ຂປລ
ທີມ ຈີນ ໄດ້ເຂົ້າຮ່ວມ ການແຂ່ງຂັນດັ່ງກ່າວເປັນເທື່ອທໍາອິດ ເຊິ່ງມີ 4 ຄົນ ແລະ ສາມາດສ້າງຜົນງານໂດດເດັ່ນໃນ ລະດັບແຖວໜ້າ ຂອງບັນດາປະເທດ ທີ່ເຂົ້າຮ່ວມແຂ່ງຂັນໂດຍໄດ້ 1 ຫລຽນຄໍາ ແລະ 3 ຫລຽນເງິນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ການແຂ່ງຂັນ ໂອລິມປິກສາກົນ ສາຂາ ວິທະຍາສາດ ນິວເຄລຍ ປີ 2026 ໄດ້ອັດລົງ ຢູ່ນະຄອນເຈັດດາ ປະເທດອາຣັບບີ ຊາອຸດິດ ໃນວັນທີ 8 ສິງຫານີ້, ທີມ ຈີນ ໄດ້ເຂົ້າຮ່ວມ ການແຂ່ງຂັນດັ່ງກ່າວເປັນເທື່ອທໍາອິດ ເຊິ່ງມີ 4 ຄົນ ແລະ ສາມາດສ້າງຜົນງານໂດດເດັ່ນ ໃນລະດັບແຖວໜ້າ ຂອງບັນດາປະເທດ ທີ່ເຂົ້າຮ່ວມແຂ່ງຂັນໂດຍໄດ້ 1 ຫລຽນຄໍາ ແລະ 3 ຫລຽນເງິນ. ການແຂ່ງຂັນຄັ້ງນີ້ ມີທີມທີ່ມາຈາກ 19 ປະເທດເຂົ້າຮ່ວມ, ດໍາເນີນການແຂ່ງຂັນ ເປັນເວລາ 8 ວັນ ໂດຍມີການສອບເສັງ ດ້ານທິດສະດີ ແລະ ດ້ານການທົດລອງ, ກວມເອົາຫລາຍທິດທາງ ໃນຫລາຍສາຂາວິຊາເຊັ່ນ: ຟິຊິກສາດນິວເຄລຍ, ການປ້ອງກັນ ແພ່ຜາຍກຳມັນຕະພາບລັງສີ ແລະ ເຊື້ອໄຟນິວເຄລຍ ເປັນຕົ້ນ. ການແຂ່ງຂັນ ໂອລິມປິກສາກົນສາຂາວິທະຍາສາດນິວເຄລຍ ແມ່ນການ ແຂ່ງຂັນໂອລິມປິກ ລະຫວ່າງ ຊາວໜຸ່ມເຍົາວະຊົນສາກົນ ຄັ້ງທໍາອິດ ຂອງໂລກທີ່ມີຫົວຂໍ້ວິທະຍາສາດນິວເຄລຍ ເຊິ່ງຈັດຂຶ້ນພາຍໃຕ້ ການສະໜັບສະໜູນ ຈາກອົງການພະລັງງານ ປະລະມາ ນູສາກົນ, ມີຈຸດປະສົງ ເພື່ອຊຸກຍູ້ໃຫ້ຊາວໜຸ່ມ ເຍົາວະຊົນ ໃຫ້ຄວາມສົນໃຈ ຕໍ່ວິທະຍາສາດນິວເຄລຍ ແລະ ສົ່ງເສີມການແລກປ່ຽນ ລະຫວ່າງ ຊາວໜຸ່ມເຍົາວະຊົນສາກົນ ເພື່ອນໍາພາ ຊາວໜຸ່ມເຍົາວະຊົນ ມີສ່ວນ ຮ່ວມໃນວິທະຍາສາດນິວເຄລຍ ແລະ ຂົງເຂດເຕັກໂນໂລຊີ ນິວເຄລຍ ໃຫ້ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL