ຂປລ
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ; ເປັນບຸດຂອງປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ.
ໃນຄອບຄົວພະນັກງານປະຕິວັດ, ມີອ້າຍເອ້ືອຍນ້ອງຮ່ວມກັນ 5 ຄົນ, ຊາຍ 5 ຄົນ; ສະຫາຍ ໄດ້ສ້າງຄອບຄົວກັບສະຫາຍ ດຣ. ນາງ ວິພາວັນ ພົມວິຫານ, ມີລູກນຳ ກັນ 2 ຄົນ, ຊາຍ 1 ຄົນ ແລະ ຍິງ 1 ຄົນ; ປັດຈຸບັນຢູ່ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.
ນັບແຕ່ 6 ປີ ສະຫາຍໄດ້ຈາກຄອບຄົວໄປຮຽນຢູ່ຊັ້ນປະຖົມ ແລະ ມັດທະຍົມຢູ່ ສສ ຫວຽດນາມ ແລະ ສປ ຈີນ.
- ປີ 1962-1970 ເປັນນັກຮຽນຢູ່ໂຮງຮຽນບັກຢາງ ສສ ຫວຽດນາມ ແລະ ໂຮງຮຽນນານນິງ ແຂວງກວາງຊີ ສປ ຈີນ.
- ປີ 1970-1973 ເຂົ້າຮຽນໂຮງຮຽນອຸດົມສຶກສາ ຢູ່ຮ່າບັກ ສສ ຫວຽດນາມ.
- ປີ 1974-1976 ເຂົ້າຮຽນໂຮງຮຽນການທະຫານທີ່ເມືອງວຽງ ໄຊ ແຂວງຫົວພັນ.
- ປີ 1977-1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ ສະຫະພາບໂຊວຽດ(ສະຫະພັນຣັດເຊຍ ປັດຈຸບັນ).
- ປີ 1983-1984 ເປັນອາຈານສອນຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນະຄອນຫລວງວຽງຈັນ.
- ປີ 1984-1987 ຄົ້ນຄວ້າ ແລະ ປ້ອງກັນສໍາເລັດປະລິນຍາເອກ ຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດສັງຄົມແຫ່ງ ລັດ ມົດສະກູ ສະຫະພາບໂຊວຽດ.
- ປີ 1987-1989 ເຮັດວຽກຢູ່ຫ້ອງວ່າການແຂວງສະຫວັນນະເຂດ.
- ປີ 1989-1991 ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທັງ ເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ.
- ປີ 1991-1993 ເປັນກຳມະການສູນກາງພັກ ສະໄໝທີ V, ເປັນຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການ ແຂວງສະຫວັນນະເຂດ.
- ປີ 1993-1995 ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນ ນະເຂດ.
- ປີ 1995-1997 ເປັນກຳມະການສູນກາງພັກ ສະໄໝທີ VI, ເປັນ ລັດຖະມົນຕີວ່າການກະຊວງການເງິນ.
- ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
- ປີ 2001-2006 ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງ ປະເທດຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາ ສາກົນ ແຫ່ງ ສປປ ລາວ.
- ປີ 2006-2010 ເປັນກຳມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ, ປະທານກຳມະ ທິການຕ່າງປະເທດ.
- 2011-2015 ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາ ຄະນະພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
- ເດືອນ 1-4/2016 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ຄະນະປະຈຳ ແລະ ຮອງປະທານ ສະພາແຫ່ງຊາດ.
- ເດືອນ 6/2016-2020 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII.
- ເດືອນ 1/2021 ເປັນກຳມະການສູນກາງພັກ ສະໄໝທີ XI ຂອງ ພັກ, ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ປະທານສູນກາງແນວລາວສ້າງຊາດ.
- ເດືອນ 3/2021-12/2025 ເປັນກໍາມະການສູນກາງພັກ ສະໄໝ ທີ XI, ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ປະທານ ສະພາແຫ່ງຊາດ ຊຸດທີ IX.
- ເດືອນ 1/2026 ເປັນກໍາມະການສູນກາງພັກ ສະໄໝທີ XII, ກຳມະການກົມການເມືອງສູນກາງພັກ ສະໄໝທີ XII.
- 3/2026 ເຖິງປັດຈຸບັນໃນກອງປະຊຸມຄັ້ງປະຖົມມະລືກຂອງສະ ພາແຫ່ງຊາດ ຊຸດທີ X, ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ X.
KPL