ແຈ້ງຂ່າວພິເສດຂອງຄະນະບໍລິຫານງານສູນກາງພັກ

10/08/2026 09:31
ຂປລ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫລົດໃຈມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ:

     ຂປລ.  ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນ ເລືອດອັກເສບທີ່ຮ້າຍແຮງ, ລວມ ອາຍຸໄດ້ 70 ປີ.

     ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນໍາຫລັກແຫລ່ງຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫລາຍຂະແໜງການ, ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະຫລອດຊີວິດຂອງເພິ່ນໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາ ເພ່ືອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ. ການຈາກໄປໂດຍບໍ່ມີວັນຈະກັບຄືນມາຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍອັນໃຫຍ່ຫລວງສໍາລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.

     ໃນເວລາແຫ່ງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທ່ົວປວງຊົນລາວທັງຊາດ ຈົ່ງເອົາຄວາມໂສກເສ້ົາສະຫລົດໃຈ ແລະ ຄວາມອາໄລຮັກຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນກໍາລັງ ແຮງ, ສາມັກຄີກັນເປັນປຶກແຜ່ນແໜ້ນໜາອ້ອມຂ້າງຄະນະບໍລິຫານງານສູນກາງພັກ, ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກເຂົ້າສູ່ລວງເລິກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.

     ເພື່ອເປັນການສັນລະເສີນຄຸນງາມຄວາມດີ ແລະ ສະແດງຄວາມອາໄລຮັກຢ່າງສຸດຊ້ຶງຕ່ໍສະຫາຍ ໄຊສົມພອນ ພົມວິຫານ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດເປັນເວລາ 5 ວັນ ໂດຍເລີ່ມແຕ່ວັນທີ 8 ເຖິງວັນທີ 12 ສິງຫາ 2026 ທ່ີຫໍປະຊຸມແຫ່ງຊາດ, ພິທີຊາປະນະກິດສົບລະດັບຊາດ ຈະໄດ້ຈັດຂ້ຶນ ໃນວັນທີ 12 ສິງຫາ 2026 ເລ່ີມ ແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ສະໜາມຫລວງ (ເດີ່ນພະທາດຫລວງນະຄອນຫລວງວຽງຈັນ).

KPL

ຂ່າວອື່ນໆ

ads
ads

Top