ສຳມະນາຮ່າງຄຳສັ່ງວ່າດ້ວຍການປັບປຸງນະໂຍບາຍ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດ ໃນໄລຍະໃໝ່

04/08/2026 09:46
ຂປລ ເມື່ອບໍ່ດົນມານີ້, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດສໍາມະນາວິທະຍາສາດ ກ່ຽວກັບຮ່າງຄໍາສັ່ງວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໃໝ່.

       ຂປລ.  ໃຫ້ກຽດເປັນປະທານ ໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າຫ້ອງການ ແລະ ກົມກອງຂອງກະຊວງ ອຄ, ກະຊວງກ່ຽວຂ້ອງ ແລະ ບັນດາບໍລິສັດ ໂຄງການລົງທຶນດ້ານແຮ່ທາດເຂົ້າຮ່ວມ. ໃນໂອກາດນ້ີ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວວ່າ: ຊັບພະຍາກອນແຮ່ທາດເປັນຊັບສິນອັນລໍ້າຄ່າຂອງຊາດ ແລະ ເປັນໜຶ່ງໃນເສົາຄ້ຳ ສໍາຄັນຂອງການຂະຫຍາຍຕົວດ້ານເສດຖະກິດ. ແຕ່ໃນໄລຍະຜ່ານມາການພັດທະນາແມ່ນຍັງອີງໃສ່ການຂຸດຄົ້ນ ແລະ ສົ່ງອອກແຮ່ດິບເປັນຫລັກ, ການປຸງແຕ່ງເພື່ອສ້າງມູນຄ່າເພີ່ມຍັງມີຂໍ້ຈໍາກັດ. 

      ໃນຂະນະດຽວກັນ, ການພັດທະນາແຮ່ທາດໃນໄລຍະຜ່ານມາ ກໍເກີດມີປະກົດການບັນຫາພົ້ນເດັ່ນເປັນຕົ້ນ ດ້ານສິ່ງແວດລ້ອມ ແລະ ສັງຄົມ; ການຂຸດຄົ້ນແບບບໍ່ເປັນລະບົບ ແລະ ບໍ່ມີແຜນການຍືນຍົງ; ການລະເມີດກົດໝາຍ ແລະ ການລັກລອບຂຸດຄົ້ນຍັງມີຫລາຍ; ກົນໄກການຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງທັບຊ້ອນ ແລະ ບໍ່ເປັນເອກະພາບ; ມາດຕະຖານທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງ (ESG) ຍັງບໍ່ທັນສູງ ແລະ ເຂັ້ມງວດ; ການຈັບຈອງເນື້ອທີ່ຍັງແກ້ໄຂບໍ່ທັນໄດ້ດີ, ບັນຫາການ ຂົນສົ່ງເກີນນໍ້າໜັກ ແລະ ອື່ນໆ. ໂດຍອີງໃສ່ການຕີລາຄາບັນຫາສຳຄັນນ້ີ, ລັດຖະບານຈ່ຶງກໍານົດທິດທາງໃໝ່ໃຫ້ການພັດທະນາແຮ່ທາດ, ບໍ່ແມ່ນເພິ່ງແຕ່ “ຂຸດຄົ້ນແລ້ວສົ່ງອອກ” ແຕ່ຕ້ອງຫັນໄປສ່ “ການປຸງແຕ່ງ, ການສ້າງມູນຄ່າເພີ່ມ, ການພັດທະນາອຸດສາຫະກໍາ ຕໍ່ເນື່ອງ ແລະ ການສ້າງຕ່ອງໂສ້ມູນຄ່າພາຍໃນປະເທດ” ເພື່ອໃຫ້ຊັບພະຍາກອນແຮ່ທາດສ້າງລາຍຮັບ, ສ້າງການຈ້າງງານ, ພັດທະນາອຸດສາຫະກໍາພາຍໃນ ແລະ ສ້າງພື້ນຖານໃຫ້ແກ່ການພັດທະນາທ່ີຍືນຍົງ.

     ພ້ອມນັ້ນ, ຈະຕ້ອງຍົກລະດັບມາດຕະຖານການຄັດເລືອກນັກລົງທຶນ ໂດຍເນ້ັນຄວາມໂປ່ງໃສ, ຄວາມຮັບຜິດຊອບ, ຄວາມສາມາດທາງດ້ານເຕັກນິກ, ການເງິນ ແລະ ຖືເອົາການປະຕິບັດມາດຕະຖານ ESG ເພື່ອໃຫ້ການລົງທຶນທຸກໂຄງການເປັນການລົງທຶນທີ່ມີຄຸນນະພາບ, ຮັບຜິດຊອບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ສາມາດສ້າງຜົນປະໂຫຍດໃນໄລຍະຍາວໃຫ້ແກ່ຊາດ.

     ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນຕື່ມວ່າຄໍາສັ່ງສະບັບນີ້ ບໍ່ແມ່ນເປັນພຽງການປັບປຸງມາດຕະການການຄຸ້ມຄອງເທົ່ານັ້ນ, ແຕ່ເປັນການວາງຮາກຖານໃໝ່ໃຫ້ແກ່ການບໍລິຫານຊັບພະຍາກອນແຮ່ທາດຂອງຊາດ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ, ມີມາດຕະຖານສາກົນ, ປ້ອງກັນການສູນເສຍຊັບພະຍາກອນ, ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ ແລະ ຮັບປະກັນຜົນປະໂຫຍດຂອງປະເທດຊາດ. ດ້ວຍຄວາມຮັບຜິດຊອບຂອງທຸກພາກສ່ວນ ພວກເຮົາຈະສາມາດສ້າງກອບນະໂຍບາຍທີ່ທັນສະໄໝ, ໂປ່ງໃສ, ສອດຄ່ອງກັບມາດຕະຖານສາກົນ ແລະ ສາມາດນໍາໄປປະຕິບັດໄດ້ຢ່າງມີປະສິດທິຜົນ.

   ຂໍ້ມູນ-ພາບ: ຂ່າວສານ ອຄ

KPL

ຂ່າວອື່ນໆ

ads
ads

Top