ສ.ເກົາຫລີ ປະສົບກັບສະພາບອາກາດຮ້ອນແຮງຢ່າງຕໍ່ເນື່ອງ

10/08/2026 15:33
ຂປລ ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກສະພາບອາກາດຮ້ອນແຮງ ຢ່າງຕໍ່ ເນື່ອງ ເຮັດໃຫ້ຄວາມຕ້ອງການ ໃຊ້ໄຟຟ້າໃນ ສ.ເກົາຫລີ ບັນລຸເຖິງ 95.321 GW, ສ້າງສະຖິຕິສູງສຸດຄັ້ງໃໝ່ ນັບແຕ່ຕົ້ນປີນີ້ມາ.

    ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຕົວເລກຂໍ້ມູນ ທີ່ຕະຫລາດ ພະລັງງານໄຟຟ້າ ສ.ເກົາຫລີ ເປີດເຜີຍ ໃນວັນທີ 9 ສິງຫານີ້ວ່າ: ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກສະພາບອາກາດຮ້ອນແຮງ ຢ່າງຕໍ່ ເນື່ອງ ເຮັດໃຫ້ຄວາມຕ້ອງການ ໃຊ້ໄຟຟ້າໃນ ສ.ເກົາຫລີ ບັນລຸເຖິງ 95.321 GW, ສ້າງສະຖິຕິສູງສຸດຄັ້ງໃໝ່ ນັບແຕ່ຕົ້ນປີນີ້ມາ. ປັດຈຸບັນ, ໄຟຟ້າສໍາຮອງຂອງ ສ.ເກົາຫລີ ຢູ່ທີ່ 8,2 GW ເມື່ອໃດ ທີ່ຕົວ ເລກດັ່ງກ່າວ ຕໍ່າກວ່າ 5.5 GW ຈະເຮັດໃຫ້ເກີດ ການແຈ້ງເຕືອນໄພສຸກເສີນກ່ຽວກັບ ການສະໜອງໄຟຟ້າ. ລັດຖະບານ ສ.ເກົາຫລີ ຄາດວ່າ ຄວາມຕ້ອງການໃຊ້ໄຟຟ້າ ໃນອາທິດຕໍ່ໜ້າ ຈະສືບຕໍ່ເພີ່ມ ຂຶ້ນ ຢ່າງຕໍ່ເນື່ອງ, ສາເຫດມາຈາກ: ສະພາບອາກາດຮ້ອນສູງ ຍັງບໍ່ທັນມີທ່າອຽງ ທີ່ຈະຫລຸດລົງເທື່ອ, ແລະອີກສາຫເດໜຶ່ງ ແມ່ນພາຍຫລັງ ໄລຍະພັກລະດູຮ້ອນ ສິ້ນສຸດລົງແລ້ວ, ການຜະລິດ ອຸດສາຫະກໍາ ມີການເພີ່ມຂຶ້ນ. ກ່ອນໜ້ານີ້ ສ.ເກົາຫລີ ໄດ້ປະສົບກັບສະພາບອາກາດຮ້ອນສູງ ທີ່ບໍ່ປະສົບພໍເທົ່າໃດ ໃນປະຫວັດສາດ. ທ່ານ ​ລີ​ແຈ​ມຽງ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫລີ ໄດ້ຊີ້ນໍາໃນກອງປະຊຸມ ວຽກງານຂອງ ລັດຖະບານ ທີ່ຈັດຂຶ້ນ ໃນວັນທີ 4 ສິງຫານີ້ວ່າ: ຄຽງຄູ່ກັບການໃຊ້ເຄື່ອງປັບອາກາດ ເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ກະທັນຫັນ, ຄວນເພີ່ມທະວີ ການກວດກາຕໍ່ລະບົບໄຟຟ້າ ເພື່ອຮັບ ປະກັນ ການ ດຳລົງຊີວິດ ທີ່ເປັນປົກກະຕິ ຂອງປະຊາຊົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top