ປະຊາຊົນຈີນ ໄດ້ເດີນທາງທ່ອງທ່ຽວພາຍໃນປະເທດເຖິງ 3 ຕື້ກວ່າເທື່ອຄົນ

10/08/2026 15:33
ຂປລ ໂດຍອ້າງອີງ ຕາມຜົນການ​ສຸ່ມກວດ ຕົວຢ່າງ ການທ່ອງທ່ຽວ ຂອງປະຊາຊົນ ພາຍໃນປະເທດ, ໃນ 6 ເດືອນຕົ້ນປີນີ້, ປະຊາຊົນຈີນ ເດີນທາງທ່ອງທ່ຽວ ພາຍໃນ​ປະ​ເທດ ຈຳນວນ 3 ຕື້ກວ່າເທື່ອຄົນ, ເພີ່ມຂຶ້ນ 178 ລ້ານເທື່ອຄົນ ຫລື ເທົ່າ​ກັບເພີ່ມຂຶ້ນ 5.4% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນ ຈາກກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ໃຫ້ຮູ້ວ່າ: ໂດຍອ້າງອີງ ຕາມຜົນການ​ສຸ່ມກວດ ຕົວຢ່າງ ການທ່ອງທ່ຽວ ຂອງປະຊາຊົນ ພາຍໃນປະເທດ, ໃນ 6 ເດືອນຕົ້ນປີນີ້, ປະຊາຊົນຈີນ ເດີນທາງທ່ອງທ່ຽວ ພາຍໃນ​ປະ​ເທດ ຈຳນວນ 3 ຕື້ກວ່າເທື່ອຄົນ, ເພີ່ມຂຶ້ນ 178 ລ້ານເທື່ອຄົນ ຫລື ເທົ່າ​ກັບເພີ່ມຂຶ້ນ 5.4% ເມື່ອທຽບໃສ່ ໄລຍະ ດຽວກັນ ຂອງປີກາຍ. ໃນນັ້ນ: ປະຊາຊົນໃນຕົວເມືອງ ເດີນທາງທ່ອງທ່ຽວພາຍໃນ​ປະ​ເທດ 2 ຕື້ກວ່າເທື່ອຄົນ, ເພີ່ມຂຶ້ນ 5,8%; ປະຊາຊົນ ໃນເຂດຊົນນະບົດ ເດີນທາງທ່ອງທ່ຽວ ພາຍໃນປະ​ເທດ 869 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,3%.ໃນ 6 ເດືອນຕົ້ນປີນີ້, ມູນຄ່າໃຊ້ຈ່າຍທັງໝົດ ຂອງປະຊາຊົນຈີນ ໃນການທ່ອງທ່ຽວ ພາຍໃນປະເທດ ມີ 3.210 ຕື້ຢວນ, ເພີ່ມຂຶ້ນ 60 ຕື້ຢວນ ຫລື ເທົ່າ​ກັບ ເພີ່ມຂຶ້ນ 2% ເມື່ອທຽບໃສ່​ໄລ​ຍະ​ດຽວ​ກັນ​ ຂອງປີກາຍ. ໃນນັ້ນ: ປະຊາຊົນ ໃນຕົວເມືອງ ໃຊ້ຈ່າຍ 2.660 ຕື້ຢວນ, ເພີ່ມຂຶ້ນ 2,2% ແລະ ປະຊາຊົນໃນເຂດຊົນນະບົດ ໃຊ້ຈ່າຍ 560 ຕື້ຢວນ, ເພີ່ມ ຂຶ້ນ 0,6% ເມື່ອທຽບໃສ່​ ໄລ​ຍະ​ດຽວ​ກັນ​ຂອງປີກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top