ຂປລ
ທ່ານ ໂດນັນ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມຄຳສັ່ງ ຝ່າຍບໍລິຫານ 2 ສະບັບ ເພື່ອຈຳກັດ ການໄດ້ຮັບສັນຊາດ ສ.ອາເມລິກາ ໂດຍກຳເນີດ ຊຶ່ງຖືເປັນ ຄວາມພະຍາຍາມຄັ້ງໃໝ່ ຂອງ ລັດຖະບານ ຫລັງຈາກ ສານສູງສຸດ ມີຄຳວິນິໄສຄັດຄ້ານ ຄຳສັ່ງກ່ອນໜ້ານີ້.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມສນີ້, ທ່ານ ໂດນັນ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມຄຳສັ່ງ ຝ່າຍບໍລິຫານ 2 ສະບັບ ເພື່ອຈຳກັດ ການໄດ້ ຮັບສັນຊາດ ສ.ອາເມລິກາ ໂດຍກຳເນີດ ຊຶ່ງຖືເປັນ ຄວາມພະຍາຍາມຄັ້ງໃໝ່ ຂອງ ລັດຖະບານ ຫລັງຈາກ ສານສູງສຸດ ມີຄຳວິນິໄສຄັດຄ້ານ ຄຳສັ່ງກ່ອນໜ້ານີ້.
ໂດຍຄຳສັ່ງ ສະບັບໜຶ່ງ ແມ່ນແນໃສ່ທີ່ການທ່ອງທ່ຽວ ເພື່ອການເກີດລູກ (Birth Tourism) ຊຶ່ງໝາຍເຖິງການທີ່ຊາວຕ່າງປະເທດ ເດີນທາງເຂົ້າສ.ອາເມລິກາ ດ້ວຍວີຊ້າຊົ່ວຄາວ ເພື່ອຈຸດປະສົງເກີດລູກ ຢູ່ສ.ອາເມລິກາ ຫລື ການທີ່ຊາວຕ່າງປະເທດ ກະທຳການໃດໆ ກໍຕາມ ເພື່ອອຳນວຍຄວາມສະດວກ ໃຫ້ບຸກຄົນເດີນທາງເຂົ້າມາ ເພື່ອເກີດລູກ. ໃນຂະນະທີ່ ຄຳສັ່ງອີກ ສະບັບໜຶ່ງ ແມ່ນການຂະຫຍາຍຂອບເຂດ ການກຳນົດບຸກຄົນ ທີ່ບໍ່ມີສິດ ໄດ້ຮັບ ສັນຊາດ ສ.ອາເມລິກາ ໂດຍກຳເນີດ ຊຶ່ງລວມເຖິງ ລູກຂອງເຈົ້າໜ້າທີ່ ລັດຖະບານ ຕ່າງປະເທດ, ລູກຂອງສະມາຊິກ ອົງການກໍ່ການຮ້າຍຕ່າງປະເທດ ທີ່ຖືກຂຶ້ນບັນຊີ ແລະ ລູກຂອງຜູ້ທີ່ ກະທຳການສໍ້ໂກງ ເພື່ອໃຫ້ໄດ້ສັນຊາດ ສ.ອາເມລິກາ./
KPL