ຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງບໍ່ແກ້ວ

09/08/2026 11:21
ຂປລ ໃນວັນທີ 5 ສິງຫາ 2026, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບຄະນະກໍາມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ຈັດກອງປະຊຸມຕິດ ຕາມການຈັດຕັ້ງປະຕິບັດວຽກງານ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນ ການຈັດຕັ້ງປະຕິບັດດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ

ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາ ຄະນະບໍລິຫານງານພັກ, ຮອງລັດ ມົນຕີ, ຮອງປະທານຄະນະກໍາມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ, ຜູ້ປະຈໍາການ ແລະ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງ ເລຂາພັກແຂວງ, ປະທານຄະນະກຳ ມະການປົກຄອງແຂວງ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍ ງານສະພາບລວມການຈັດຕັ້ງປະຕິ ບັດວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂອງແຂວງບໍ່ແກ້ວ ໂດຍສະເພາະການຈັດຕັ້ງປະຕິບັດ ວຽກງານຕາມດຳລັດວ່າດ້ວຍ ການຈັດຕັ້ງ ແລະ ກ່ານເຄື່ອນໄຫວຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບ ເລກທີ 530/ນຍ ຢູ່ແຂວງບໍ່ແກ້ວ ແລະ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການ ຄຸ້ມຄອງ-ບໍລິຫານເຂດເສດຖະກິດ ພິເສດສາມຫລ່ຽມຄຳ ເລກທີ 359/ ນຍ ນັບແຕ່ມື້ປະກາດໃຊ້ເປັນຕົ້ນ ມາ. ຜ່ານການຈັດຕັ້ງປະຕິບັດໄລຍະ ຜ່ານມາ, ເຫັນໄດ້ວ່າມີຜົນສຳເລັດ ຫລາຍດ້ານທີ່ເກີດຂຶ້ນ. ຄຽງຄູ່ກັນ ນັ້ນ, ຍັງມີບາງຈຸດໃນດຳລັດທີ່ເຫັນ ວ່າຍັງຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງໃຫ້ມີຄວາມສອດຄ່ອງກັບ ສະພາບການຈັດຕັ້ງປະຕິບັດຕົວຈິງໃນປັດຈຸບັນຕາມທິດຊີ້ນຳຂອງຂັ້ນ ເທິງ ເພື່ອອໍານວຍຄວາມສະດວກ ບົນພື້ນຖານກົດໝາຍ, ລະບຽບ ການ ແລະ ປັບປຸງບັນຍາກາດ ການລົງທຶນໃຫ້ດີຂຶ້ນກວ່າເກົ່າ ແລະ ແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ເປັນ ອຸປະສັກໃຫ້ແກ່ການລົງທຶນ ເພື່ອ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ຢ່າງ ຍືນຍົງ. ຜ່ານການປຶກສາຫາລືຂອງຜູ້ ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດຄຳ ເຫັນຢ່າງກົງໄປກົງມາຕາມຄຳ ຖາມເຈາະຈີ້ມຂອງທ່ານປະທານ ແລະ ເປັນຄໍາເຫັນທີ່ເປັນປະໂຫຍດຕໍ່ ວຽກງານການປະເມີນ ສອງດຳລັດ ດັ່ງກ່າວ.

KPL

ຂ່າວອື່ນໆ

ads
ads

Top