ເລຂາທິການໃຫຍ່ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

10/08/2026 21:45
ຂປລ ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ ການຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລ ເຖິງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການ ກົມການເມືອງສູນກາງພັກປະຊາ ຊົນປະຕິວັດລາວ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ທີ່ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາ 2026 ຜ່ານມາ.

 ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິ ຫານງານສູນກາງພັກ, ສະພາແຫ່ງ ຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວ ລາວສ້າງຊາດ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ສະແດງຄວາມຊາບຊຶ້ງ ແລະ ຂອບ ໃຈຕໍ່ສະຫາຍ ເຈີນ ແທັງ ເໝີ້ນ ທີ່ໄດ້ ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງເດີນທາງມາຮ່ວມພິທີວາງ ພວງມາລາ ແລະ ໄວ້ອາໄລເຖິງດວງ ວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງເປັນການບິແບ່ງ ຄວາມເສົ້າໂສກເສຍດາຍຂອງພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າ ແລະ ທັງເປັນການສະແດງ ໃຫ້ເຫັນນໍ້າໃຈແຫ່ງສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດອັນສະເໝີຕົ້ນສະເໝີ ປາຍລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມ ຊຶ່ງຍາມໃດການ ນໍາສອງພັກ, ສອງລັດ ກໍໄດ້ຢັ້ງຢືນ ວ່າຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນຂອງສອງປະເທດ ລາວ-ຫວຽດນາມ ນັ້ນແມ່ນເປັນ ກົດເກນພາວະວິໄສ, ເປັນປັດໄຈ ທີ່ມີຄວາມໝາຍຕັດສິນໄຊຊະນະ ພາລະກິດປະຕິວັດຂອງແຕ່ລະພັກ, ແຕ່ລະປະເທດ, ເຖິງວ່າສະພາບການ ຂອງໂລກ ຈະຜັນແປໄປຢ່າງສັບສົນ ກໍຕາມແຕ່ສອງປະເທດຍັງຕັດສິນ ໃຈຮ່ວມກັນປົກປັກຮັກສາ ແລະ ເສີມ ຂະຫຍາຍສາຍພົວພັນພິເສດ, ບໍລິສຸດ ຜຸດຜ່ອງ, ໃສແຈ້ງ ແລະ ຫາຍາກ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ເປັນໜຶ່ງໃນບັນດາສະຫາຍການ ນໍາຫລັກແຫລ່ງຂອງພັກປະຊາຊົນ ປະຕິວັດລາວທີ່ມີຄວາມຮູ້ຄວາມ ສາມາດ ແລະ ແກນນໍາຂອງສູນ ກາງພັກ ໃນການນໍາພາ-ຊີ້ນໍາ ການປະຕິວັດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ກໍຄື ເປັນຜູ້ນໍາ ໜ້າໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານມີ ຫລັກການຂອງພັກ; ເປັນນັກປະຕິ ວັດທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດ, ຕະຫລອດຊີວິດຂອງ ສະຫາຍໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະ ຊາຊົນລາວບັນດາເຜົ່າ. ໃນຍາມ ຍັງມີຊີວິດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່ ລາວຫວຽດນາມ, ຖືເປັນບຸລິມະສິດ ອັນດັບຕົ້ນໃນແນວທາງການຕ່າງ ປະເທດຂອງຕົນ, ມີຄວາມຮັກແພງ ສະໜິດສະໜົມກັບຜູ້ນໍາພັກ, ລັດ ຫວຽດນາມ ແລະ ຢືນຢັນວ່າໃນ ທ່າມກາງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລຮັກຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນ ການກະທໍາຕົວຈິງ, ສາມັກຄີເປັນ ປຶກແຜ່ນແໜ້ນໜາອ້ອມຂ້າງຄະນະ ບໍລິຫານງານສູນກາງພັກ ເສີມ ຂະຫຍາຍມູນເຊື້ອອັນສະຫງ່າອົງ ອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຂອງພັກສູ່ ລວງເລິກ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນກ້າວຂຶ້ນ ຕາມຈຸດໝາຍສັງຄົມນິຍົມ. ສະຫາຍ ເຈີນ ແທງ ເໝີ້ນ ໄດ້ ຕາງໜ້າສູນກາງພັກ, ປະທານປະ ເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດ ນາມ ສະແດງຄວາມເສົ້າສະຫລົດ ໃຈ ແລະ ອາໄລອາວອນຢ່າງສຸດ ຊຶ້ງຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາວ່າສະຫາຍ ໄຊສົມພອນ ພົມວິຫານ ແມ່ນການ ນຳຫລັກແຫລ່ງຂອງສູນກາງພັກ ປະຊາຊົນປະຕິວັດລາວ, ເປັນຜູ້ນຳ ທີ່ແສນເຄົາລົບຮັກຂອງປະຊາຊົນ ລາວບັນດາເຜົ່າ, ຕະຫລອດຊີວິດ ໄດ້ເສຍສະລະສູ້ຊົນ ເພື່ອຄວາມ ເປັນເອກະລາດຂອງຊົນຊາດ, ສິດ ເສລີພາບ, ຄວາມຜາສຸກຂອງ ປະຊາຊົນ ແລະ ການພັດທະນາ ຄວາມຈະເລີນຮຸ່ງເຮືອງຂອງປະ ເທດຊາດ. ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນ ໃຫຍ່ຫລວງສຳລັບພັກ, ລັດ, ປະຊາ ຊົນລາວ ແລະ ຄອບຄົວຂອງ ສະຫາຍ, ແຕ່ຫາກຍັງເປັນການ ສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມ ທີ່ສຸດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ສະຫາຍຍາມໃດກໍ ສະໜັບສະໜູນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນຫວຽດນາມ ແລະ ໄດ້ມີການປະກອບສ່ວນສຳຄັນ ຫລວງຫລາຍໃນການສ້າງສາ, ຮັດ ແໜ້ນ ແລະ ພັດທະນາສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດຫວຽດນາມ-ລາວ; ຕີລາຄາ ສູງຕໍ່ບັນດາການອຸທິດອັນໃຫຍ່ ຫລວງຂອງສະຫາຍ ໄຊສົມພອນ ພົມວິຫານ ໃນພາລະກິດການປະຕິ ວັດໃນເມື່ອກ່ອນ ກໍຄື ໃນພາລະກິດ ປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍ ແບ່ງເບົາຄວາມເສົ້າສະຫລົດໃຈ ອັນສຸດຊຶ້ງ ແລະ ແບ່ງປັນຄວາມ ທຸກໂສກທີ່ສຸດມາຍັງພັກ, ລັດ, ຄະນະກຳມະການສູນກາງແນວລາວ ສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ແລະ ເຊື່ອໝັ້ນວ່າພັກ, ລັດ, ປະຊາຊົນລາວອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມທຸກ ໂສກເສຍດາຍອັນໃຫຍ່ຫລວງນີ້ ໂດຍໄວ ແລະ ສືບຕໍ່ພາລະກິດສ້າງ ສາປະເທດລາວໃຫ້ນັບມື້ພັດທະນາ ຈະເລີນຮຸ່ງເຮືອງ. ສອງສະຫາຍການນໍາຂອງ ສອງພັກ, ສອງລັດ ຕ່າງກໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ສູງຕໍ່ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດໃນການສະໜັບ ສະໜູນ, ຊ່ວຍເຫລືອອັນລໍ້າຄ່າ, ທັນ ການ ແລະ ມີປະສິດທິຜົນຕໍ່ພາລະ ກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະ ປະເທດໃນປັດຈຸບັນ; ພ້ອມກັນຕີລາ ຄາສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງສອງພັກ, ສອງລັດ ໃນ ໄລຍະຜ່ານມາສືບຕໍ່ໄດ້ຮັບການເພີ່ມ ທະວີ ແລະ ພັດທະນາກ້າວເຂົ້າສູ່ ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າສອງຝ່າຍຈະສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດ ນາມ-ລາວ ໃຫ້ນັບມື້ສວຍສົດງົດ ງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດກາ ລະນານ. ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສານຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດໂອກາດວັນຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນການເມືອງ

      ສານຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດໂອກາດວັນຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

      8/10/2026 10:03:48 PM

      - ຮຽນບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ພີ່ນ້ອງ ຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ, ເນື່ອງໃນໂອກາດ ຄົບຮອບ 59 ປີ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ ໃນວັນທີ 8 ສິງຫາ 1967 ແລະ ຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາ ຊຽນ ໃນວັນທີ 23 ກໍລະກົດ 1997, ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນມາຍັງ ບັນດາທ່ານຜູ້ນໍາພັກ-ລັດ, ພະນັກ ງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງ ພາຍໃນ ແລະ ຕ່າງປະເທດ, ທີ່ ພວມປະຕິບັດໜ້າທີ່ ແລະ ດໍາລົງ ຊີວິດຢູ່ ສປປ ລາວ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນ ການເຄື່ອນໄຫວວຽກງານອາຊຽນ ຕະຫລອດໄລຍະຜ່ານມາ.

    • ປະທານສະພາແຫ່ງຊາດ ສສ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ປະທານສະພາແຫ່ງຊາດ ສສ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/10/2026 9:50:46 PM

      ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ເຈີນ ແທງ ເໝີ້ນ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງສສ ຫວຽດນາມ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດ ນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 8 ສິງຫາ 2026 ຜ່ານມາ.

    • ຊີວະປະຫວັດຫຍໍ້ ສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຊີວະປະຫວັດຫຍໍ້ ສະຫາຍ ໄຊສົມພອນ ພົມວິຫານ

      8/10/2026 9:40:48 AM

      ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ; ເປັນບຸດຂອງປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ.

    • ລະບຽບການໄວ້ທຸກລະດັບຊາດການເມືອງ

      ລະບຽບການໄວ້ທຸກລະດັບຊາດ

      8/10/2026 9:36:22 AM

      ເພື່ອສະແດງຄວາມຮ້ ບຸນຄຸນອັນເລິກເຊ່ິງ ແລະ ຄວາມອາໄລຮັກອັນສຸດຊຶ້ງເຖິງສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳ ມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດ ອອກລະບຽບການໄວ້ທຸກ ດັ່ງນີ້:

    • ແຈ້ງຂ່າວພິເສດຂອງຄະນະບໍລິຫານງານສູນກາງພັກການເມືອງ

      ແຈ້ງຂ່າວພິເສດຂອງຄະນະບໍລິຫານງານສູນກາງພັກ

      8/10/2026 9:31:11 AM

      ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫລົດໃຈມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ:

ads
ads

Top