາ
ຄໍ້າປະຊາຄົມອາຊຽນ ແລະ ແຜນ
ຍຸດທະສາດການເຊື່ອມຈອດອາ
ຊຽນ, ພ້ອມທັງເປັນປີຄົບຮອບ
50 ປີ ຂອງສົນທິສັນຍາໄມຕີຈິດ
ແລະ ການຮ່ວມມືໃນອາຊີຕາເວັນ
ອອກສ່ຽງໃຕ້ ຫລື TAC. ເພື່ອ
ເປັນການຢໍ້າຄືນຄວາມມຸ່ງມາດ
ປາຖະໜາຢ່າງແຮງກ້າ ເພື່ອຮັດ
ແໜ້ນສັນຕິພາບສາກົນ ແລະ ຄວາມ
ມີສະຖຽນລະພາບໃນພາກພື້ນ, ໃນ
ໂອກາດກອງປະຊຸມລັດຖະມົນຕີ
ຕ່າງປະເທດອາຊຽນ ຄັ້ງທີ 59 ແລະ
ບັນດາກອງປະຊຸມລັດຖະມົນຕີທີ່
ກ່ຽວຂ້ອງຈັດຂຶ້ນໃນເດືອນກໍລະກົດ
2026 ຜ່ານມາທີ່ຟີລິບປິນ ພາຍ
ໃຕ້ຄໍາຂວັນ “Navigating Our
Future Together ຫລື ການນໍາ
ທາງອະນາຄົດຂອງອາຊຽນຮ່ວມ
ກັນ”, ອາຊຽນ ໄດ້ຮັບເອົາລິດໂຕ
ເນຍ, ໂປໂລຍ, ຣູມານີ ແລະ ຊູແອດ
ເຂົ້າເປັນພາຄີຂອງສົນທິສັນຍາ
ດັ່ງກ່າວ, ເຮັດໃຫ້ຈໍານວນພາຄີ
ສົນທິສັນຍາໄມຕີຈິດ ແລະ ການ
ຮ່ວມມືໃນອາຊີຕາເວັນອອກສ່ຽງ
ໃຕ້ເພີ່ມເປັນ 62 ພາຄີ ຈາກພາກພື້ນ
ຕ່າງໆຢູ່ໃນໂລກ.
ການຮ່ວມມືລະຫວ່າງອາຊຽນ
ກັບຄູ່ຮ່ວມມືພາຍນອກພາຍໃຕ້ກົນ
ໄກການຮ່ວມມືທີ່ອາຊຽນສ້າງຕັ້ງ
ຂຶ້ນ ແລະ ອາຊຽນ ເປັນແກນກາງ
ແລະ ເປັນຜູ້ນຳພາກໍໄດ້ຮັບການ
ຂະຫຍາຍຕົວເປັນກ້າວໆມາ ໂດຍໄດ້
ຂະຫຍາຍການເປັນຄູ່ຮ່ວມເຈລະຈາ
ກວມເອົາບັນດາປະເທດໃຫຍ່ໃນ
ໂລກ ແລະ ໄດ້ສ້າງຫລາຍຮູບແບບ
ການຮ່ວມມືກັບພາຍນອກຕາມທ່າ
ແຮງ ແລະ ຄວາມເໝາະສົມກັບ
ສະພາບການຕົວຈິງ. ປີນີ້, ອາຊຽນ
ໄດ້ເຫັນດີຮັບເອົາຕວັກກີ ເປັນຄູ່
ເຈລະຈາອາຊຽນ ເປັນອັນດັບທີ 12,
ໄດ້ຮັບເອົາດານມາກ, ເຢຍລະມັນ
ແລະ ກາຕາ ເປັນຄູ່ຮ່ວມຂະແໜງ
ການຂອງອາຊຽນ ແລະ ໄດ້ຮັບເອົາ
ອັງກິດ ເຂົ້າເປັນປະເທດຜູ້ເຂົ້າຮ່ວມ
ທີ 28 ຂອງເວທີພາກພື້ນອາຊຽນ.
- ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ
ທີ່ຮັກແພງທັງຫລາຍ,
ຕະຫລອດໄລຍະເວລາ 29 ປີ
ທີ່ ສປປ ລາວ ເຂົ້າເປັນສະມາຊິກ
ອາຊຽນ, ພວກເຮົາສາມາດຍາດໄດ້
ຜົນສໍາເລັດເປັນກ້າວໆມາ ໂດຍໄດ້
ປະກອບສ່ວນຢ່າງຕັ້ງໜ້າໃນຂະ
ບວນການລວມຂອງອາຊຽນຢ່າງ
ຫ້າວຫັນ ແລະ ເຕັມສ່ວນ ແລະ ດ້ວຍ
ຄວາມຮັບຜິດຊອບສູງ ຊຶ່ງໄດ້ຮັບ
ຜົນປະໂຫຍດຫລາຍດ້ານ. ສິ່ງດັ່ງ
ກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າ
ໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ, ໄດ້ຍົກສູງ
ຖານະບົດບາດຂອງ ສປປ ລາວ ໃຫ້
ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ
ສາກົນ. ສປປ ລາວ ກໍສືບຕໍ່ໄດ້ຮັບ
ຄວາມໄວ້ເນື້ອເຊື່ອໃຈ ແລະ ການ
ສະໜັບສະໜູນຊ່ວຍເຫລືອຈາກ
ປະເທດສະມາຊິກອາຊຽນດ້ວຍ
ກັນ ກໍຄື ປະເທດຄູ່ເຈລະຈາ ແລະ
ຄູ່ຮ່ວມມືພາຍນອກອາຊຽນທັງ
ໃນຂອບສອງຝ່າຍ ແລະ ຫລາຍ
ຝ່າຍ. ນອກນີ້, ເຫັນວ່າຜ່ານການ
ເຄື່ອນໄຫວຕົວຈິງໃນທຸກຂົງເຂດ,
ຊັບພະຍາກອນມະນຸດຂອງພວກ
ເຮົາກໍໄດ້ຮັບການພັດທະນາຂຶ້ນ
ເລື້ອຍໆ. ການຄ້າ, ການລົງທຶນ ແລະ
ການເຊື່ອມໂຍງ-ເຊື່ອມຈອດພາກ
ພື້ນກໍໄດ້ຮັບການປັບປຸງ ແລະ ຂະ
ຫຍາຍຕົວໃຫ້ມີຄວາມສະດວກ ແລະ
ຫັນເປັນທັນສະໄໝເທື່ອລະກ້າວ.
ສິ່ງດັ່ງກ່າວ ຍັງໄດ້ຊ່ວຍໃຫ້ ສປປ
ລາວ ເສີມຂະຫຍາຍຄວາມເຂັ້ມ
ແຂງໃນການເຊື່ອມຕໍ່ພື້ນຖານໂຄງ
ລ່າງຕ່າງໆເຊັ່ນ: ທາງລົດໄຟ, ທາງ
ຫລວງ ແລະ ທ່າບົກ ຊຶ່ງມີຄວາມ
ສໍາຄັນຢ່າງຍິ່ງໃນການຫັນ ສປປ
ລາວ ຈາກປະເທດທີ່ບໍ່ມີຊາຍແດນ
ຕິດຈອດກັບທະເລກາຍເປັນປະເທດ
ເຊື່ອມໂຍງ-ເຊື່ອມຈອດຂອງພາກ
ພື້ນ ແລະ ສາກົນ.
ຂ້າພະເຈົ້າຕີລາຄາວ່ານີ້ແມ່ນ
ໝາກຜົນອັນເປັນຮູບປະທໍາຂອງ
ການດໍາເນີນນະໂຍບາຍການຕ່າງ
ປະເທດສັນຕິພາບ, ເອກະລາດ, ມິດ
ຕະພາບ ແລະ ການຮ່ວມມື ກໍຄື
ການເຄື່ອນໄຫວວຽກງານການ
ຕ່າງປະເທດທີ່ຫ້າວຫັນ ແລະ ເປັນ
ເຈົ້າການຂອງບັນດາກະຊວງ, ຂະ
ແໜງການ ແລະ ພາກສ່ວນຕ່າງໆ
ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ.
ປັດຈຸບັນ, ເຖິງວ່າພາຍໃນອາ
ຊຽນຍັງມີຄວາມທ້າທາຍຫລາຍ
ປະການ, ແຕ່ອາຊຽນຍັງຈະສືບຕໍ່
ຍຶດໝັ້ນໃນບັນດາຫລັກການພື້ນ
ຖານຂອງຕົນ, ການຮ່ວມມືຫລາຍ
ຝ່າຍ, ການປຶກສາຫາລື, ການເຈລະ
ຈາ, ການຜ່ອນສັ້ນຜ່ອນຍາວ ແລະ
ການທູດ ເພື່ອເປັນການສົ່ງເສີມ
ຄວາມໄວ້ເນື້ອເຊື່ອໃຈ, ຮັດແໜ້ນ
ຄວາມສາມັກຄີ ແລະ ຮ່ວມມືກັນ
ເພື່ອການພັດທະນາຂອງພາກພື້ນ.
ຂ້າພະເຈົ້າຂໍຖືໂອກາດນີ້ ສະ
ແດງຄວາມຂອບໃຈຢ່າງຈິງໃຈ
ແລະ ຂໍສົ່ງພອນໄຊອັນປະເສີດມາ
ຍັງການນໍາພັກ-ລັດ, ບັນດາກະຊວງ
ຂະແໜງການ, ທະຫານ, ຕໍາ
ຫລວດ, ທຸກພາກສ່ວນໃນສັງຄົມ
ແລະ ປະຊາຊົນບັນດາເຜົ່າໃນທົ່ວ
ປະເທດ ທີ່ໄດ້ປະກອບສ່ວນຢ່າງ
ຕັ້ງໜ້າເຂົ້າໃນວຽກງານອາຊຽນ
ກໍຄື ພາລະກິດປົກປັກຮັກສາ ແລະ
ສ້າງສາປະເທດຊາດຕະຫລອດ
ໄລຍະຜ່ານມາ, ຈົ່ງມີສຸຂະພາບແຂງ
ແຮງ, ມີຄວາມຜາສຸກ ແລະ ປະສົບ
ຜົນສໍາເລັດໃນໜ້າທີ່ວຽກງານອັນມີ
ກຽດສະຫງ່າຂອງທ່ານ.
ຊົມເຊີຍວັນອາຊຽນ ຄົບຮອບ
59 ປີ ແລະ ຊົມເຊີຍ ສປປ ລາວ
ເຂົ້າເປັນສະມາຊິກອາຊຽນ ຄົບຮອບ
29 ປີ.
KPL