ຂປລ
ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ເຈີນ ແທງ ເໝີ້ນ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງສສ ຫວຽດນາມ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດ ນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 8 ສິງຫາ 2026 ຜ່ານມາ.
ການເຂົ້າວາງພວງມາລາ ແລະ
ໄວ້ອາໄລໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມ
ອາໄລອາວອນຂອງພັກ, ລັດ ແລະ
ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່
ການຈາກໄປຂອງຜູ້ນໍາທີ່ສໍາຄັນ
ຂອງ ສປປ ລາວ, ພ້ອມທັງສະ
ທ້ອນໃຫ້ເຫັນເຖິງສາຍພົວພັນມິດ
ຕະພາບ, ຄວາມສາມັກຄີ ແລະ ມິດ
ຕະພາບອັນແໜ້ນແຟ້ນລະຫວ່າງ
ພັກ, ລັດ ແລະ ປະຊາຊົນ ລາວຫວຽດນາມ.
ໃນໂອກາດດຽວກັນນີ້ ສະຫາຍ
ພົນໂທ ເລວັນຕຽນ ກຳມະການ
ສູນກາງພັກກອມມູນິດຫວຽດນາມ,
ຮອງລັດຖະມົນຕີກະຊວງປ້ອງກັນ
ຄວາມສະຫງົບ ແຫ່ງ ສສ ຫວຽດ
ນາມ, ສະຫາຍ ພົນໂທ ຫວຽນ
ເຈື່ອງຖັງ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດຫວຽດນາມ ພ້ອມ
ດ້ວຍຄະນະກໍໄດ້ເຂົ້າວາງພວງມາ
ລາ ແລະ ໄວ້ອາໄລຕໍ່ການຈາກ
ໄປຂອງສະຫາຍ ໄຊສົມພອນ
ພົມວິຫານ ເຊັ່ນດຽວກັນ.
ສະຫາຍ ໄຊສົມພອນ ພົມວິຫານ
ໄດ້ເຖິງແກ່ມໍລະນະກຳໃນເວລາ
11:18 ໂມງ ຂອງວັນທີ 8 ສິງຫາ
2026 ດ້ວຍພະຍາດເສັ້ນເລືອດອັກ
ເສບທີ່ຮ້າຍແຮງ, ລວມອາຍຸໄດ້
70 ປີ. ລັດຖະບານ ແຫ່ງ ສປປ ລາວ
ແລະ ສູນກາງແນວລາວສ້າງຊາດ
ຕົກລົງໄວ້ທຸກລະດັບຊາດ ເປັນເວລາ
4 ວັນ ໂດຍເລີ່ມແຕ່ວັນທີ 9-12
ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ
ນະຄອນຫລວງວຽງຈັນ, ພິທີສົ່ງ
ສະການຢ່າງເປັນທາງການຈະໄດ້
ຈັດຂຶ້ນໃນວັນທີ 12 ສິງຫາ 2026,
ຢູ່ສະໜາມຫລວງນະຄອນຫລວງ
ວຽງຈັນ.
ຂ່າວ: ທະນູທອງ
ພາບ: ຂັນໄຊ-ເກດສະໜາ
KPL