ພາກສ່ວນກ່ຽວຂ້ອງແຂວງຫລວງພະບາງ ຕິດຕາມລະນ້ຳເຄື່ອນໄຟຟ້ານ້ຳຄານ 2-3

10/08/2026 15:05
Email Print 1699
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ສຸ ລິໄຊ ຫົງສາຄອນ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ຫລວງພະບາງ, ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແລະ ພາກສ່ວນທ່ີກ່ຽວຂ້ອງ ເຄື່ອນໄຫວຕິດຕາມລະດັບນ້ຳ ແລະ ການດຳເນີນການປ່ອຍນໍ້າອອກ ເຂື່ອນໄຟຟ້ານ້ຳຄານ 2-3 ຊ່ຶງຕ້ັງ ຢູ່ເຂດເມືອງຊຽງເງິນ ໃນວັນທີ 8 ສິງຫາ 2026 ເພື່ອແນໃສ່ເຮັດໃຫ້ ສະພາບລະດັບນ້ຳຂອງເຂື່ອນ ຢູ່ໃນ ລະດັບທີ່ສາມາດຮັບຮອງໄດ້ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຫລາຍ ຕໍ່ປະຊາຊົນທີ່ຢູ່ກ້ອງເຂື່ອນ, ທັງເປັນ ການກະກຽມ ຮັບມືກັບສະພາບນ້ໍາ ທີ່ຈະມີປະລິມານເພີ່ມຂຶ້ນ ໃນໄລຍະ ລະດູຝົນ.

ໂດຍໄດ້ຮັບຟັງການລາຍງານ ຈາກຜູ້ບໍລິຫານເຂື່ອນ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຕິດ ຕາມສະພາບລະດັບນ້ຳ, ການປ່ອຍ ນໍ້າອອກເຂື່ອນ, ລວມທັງການກຽມ ພ້ອມແຕ່ລະດ້ານ ໃນໄລຍະລະດູຝົນ. 

ໂອກາດນີ້, ທ່ານ ສຸລິໄຊ ຫົງ ສາຄອນ ໄດ້ເນັ້ນໃຫ້ພະນັກງານ ປະຈຳການຢູ່ເຂື່ອນໄຟຟ້າ ເພີ່ມທະວີການເຝົ້າລະວັງ, ຕິດຕາມລະດັບ ນ້ຳຢ່າງສະໝ່ຳສະເໝີ ແລະ ປະສານ ງານກັບພາກສ່ວນກ່ຽວຂ້ອງຢ່າງ ທັນການ ກໍລະນີເກີດສະພາບການ ນໍ້າເພີ່ມຂຶ້ນ ທີ່ອາດຈະສົ່ງຜົນກະທົບ ຕໍ່ປະຊາຊົນ ຕ້ອງຮີບຮ້ອນລາຍງານ ຕໍ່ຄະນະຮັບຜິດຊອບຂັ້ນແຂວງ ແລະ  ແຈ້ງໃຫ້ປະຊາຊົນກະກຽມຄວາມ ພ້ອມໃຫ້ທັນການ ເພື່ອບໍ່ໃຫ້ເກີດ ຄວາມເສຍຫາຍທາງດ້ານຊີວິດ  ແລະ ຊັບສີນ. ປັດຈຸບັນຄະນະຮັບຜິດ ຊອບ ໄດ້ມີການຕິດຕາມສະພາບ ນ້ໍາ ທັງໜ້າເຂື່ອນ ແລະ ຫລັງເຂື່ອນ  ຢ່າງໃກ້ຊິດ ໂດຍລວມຍັງຢູ່ໃນລະດັບ ປົກກະຕິ, ຕາມລະດັບນ້ຳທີ່ໄຫລເຂົ້າ ໜ້າເຂື່ອນ ແລະທັງສອງເຂ່ືອນ (ນ້ຳ ຄານ 3 ແລະ ນ້ຳຄານ 2) ຍັງ ສາມາດຮອງຮັບລະດັບນ້ຳທີ່ຈະ ເພີ່ມຂຶ້ນ.    

ຂ່າວ-ພາບ : ທະນູສິນ ອິດທິພົນ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top