ສ.ອາເມລິກາ ມີຄັງສຳຮອງນ້ຳມັນເຊື້ອໄຟຍຸດທະສາດ ຫລຸດລົງເຫລືອຕ່ຳກວ່າ 300 ລ້ານຖັງ

11/08/2026 11:32
Email Print 102
ຂປລ ນັບ​ມາ​ຮອດ​ເວ​ລາ ​ປິດ​ຕະຫລາດ ​ໃນວັນ​ທີ 10 ສິງ​ຫາ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​​ ທີ່ສັ່ງ​ຊື້​ລ່ວ​ງ​ໜ້າ​ ເຊິ່ງ​ຈະ​ສົ່ງມອບ​ ໃນ​ເດືອນ​ກັນ​ຍາ ​ໃນ​ຕະຫລາດ​​ຊື້-​ຂາຍ ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 3,95 ໂດ​ລາສະຫະລັດ ​ມາ​ຢູ່​ທີ່ 82.13 ໂດ​ລາສະ ຫະລັດ, ເພີ່ມ​ຂຶ້ນ 5.05%

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ລາ​ຄາ​ນ້ຳ​ມັນ​ສາ​ກົນ​ ໄດ້​ເພີ່ມ​ຂຶ້ນ​ ຢ່າງ​ຈະ​ແຈ້ງ. ນັບ​ມາ​ຮອດ​ເວ​ລາ ​ປິດ​ຕະຫລາດ ​ໃນວັນ​ທີ 10 ສິງ​ຫາ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​​ ທີ່ສັ່ງ​ຊື້​ລ່ວ​ງ​ໜ້າ​ ເຊິ່ງ​ຈະ​ສົ່ງມອບ​ ໃນ​ເດືອນ​ກັນ​ຍາ ​ໃນ​ຕະຫລາດ​​ຊື້-​ຂາຍ ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 3,95 ໂດ​ລາສະຫະລັດ ​ມາ​ຢູ່​ທີ່ 82.13 ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 5.05%; ລາ​ຄາ​ນ້ຳ​ມັນ​ດິບ ແບ​ຣນ​ລອນດອນ ທີ່​ສັ່ງ​ຊື້​ລ່ວງ​ໜ້າ ເຊິ່ງ​ຈະ​ສົ່ງມອບ​ໃນ​ເດືອນ​ຕຸ​ລາ​​ປີ​ນີ້​ ໄດ້​ເພີ່ມ​ຂຶ້ນ 4,17 ໂດ​ລາສະຫະລັດ ມາ​ຢູ່​ທີ່ 87,72 ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 4,99%. ຕົວ​ເລກ​ຂໍ້​ມູນ​ ຈາກ​ກະ​ຊວງ​ພະ​ລັງ​ງານ​ ອາ​ເມ​ລິກາ ​ສະ​ແດງ​ໃຫ້​ເຫັນ​ວ່າ: ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ ຍຸ​ດ​ທະ​ສາດ ​ຂອງ​ ສ.ອາ​ເມ​ລິ​ກາ​ ໃນ​ເດືອນ​ສິງ​ຫາ​ ໄດ້ຫລຸດ​ລົງ​​ເຫລືອ 298,7 ລ້ານ​ຖັງ(ບາ​ເຣວ) ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ຕ່ຳ​ສຸດ ​ນັບ​ແຕ່​ປີ 1983 ເປັນ​ຕົ້ນ​ມາ. ຕາມ​ຂ່າວ​ແຈ້ງວ່າ, ຄື​ກັນ​ກັບ​ປະ​ເທດ​ອື່ນໆ, ສ.ອາ​ເມ​ລິກາ​ ໄດ້​ປ່ອຍ​ນ້ຳ​ມັນ​ດິບ​ ໃນ​ຄັງ​ສຳ​ຮອງອອກ​ມາ​ຕະຫລອດ ເພື່ອແກ້​ໄຂ​ບັນ​ຫາ​ຂາດເຂີນ​ນ້ຳ​ມັນ​ ໃນ​ຕະຫລາດ ​ຍ້ອນ​ສົງ​ຄາມ​ ທີ່​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ ​ຕາ​ເວັນ​ອອກ​ກາງ. ລັດ​ຖະ​ບານ​ໂດ​ນັນ ທ​ຣຳ ​ເຄີຍ​ສັ່ງ​ໃຫ້​ປ່ອຍ​ຄັງສຳ​ຮອງ​ນ້ຳ​ມັນ 172 ລ້ານ​ຖັງ​ ໃນ​ເດືອນ​ມີ​ນາ​ປີ​ນີ້ ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕະຫລາດ​ທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top