ຂປລ
ໃນປີງົບປະມານ 2025(ເດືອນເມສາປີ2025 ຫາ ເດືອນມີນາ ປີ2026) ອັດຕາກຸ້ມຕົນເອງດ້ານອາຫານ ທີ່ຄິດໄລ່ຕາມພະລັງງານ ໄດ້ຫລຸດລົງ 1% ເຮັດໃຫ້ຍັງເຫລືອ 37% ເຊິ່ງເປັນລະດັບຕ່ຳສຸດໃນປະຫວັດສາດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນ ທີ່ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຍີ່ປຸ່ນ ເຜີຍແຜ່ໃນວັນທີ 7 ສິງຫານີ້ ສະແດງໃຫ້ເຫັນວ່າ: ໃນປີງົບປະມານ 2025(ເດືອນເມສາປີ2025 ຫາ ເດືອນມີນາ ປີ2026) ອັດຕາກຸ້ມຕົນເອງດ້ານອາຫານ ທີ່ຄິດໄລ່ຕາມພະລັງງານ ໄດ້ຫລຸດລົງ 1% ເຮັດໃຫ້ຍັງເຫລືອ 37% ເຊິ່ງເປັນລະດັບຕ່ຳສຸດໃນປະຫວັດສາດ. ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຍີ່ປຸ່ນ ໃຫ້ຮູ້ວ່າ: ປະລິມານ ການບໍລິໂພກເຂົ້າ ຫລຸດໜ້ອຍລົງ ແມ່ນສາເຫດສຳຄັນ ທີ່ເຮັດໃຫ້ອັດຕາການກຸ້ມຕົນເອງ ດ້ານອາຫານຫລຸດລົງ. ລາຄາເຂົ້າເພີ່ມຂຶ້ນ ໄດ້ເຮັດໃຫ້ພົນລະເມືອງບໍລິໂພກເຂົ້າ ຫລຸດໜ້ອຍລົງ ເຊິ່ງເຮັດໃຫ້ອັດຕາກຸ້ມຕົນເອງ ດ້ານອາຫານຂອງຍີ່ປຸ່ນ ໂດຍລວມຫລຸດລົງ ຢ່າງຊັດເຈນ. ສື່ມວນຊົນຍີ່ປຸ່ນ ລາຍງານວ່າ: ນອກຈາກສາເຫດດ້ານເຂົ້າແລ້ວ, ອາກາດຮ້ອນແຮງ ເຮັດໃຫ້ຜົນຜະລິດຜັກ ຫລຸດໜ້ອຍລົງ, ການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກ ເຮັດໃຫ້ການສະໜອງໄຂ່ໄກ່ ຫລຸດລົງ ແລະ ໄດ້ເຮັດໃຫ້ອັດຕາກຸ້ມຕົນເອງ ດ້ານອາຫານຂອງຍີ່ປຸ່ນ ຫລຸດລົງ ເຊັ່ນດຽວ ກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL