ຟີລິບປິນ ຜະເຊີນກັບ ອາກາດຮ້າຍແຮງ ສົ່ງຜົນກະທົບ ຕໍ່ປະຊາຊົນ 380.000 ຄົນ

10/08/2026 16:43
ຂປລ ລົມມໍລະສຸມຕາເວັນຕົກສຽງໃຕ້ ພວມເພີ່ມທະວີ ກຳລັງແຮງຂຶ້ນ ແລະ ພາຍຸໝູນເຂດຮ້ອນ ສົ່ງຜົນກະທົບ ຕໍ່ປະຊາຊົນ ຫລາຍກວ່າ 380.000 ຄົນ ໃນ 8 ພື້ນທີ່ ຂອງ ຟີລິບປິນ, ໂດຍມີ ບັນດາປະຊາຊົນ ທີ່ໄດ້ຮັບຜົນກະທົບ ຢ່າງໜ້ອຍ 110.000 ຄອບຄົວ

ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວ ຟີລິບປິນ ລາຍງານວ່າ: ລົມມໍລະສຸມຕາເວັນຕົກສຽງໃຕ້ ພວມເພີ່ມທະວີ ກຳລັງແຮງຂຶ້ນ ແລະ ພາຍຸໝູນ ເຂດຮ້ອນ ສົ່ງຜົນກະທົບ ຕໍ່ປະຊາຊົນ ຫລາຍກວ່າ 380.000 ຄົນ ໃນ 8 ພື້ນທີ່ ຂອງ ຟີລິບປິນ, ໂດຍມີ ບັນດາປະຊາຊົນ ທີ່ໄດ້ຮັບຜົນກະທົບ ຢ່າງໜ້ອຍ 110.000 ຄອບຄົວ, ໃນນັ້ນ ມີຜູ້ເສຍຊີວິດ  6 ຄົນ ແລະ ໄດ້ຮັບບາດເຈັບ 7 ຄົນ. ນອກຈາກນີ້, ສະພາບອາກາດ ປ່ຽນແປງ ຍັງສ້າງຄວາມເສຍຫາຍ ໃຫ້ແກ່ເຮືອນຊານ 148 ຫລັງ. ໃນນັ້ນ ມີເສຍຫາຍບາງສ່ວນ 138 ຫລັງ ແລະ ເສຍຫາຍຫລາຍ ຈຳນວນ 10 ຫລັງ.

ໂດຍຄະນະກຳມະການ ຈັດການ ແລະ ຫລຸດຜ່ອນຄວາມສ່ຽງ ໄພພິບັດແຫ່ງຊາດ ຟີລິບປິນ (NDRRMC) ລະບຸວ່າ ໄດ້ເປີດສູນພັກອາໄສຊົ່ວຄາວ 86 ແຫ່ງ ຊຶ່ງພ້ອມຮອງຮັບ 2.200 ຄອບຄົວ ຫລື ປະຊາຊົນ 7.300 ຄົນ, ໃນຂະນະທີ່ ປະຊາຊົນ 1.132 ຄອບຄົວ ຫລື ປະມານ 3.700 ຄົນ ທີ່ຍັງຄົງ ພັກອາໄສຢູ່ ນອກສູນພັກອາໄສ./

KPL

ຂ່າວອື່ນໆ

ads
ads

Top