ຂປລ
ກອງປະຊຸມກົນໄກປຶກສາຫາລື ແລະ ປະສານງານ ວຽກງານຊາຍແດນຈີນ-ອິນເດຍ ຄັ້ງທີ 36 ໄດ້ຈັດຂຶ້ນຢູ່ນະຄອນ ຫລວງ ນິວແດນລີ ຂອງອິນເດຍເມື່ອບໍ່ດົນມນີ້, ໂດຍມີ ຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງພາຍໃນ, ກະຊວງການເຄື່ອນຍ້າຍຖິ່ນຖານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກະຊວງການຕ່າງປະເທດຈີນ ເປີດເຜີຍໃຫ້ຮູ້ວ່າ: ກອງປະຊຸມກົນໄກປຶກສາຫາລື ແລະ ປະສານງານ ວຽກງານຊາຍແດນຈີນ-ອິນເດຍ ຄັ້ງທີ 36 ໄດ້ຈັດຂຶ້ນຢູ່ນະຄອນຫລວງ ນິວແດນລີ ຂອງອິນເດຍເມື່ອບໍ່ດົນມນີ້, ໂດຍມີ ຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງພາຍໃນ, ກະຊວງການເຄື່ອນຍ້າຍຖິ່ນຖານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ.ໂດຍສອງຝ່າຍ ໄດ້ດຳເນີນການສົນທະນາກັນ ຢ່າງສ້າງສັນດ້ວຍທ່າທີ ທີ່ກົງໄປກົງມາ ແລະ ເປັນມິດ, ພ້ອມທັງ ໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ ກ່ຽວກັບ ການຈັດຕັ້ງປະຕິບັດ ຄວາມເຫັນທີ່ເປັນເອກະພາບກັນ ໃນການພົບປະເຈລະຈາ ຄັ້ງທີ 24 ຂອງຜູ້ຕາງໜ້າພິເສດກ່ຽວກັບ ບັນຫາຊາຍແດນຈີນ-ອິນເດຍ ຕື່ມອີກ, ພ້ອມນີ້ ສອງຝ່າຍເຫັນດີ ຮ່ວມກັນກະກຽມໃຫ້ແກ່ ການພົບປະເຈລະຈາ ຄັ້ງທີ 25 ຂອງຜູ້ຕາງໜ້າພິເສດ ກ່ຽວກັບ ບັນຫາຊາຍແດນຈີນ-ອິນເດຍ. ໂດຍສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການກຳນົດເສັ້ນຊາຍແດນ, ການຄວບຄຸມຊາຍແດນ, ການສ້າງກົນໄກ ແລະ ການຮ່ວມມືຂ້າມຊາຍແດນ. ພ້ອມນີ້ ຍັງເຫັນດີຮັກສາ ການຕິດຕໍ່ສື່ສານ ຜ່ານຊ່ອງທາງການທູດ ແລະ ທາງການທະຫານ ເພື່ອຮ່ວມກັນປົກປັກຮັກສາ ສັນຕິພາບ ແລະ ຄວາມສະຫງົບ ຢູ່ເຂດຊາຍແດນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL