ປະກາດສ້າງຕັ້ງຕາແສງ ນາຕາກ-ນາມອນ ເມືອງໄຊຍະບູລີ

10/08/2026 14:52
Email Print 1441
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງນາຕາກ-ນາມອນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ໂຮງຮຽນ ປະຖົມສົມບູນນາຕາກໂດຍມີ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະ ບໍລິຫານງານພັກແຂວງໄຊຍະບູລີ, ທ່ານ ຄໍາຫລ້າ ຜີວວັນນາ ເລຂາ ຄະນະບໍລິຫານງານພັກເມືອງໄຊ ຍະບູລີ ພ້ອມດ້ວຍພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະ ຊາຊົນເຂົ້າຮ່ວມ.

ທ່ານ ຈັນເພັງ ອູ່ທອງຄໍາ ປະທານ ຄະນະກຳມະການປົກຄອງເມືອງ ໄດ້ລາຍງານວ່າ: ເຂດທີ່ຈະສ້າງ ຕັ້ງຕາແສງ ນາຕາກ-ນາມອນ ຕັ້ງ ຢູ່ທາງທິດເໜືອຂອງເມືອງໄຊຍະບູ ລີ ຫ່າງອອກຈາກເທສະບານເມືອງ ໄຊຍະບູລີ ປະມານ 6 ກິໂລແມັດ,  ສະພາບພູມສັນຖານສ່ວນໃຫຍ່ ເປັນເຂດພູພຽງ ແລະ ມີທົ່ງພຽງ ລຽບຕາມແຄມນ້ຳ, ເໝາະສົມ ແກ່ການປູກຝັງ, ລ້ຽງສັດ ແລະ  ການທ່ອງທ່ຽວທາງທຳມະຊາດ- ວັດທະນະທຳ, ມີເສັ້ນທາງຫລວງ ແຫ່ງຊາດ 4A ເຊື່ອມຈອດລະຫວ່າງ  ເມືອງໄຊຍະບູລີ ແລະ ຫົງສາ,  ຕາ ແສງ ນາຕາກ-ນາມອນ ມີເນື້ອທ່ີ 8.747 ເຮັກຕາ, ປະກອບມີ 14 ບ້ານ ໃນນັ້ນ, ກວມເອົາກຸ່ມ ປກສ ບໍລິການປະຊາຊົນມີ 2 ກຸ່ມຂຶ້ນກັບຕາແສງຄື: ກຸ່ມ ປກສ ບໍລິການ ປະຊາຊົນເຂດນາຕາກ ປະກອບມີ 9 ບ້ານ (ບ້ານນາຕາກ, ບ້ານຫາດ ຮ່ອມ, ບ້ານໂພນສະອາດ, ບ້ານ ໄຊສະຫວາດ, ບ້ານນາງີ້ວ, ບ້ານ ຫ້ວຍຊ່າວ, ບ້ານໜອງໜ່ອງ, ບ້ານ ຫ້ວຍລຸນ, ບ້ານວຽງໄຊ) ແລະ ກຸ່ມ ປກສ ບໍລິການປະຊາຊົນເຂດ ນາ ມອນ ປະກອບມີ 5 ບ້ານ (ບ້ານນາ ມອນ, ບ້ານໂພນໂຮມ, ບ້ານທ່າ,  ບ້ານລ້ອງແຊງ, ບ້ານປາກທຽວ),  ມີໜ່ວຍຄຸ້ມຄອງພົນລະເມືອງ 179 ໜ່ວຍ, ມີ 2.273 ຄອບຄົວ, ມີ ພົນລະເມືອງ 11.861 ຄົນ, ຍິງ 6.148 ຄົນ. ປະກອບມີ 8 ເຜົ່າ: ເຜົ່າລາວ 6.152 ຄົນ, ຍິງ 3.212 ຄົນ, ກວມເອົາ 51,86%, ເຜົ່າມົ້ງ  1.748 ຄົນ, ຍິງ 847 ຄົນ, ກວມ ເອົາ 14,73%, ເຜົ່າກຶມມຸ 2.862 ຄົນ, ຍິງ 1.380 ຄົນ, ກວມເອົາ 21,97%, ເຜົ່າອີວມຽນ 101 ຄົນ,  ຍິງ 54 ຄົນ ກວມເອົາ 0,97%, ເຜ່ົາໄປຣ່ 1.012 ຄົນ, ຍິງ 509 ຄົນ ກວມເອົາ 8,53%, ເຜົ່າໄທດຳ  31 ຄົນ, ຍິງ 19 ຄົນ ກວມເອົາ  0,26%, ເຜົ່າຍວນ 4 ຄົນ, ຍິງ  1 ຄົນ ກວມເອົາ 0,03%, ເຜົ່າລ້  16 ຄົນ, ຍິງ 10 ຄົນ ກວມເອົາ0,13%.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງ ຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ ແລະ  ຮອງປະທານຕາແສງນາຕາກ-ນາ ມອນ ໂດຍຕົກລົງເຫັນດີແຕ່ງຕັ້ງ  ທ່ານ ສາຍພີນ ຈັນທະຜອງ ເປັນ ປະທານຄະນະກຳມະການປົກຄອງ ຕາແສງ, ທ່ານ ພອນປະດິດ ຈັນທະ ມາດ ແລະ ທ່ານ ສຸລິຍາ ພັນມະນີ ເປັນຮອງປະທານ.

ຂ່າວ-ພາບ: ສົມພົງ ສີສະຫັວດ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top