ລະບຽບການໄວ້ທຸກລະດັບຊາດ

10/08/2026 09:36
ຂປລ ເພື່ອສະແດງຄວາມຮ້ ບຸນຄຸນອັນເລິກເຊ່ິງ ແລະ ຄວາມອາໄລຮັກອັນສຸດຊຶ້ງເຖິງສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳ ມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ຄະນະຮັບຜິດຊອບພິທີຊາປະນະກິດສົບລະດັບຊາດ ອອກລະບຽບການໄວ້ທຸກ ດັ່ງນີ້:

     ຂປລ. 

1, ໃຫ້ຈັດຕ້ັງພິທີໄວ້ທຸກໃນທ່ົວປະເທດເປັນເວລາ 5 ວັນ ນັບແຕ່ ວັນທີ 8 ສິງຫາ 2026 ເຖິງວັນທີ 12 ສິງຫາ 2026, ຕະຫລອດໄລຍະເວລາໄວ້ທຸກໃຫ້ງົດທຸກກິດຈະກຳກ່ຽວກັບການຈັດງານລ້ຽງ, ການແຂ່ງຂັນກິລາ-ສິລະປະ ແລະ ງານບັນເທີງທຸກປະເພດ.

2, ໃຫ້ອົງການຈັດຕັ້ງຕ່າງໆຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະພັກ-ອົງການປົກຄອງທ້ອງຖິ່ນ, ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດເອົາທຸງຊາດ ແລະ ທຸງພັກລົງເຄິ່ງເສົານັບແຕ່ວັນທີ 8        ສິງຫາ 2026 ເຖິງວັນທີ 12 ສິງຫາ 2026.

    ໃຫ້ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກະກຽມສະຖານທີ່ຈັດຕັ້ງໄວ້ອາໄລ, ເປີດປື້ມໄວ້ອາໄລຢູ່ສໍານັກງານຂອງຕົນ.

3, ຢູ່ນະຄອນຫລວງວຽງຈັນຈະໄດ້ຈັດຕັ້ງພິທີວາງພວງມາລາ ໄວ້ອາໄລເປັນເວລາ 3 ວັນ, ເລ່ີມແຕ່ ວັນທີ 9 ສິງຫາ 2026 ເຖິງວັນທີ 11 ສິງຫາ 2026; ຕອນເຊົ້າເລີ່ມ ແຕ່ເວລາ 08:30 ໂມງ ເຖິງ 12:00 ໂມງ, ຕອນບ່າຍເລີ່ມແຕ່ເວລາ 14:00 ໂມງ ເຖິງ 17:00 ໂມງ.

    ບັນດາກະຊວງ, ອົງການຂັ້ນສູນກາງ, ນະຄອນຫລວງວຽງຈັນ, ບັນດາແຂວງ, ອົງການຈັດຕັ້ງສັງມ, ຫົວໜ່ວຍຮາກຖານຕະຫລອດເຖິງພີ່ນ້ອງປະຊາຊົນ, ຍາດມິດທີ່ຢູ່ໃກ້ ແລະ ໄກຈົ່ງຈັດຕັ້ງຄະນະເຂ້ົາວາງພວງມາລາໄວ້ອາໄລຕາມວັນເວລາທີ່ກໍານົດໄວ້.

4, ພິທີຊາປະນະກິດສົບລະດັບຊາດ ຈະໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ສິງຫາ 2026 ເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ສະໜາມຫລວງ (ເດີ່ນພະທາດຫລວງນະຄອນຫລວງວຽງຈັນ).

KPL

ຂ່າວອື່ນໆ

ads
ads

Top