ເລຂາທິການໃຫຍ່ ຕອນຮັບຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ

11/08/2026 09:16
Email Print 107
ຂປລ ເມື່ອບໍ່ດົນມານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ແລະ ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ,

ຂປລ.  ນຳໂດຍສະຫາຍ ດວານ ມິງ ຮວັນ ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີ່ມິງ, ຮອງປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

     ໃນໂອກາດນີ້, ສະຫາຍ ທອງລຸນ  ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເຮັດວຽກຮ່ວມກັນລະຫວ່າງຄະນະຜູ້ແທນຫວຽດນາມ ກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂອງ ສປປ ລາວ. ພ້ອມທັງ, ຊີ້ນໍາໃຫ້ບັນດາສະຖາບັນຂອງທັງສອງຝ່າຍສືບຕໍ່ຜັນຂະຫຍາຍຜົນຂອງການປຶກສາຫາລືໃນຄັ້ງນີ້ ໃຫ້ກາຍເປັນແຜນງານ ແລະ ໂຄງການຮ່ວມມືຕົວຈິງທີ່ແຫລມຄົມ, ເລິກເຊິ່ງ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.    ສະຫາຍ ດວານ ມິງ ຮວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ, ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນສະໜິດສະໜົມ ແລະ ພອນໄຊອັນປະເສີດຈາກຄະນະການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ມາຍັງສະຫາຍ ທອງລຸນ ສີສຸລິດ ແລະ ບັນດາການນຳຂອງລາວ.

    ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ສະແດງເຖິງຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ລາວ- ຫວຽດນາມ ທີ່ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນຮາກຖານທາງດ້ານອຸດົມການການເມືອງ ແລະ ຊຸກຍູ້ພາລະກິດການປົກຄອງ ແລະ ການພັດທະນາປະເທດຊາດຂອງສອງປະເທດ ໃຫ້ກ້າວຂຶ້ນຢ່າງໜັກແໜ້ນ. ທັງສະແດງໃຫ້ເຫັນເຖິງຄວາມສຳຄັນທາງດ້ານການເມືອງ ແລະ ທິດສະດີແນວຄິດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ການຮ່ວມມືຢ່າງເລິກເຊິ່ງລະຫວ່າງບັນດາສະຖາບັນຄົ້ນຄວ້າທິດສະດີການເມືອງ ແລະ ວິທະຍາສາດສັງຄົມຂອງສອງປະເທດຖືເປັນກຳລັງແຮງຫລັກແຫລ່ງໃນການປົກປ້ອງ, ເສີມຂະຫຍາຍ ແລະ ພັດທະນາແນວທາງກໍ່ສ້າງສັງຄົມນິຍົມໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະປະເທດໃນຍຸກສະໄໝໃໝ່.

KPL

ຂ່າວອື່ນໆ

    • ໂທລະເລກເສົ້າສະຫລົດໃຈຈາກ ຈາກ ສສ ຫວຽດນາມ ຕໍ່ການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ໂທລະເລກເສົ້າສະຫລົດໃຈຈາກ ຈາກ ສສ ຫວຽດນາມ ຕໍ່ການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ

      8/11/2026 9:42:21 AM

      ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ຄະນະນຳບັນດາກະຊວງ-ອົງການ ສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຄະນະນຳບັນດາກະຊວງ-ອົງການ ສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/11/2026 9:34:21 AM

      ໃນວັນທີ 10 ສິງຫາ 2026 ນີ້, ການນໍາບັນດາກະຊວງ, ອົງການ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ີໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ດ້ວຍພະຍາດເສ້ັນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.

    • ສະຖານທູດມາລາວ ປະຈຳຫວຽດນາມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ສະຖານທູດມາລາວ ປະຈຳຫວຽດນາມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

      8/11/2026 9:20:48 AM

      ໃນວັນທີ 10 ສິງຫາ 2026, ທີ່ນະຄອນຫລວງຮ່າໂນ້ຍ, ຄະນະພັກ, ຄະນະນຳສະຖານເອກ ອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ນຳໂດຍສະຫາຍ ນາງ ຄຳເພົາ ເອີນທະວັນ ເລຂາຄະນະພັກ ຮາກຖານ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ວາງພວງມາລາ ແລະ ຂຽນປື້ມໄວ້ອາໄລສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ເສຍຊີວິດໃນ ວັນທີ 8 ສິງຫາ 2026 ດ້ວຍພະຍາດ ເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.

    • ສານຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດໂອກາດວັນຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນການເມືອງ

      ສານຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດໂອກາດວັນຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

      8/10/2026 10:03:48 PM

      - ຮຽນບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ພີ່ນ້ອງ ຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ, ເນື່ອງໃນໂອກາດ ຄົບຮອບ 59 ປີ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ ໃນວັນທີ 8 ສິງຫາ 1967 ແລະ ຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາ ຊຽນ ໃນວັນທີ 23 ກໍລະກົດ 1997, ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນມາຍັງ ບັນດາທ່ານຜູ້ນໍາພັກ-ລັດ, ພະນັກ ງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງ ພາຍໃນ ແລະ ຕ່າງປະເທດ, ທີ່ ພວມປະຕິບັດໜ້າທີ່ ແລະ ດໍາລົງ ຊີວິດຢູ່ ສປປ ລາວ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນ ການເຄື່ອນໄຫວວຽກງານອາຊຽນ ຕະຫລອດໄລຍະຜ່ານມາ.

    • ປະທານສະພາແຫ່ງຊາດ ສສ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ປະທານສະພາແຫ່ງຊາດ ສສ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/10/2026 9:50:46 PM

      ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ເຈີນ ແທງ ເໝີ້ນ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງສສ ຫວຽດນາມ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດ ນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 8 ສິງຫາ 2026 ຜ່ານມາ.

ads
ads

Top