ຂປລ
ໃນວັນທີ 10 ສິງຫາ 2026 ນີ້, ການນໍາບັນດາກະຊວງ, ອົງການ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ີໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ດ້ວຍພະຍາດເສ້ັນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.
ຂປລ. ການເຂົ້າວາງພວງມາລາ ແລະ ໄວ້ອາໄລໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບ, ອາໄລຮັກເຖິງຄຸນງາມຄວາມດີຕ່ໍສະຫາຍ ໄຊສົມພອນ ພົມວິຫານ ຜູ້ທີ່ໄດ້ອຸທິດກຳລັງກາຍ, ກຳລັງໃຈ ແລະ ສະຕິປັນຍາເພື່ອພາລະກິດຮັບໃຊ້ຊາດ ແລະ ປະຊາຊົນ. ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສ້າງຄວາມອາໄລອາວອນຢ່າງສຸດຊຶ້ງໃຫ້ແກ່ຄອບຄົວ, ຍາດພີ່ນ້ອງ, ບັນດາການນຳ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ.
ການເຂົ້າວາງພວງມາລາຄັ້ງນີ້, ປະກອບມີ ກະຊວງສຶກສາທິການ ແລະ ກິລາ ນຳໂດຍສະຫາຍ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົອ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ,

ລັດຖະມົນຕີກະຊວງປ້ອງກັນປະເທດ; ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ;

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວນໍາ ໂດຍສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ;

ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຄົມນັກທຸລະກິດໜຸ່ມລາວ ແລະ ຄະນະທ່ີປຶກສາດ້ານເສດຖະກິດໜຸ່ມລາວ ນໍາໂດຍສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ;

ກະຊວງການເງິນ ນໍາໂດຍສະຫາຍ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ; ສະຖານທູດ ຫວຽດນາມ ປະຈໍາລາວ ນຳພາໂດຍສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ; ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາໂດຍສະຫາຍ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ 9, ຊຸດທີ 10 ແລະ ກອງເລຂາ ນໍາໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ;

ກະຊວງການຕ່າງປະເທດ ນໍາໂດຍສະຫາຍ ໄມທອງ ທຳມະວົງສາ ແລະ ສະຫາຍ ພົງສະຫວັນ ສິສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ນໍາໂດຍສະຫາຍ ນາງ ໃບຄໍາ ຂັດທິຍະ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ. ພ້ອມນີ້ ຍັງມີບັນດາຄອບຄົວການນຳ, ອະດີດການນຳພັກ, ລັດ, ບັນດາອົງການ, ບໍລິສັດ, ທະນາຄານຕ່າງໆກໍໄດ້ເຂ້ົາວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ.
ຢ່າງໃດກໍຕາມ, ບັນດາການນຳ ແລະ ພາກສ່ວນຕ່າງໆຍັງຈະສືບຕໍ່ເຂົ້າວາງພວງມາລາ ແລະ ໄວ້ອາໄລ ເພື່ອຮ່ວມສົ່ງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນຄັ້ງສຸດທ້າຍດ້ວຍຄວາມເຄົາລົບ ແລະ ອາໄລອາວອນ ຊຶ່ງພິທີຊາປະນະກິດສົບຈະໄດ້ຈັດ ຂຶ້ນໃນວັນທີ 12 ສິງຫາ 2026 ຢູ່ສະໜາມຫລວງນະຄອນຫລວງວຽງຈັນ.
ຂ່າວ: ທະນູທອງ; ພາບ: ຂັນໄຊ-ອ່າຍຄຳ
KPL