ແລກປ່ຽນບົດຮຽນການນຳພາ-ຊີ້ນຳວຽກງານສື່ມວນຊົນ ແລະ ການຄຸ້ມຄອງຊື່ມວນຊົນ

09/08/2026 11:31
ຂປລ ຄະນະຜູ້ແທນຈາກຄະນະໂຄສະນາອົບຮົມສູນກາງພັກປະ ຊາຊົນປະຕິວັດລາວ(ຄອສພ)

ນໍາໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ໄດ້ ພົບປະກັບທ່ານ ຫງຽນດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນແຂວງນິງບິງ ສສ ຫວຽດນາມ ພ້ອມຄະນະໃນັນທີ 5 ສິງຫາ 2026 ຢູ່ຄະນະ ໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນແຂວງນິງບິ່ງ. ທັງນີ້, ກໍເພື່ອແລກປ່ຽນບົດຮຽນການ ເຄື່ອນໄຫວວຽກງານຂອງສອງ ຝ່າຍຮັບຜິດຊອບ ໂດຍສະເພາະການ ນໍາພາ, ຊີ້ນຳວຽກງານສື່ມວນຊົນ ແລະ ການຄຸ້ມຄອງສື່ມວນຊົນ. ການພົບປະຄັ້ງນີ້, ສອງຝ່າຍໄດ້ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ, ອົບອຸ່ນ ບົນພື້ນຖານຄວາມສາມັກຄີ, ຮັກ ແພງ ມີບັນຍາກາດ. ໃນນັ້ນ, ໄດ້ ຮັບຟັງກ່ຽວກັບການແກ້ໄຂບັນຫາ ປະກົດການຫຍໍ້ທໍ້ ກໍຄື ບັນດາຂ່າວ ປອມ, ຂ່າວບິດເບື່ອນຜ່ານສື່ສັງຄົມ ອອນລາຍຢູ່ແຂວງນິງບິງ ແລະ ພັນທະການຕອບສະໜອງຂໍ້ມູນໃຫ້ ແກ່ສື່ມວນຊົນທາງການຂອງພາກ ສ່ວນຕ່າງໆທັງອົງການພາກລັດ, ເອກະຊົນ ແລະ ສັງຄົມ ໃນແຕ່ລະ ໄລຍະ ເພື່ອເຮັດໃຫ້ສັງຄົມໄດ້ຮັບ ຂໍ້ມູນຂ່າວສານທີ່ເປັນຄວາມຈິງ, ວ່ອງໄວ ແລະ ທັນການ. ຂ່າວ-ພາບ: ກົມສື່ມວນຊົນ ຄອສພ

KPL

ຂ່າວອື່ນໆ

ads
ads

Top