ປະຊາຊົນເຢຍລະມັນ ເສຍຊີວິດ 11.900 ຄົນ ຍ້ອນສະພາບ ອາກາດຮ້ອນແຮງ

10/08/2026 15:34
ຂປລ ນັບ​ມາ​ຮອດ ​ວັນ​ທີ 26 ກໍ​ລະ​ກົດ​ແລ້ວ​ນີ້, ມີ​ປະ​ຊ​າ​ຊົນ​ເຢຍ​ລະ​ມັນ ​ເສຍ​ຊີ​ວິດ ປະ​ມານ 11,900 ຄົນ​​ ຍ້ອນ​ສາ​ເຫດ​ກ່ຽວ​ກັບ ​ສະ​ພາບ​ອາ​ກາດ​ຮ້ອນ ເຊິ່ງ​ເປັນ​ຕົວ​ເລກ​ທີ່​ສູງກວ່າ​ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ​ທີ່​ມີ​ສາ​ເຫດ​ກ່ຽວ​ກັບ ສະ​ພາບ​ອາ​ກາດຮ້​ອນ​ໃນ​ທຸກໆ​ປີ ​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ.

      ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ສະ​ຖາ​ບັນ​ຄົ້ນ​ຄວ້າ ໂຣ​ເບີດ ໂຄ​ສ ຂອງ​ເຢຍ​ລະ​ມັນ​ ໄດ້ປະ​ກາດ ​ບົດ​ລາຍ​ງານ​ວ່າ: ນັບ​ມາ​ຮອດ ​ວັນ​ທີ 26 ກໍ​ລະ​ກົດ​ແລ້ວ​ນີ້, ມີ​ປະ​ຊ​າ​ຊົນ​ເຢຍ​ລະ​ມັນ ​ເສຍ​ຊີ​ວິດ ປະ​ມານ 11,900 ຄົນ​​ ຍ້ອນ​ສາ​ເຫດ​ກ່ຽວ​ກັບ ​ສະ​ພາບ​ອາ​ກາດ​ຮ້ອນ ເຊິ່ງ​ເປັນ​ຕົວ​ເລກ​ທີ່​ສູງກວ່າ​ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ​ທີ່​ມີ​ສາ​ເຫດ​ກ່ຽວ​ກັບ ສະ​ພາບ​ອາ​ກາດຮ້​ອນ​ໃນ​ທຸກໆ​ປີ ​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ. ນັບ​ແຕ່​ເດືອນ​​ມິ​ຖຸນາ​ປີ​ນີ້​ ເປັນ​ຕົ້ນ​ມາ, ພາກ​ພື້ນ​ເອີ​ຣົບ ​ທີ່​ລວມ​ທັງ​ເຢຍ​ລະ​ມັນ​ ​ປະ​ສົບ​ກັບ​ ສະ​ພາບອາ​ກາດ​ ຮ້ອນ​ອົບ​ເອົ້າແຮງ ​ຜິດ​ປົກ​ກະ​ຕິ, ຫລາຍ​ພື້ນ​ທີ່​ ໃນ​ເຢຍ​ລະ​ມັນ​ ມີ​ອຸນ​ຫະ​ພູມ​ສູງ​ເຖິງ 40 ອົງ​ສາ ເຊິ່ງ​ເປັນ​ລະ​ດັບ​ຄວາມ​ຮ້ອນ ຫລາຍສຸດ ໃນປະຫວັດສາດ ຢູ່ປະເທດນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top