ສ້າງຄວາມເຂັ້ມແຂງວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານ ທຄຕລ 4 ແຂວງພາກກາງ

04/08/2026 21:20
ຂປລ ກົມອົບຮົມຄະນະໂຄສະ ນາອົບຮົມສູນກາງພັກ ຮ່ວມກັບ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ (ທຄຕລ) ຈັດຝຶກ ອົບຮົມໃຫ້ພະນັກງານນຳພາ-ຄຸ້ມ ຄອງຂອງທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມ ທິດຊີ້ນໍາຂອງພັກ-ລັດ” ໃນວັນທີ 1 ສິງຫາ 2026 ທີ່ຫ້ອງປະຊຸມຂອງ ທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ BCEL ສາຂາ ແຂວງສະຫວັນນະເຂດ

ໂດຍມີ ພະນັກງານຂອງທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ 4 ແຂວງພາກກາງ ປະກອບມີ: ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ. ການຝຶກອົບຮົມໄດ້ຈັດຂຶ້ນ ໂດຍການເປັນປະທານຂອງທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ສາຂາແຂວງສະ ຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວ ໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ BCEL (ສໍານັກງານໃຫຍ່) ໂດຍການບັນຍາຍ ເອກະສານຂອງ ທ່ານ ຄໍາກອງ ທຳມະເທວາ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງ ພັກ ຊຶ່ງປະກອບມີ 3 ຫົວຂໍ້ ຄື: ຄຸນ ທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດ ຂອງພະນັກງານສະມາຊິກພັກ; ພະນັກງານນໍາພາ ຄຸ້ມຄອງຕ້ອງກຳແໜ້ນແບບເເຜນ ນໍາພາ ແລະ ວິທີເຮັດວຽກທີ່ຖືກກັບ ແນວທາງຂອງພັກ ແລະ ກົດໝາຍ ຂອງລັດ; ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດເເຫ່ງກຳລັງແຮງຂອງ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຈຸດປະສົງຂອງການຈັດຝຶກອົບ ຮົມນີ້, ເພື່ອເຮັດໃຫ້ພະນັກງານນໍາ ພາ-ຄຸ້ມຄອງຂອງທະນາຄານການ ຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຮັບຮູ້, ເຂົ້າໃຈກ່ຽວ ກັບແບບແຜນວິທີນຳພາ ແລະ ວິທີ ເຮັດວຽກທີ່ຖືກຕ້ອງກັບແນວທາງ ນະໂຍບາຍຂອງພັກ-ລັດ ແລະ ເພື່ອ ເປັນການເພີ່ມທະວີບົດບາດການ ນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງ; ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຢ່າງໜັກ ແໜ້ນ, ຈົງຮັກພັກດີຕໍ່ອຸດົມການ ສັງຄົມນິຍົມ, ປະຕິບັດໜ້າທີ່ການ ເມືອງຂອງຕົນຢ່າງບໍລິສຸດສັດຊື່; ມີຄວາມສາມັກຄີເປັນປຶກເເຜ່ນ, ມີ ຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ; ເປັນເຈົ້າການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

KPL

ຂ່າວອື່ນໆ

    • ກຽມສຶກສາສຳຫລວດ-ອອກແບບ ຟື້ນຟູ ແລະ ບູລະນະຮັກສາສ້ອມແປງທາງຫລວງແຫ່ງຊາດ R3ວັດທະນະທຳ-ສັງຄົມ

      ກຽມສຶກສາສຳຫລວດ-ອອກແບບ ຟື້ນຟູ ແລະ ບູລະນະຮັກສາສ້ອມແປງທາງຫລວງແຫ່ງຊາດ R3

      8/3/2026 11:12:32 PM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ເພ່ືອ ສຶກສາສຳຫລວດ-ອອກແບບ ຟື້ນ ຟູ ແລະ ບູລະນະຮັກສາສ້ອມແປງ ທາງຫລວງແຫ່ງຊາດເລກທີ 3 (R3) ຈັດຂຶ້ນໃນວັນທີ 30 ກໍລະ ກົດ 2026 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຕາງໜ້າ ເຊັນໂດຍ ທ່ານ ວົງ ເພັດ ສຸຂະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ກັບ ທ່ານ ນາງ ວຽງຄອນ ສິດສຸວົງ ປະທານ ບໍລິສັດ ໂຊກມຸງຄຸນ ການຄ້າ ແລະ ການລົງ ທຶນ ຈຳກັດຜູ້ດຽວ, ມີ ທ່ານ ພົຈວ ສຸກພະຈັນ ສີລາເພັດ ປະທານ ຄະນະ ກຳມະການປົກຄອງ ແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ອົງການ ສປຊ ສະຫລຸບຜົນການດຳເນີນງານ ແລະ ສາງແຜນຮ່ວມມືກັບສື່ມວນຊົນຂອງລັດວັດທະນະທຳ-ສັງຄົມ

      ອົງການ ສປຊ ສະຫລຸບຜົນການດຳເນີນງານ ແລະ ສາງແຜນຮ່ວມມືກັບສື່ມວນຊົນຂອງລັດ

      8/3/2026 10:07:33 AM

      ອົງການສະຫະປະຊາ ຊາດ ປະຈຳ ສປປ ລາວ (ສປຊ) ຈັດ ກອງປະຊຸມ ເພື່ອນໍາສະເໜີກ່ຽວກັບ ການຈັດຕັ້ງປະຕິບັດວຽກງານໃນ ໄລຍະຜ່ານມາ ແລະ ແຜນງານໃນ ອະນາຄົດ ພ້ອມທັງປຶກສາຫາລື, ຖອດຖອນບົດຮຽນກ່ຽວກັບການ ເຮັດວຽກຮ່ວມກັນໃນໄລຍະຜ່ານ ມາລະຫວ່າງສື່ມວນຊົນຂອງລັດແລະ ອົງການ ສປຊ ໂ

    • ອອປສ ເຜີຍແຜ່ 3 ວັນ ສຳຄັນຂອງພັກຂອງຊາດວັດທະນະທຳ-ສັງຄົມ

      ອອປສ ເຜີຍແຜ່ 3 ວັນ ສຳຄັນຂອງພັກຂອງຊາດ

      8/3/2026 10:03:06 AM

      ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ຈັດປາ ຖະກະຖາຫວນຄືນມູນເຊື້ອ ແລະ ການເຄື່ອນໄຫວຂອງທ່ານ ປະທານ ສຸພານຸວົງ ໃນໂອກາດວັນເກີດ ຄົບຮອບ 117 ປີ (13/7/ 1909- 13/7/2026), ວັນສົນທິສັນຍາ ມິດຕະພາບການຮ່ວມມື ລາວຫວຽດນາມ ຄົບຮອບ 49 ປີແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ໃນວັນທີ 31 ກໍລະກົດ 2026 ນີ້

    • ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງວັດທະນະທຳ-ສັງຄົມ

      ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

      8/3/2026 9:59:24 AM

      ໃນວັນທີ 31 ກໍລະກົດ ຜ່ານມາ, ສະຖາບັນການຕ່າງປະ ເທດ ກະຊວງການຕ່າງປະເທດ ຈັດ ພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະ ຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງ ພັກ (ຄຕພ) ແລະ ບັນດາກະຊວງ ອ້ອມຂ້າງສູນກາງ ໂດຍການເປັນປະທານຂອງທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ ເຂົ້າຮ່ວມຈາກບັນດາກົມພາຍໃນ ກະຊວງການຕ່າງປະເທດ, ຄະນະ ຈັດຕັ້ງສູນກາງພັກ, ຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ຜູ້ ເຂົ້າຮັບການບໍາລຸງພາສາອັງກິດ ທັງໝົດຈໍານວນ100 ກວ່າທ່ານ.

    • ຫສນຍ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນວັດທະນະທຳ-ສັງຄົມ

      ຫສນຍ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

      8/3/2026 9:55:41 AM

      ອົງຄະນະພັກຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ເປີດ ຂະບວນການແຂ່ງຂັນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2026 ໃນວັນທີ 30 ກໍລະກົດ 2026

ads
ads

Top