ຂປລ
ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີສະເຫລີມສະຫລອງວັນ ສ້າງຕັ້ງອົງການຈັດຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 71 ປີ (20/7/1955-20/7/2026)
ໃນວັນທີ 5 ສິງຫາ 2026 ໂດຍ
ມີສະຫາຍ ເຂິງຄຳ ແກ້ວໜູຈັນ
ຮອງເລຂາຄະນະບໍລິຫານງານພັກ
ຫສນຍ, ຮອງລັດຖະມົນຕີ, ຮອງ
ຫົວໜ້າ ຫສນຍ, ສະຫາຍ ນາງ
ທຳມາ ເພັດວິໄຊ ຮອງປະທານຄະ
ນະບໍລິຫານງານສູນກາງສະຫະພັນ
ແມ່ຍິງລາວ, ມີບັນດາສະຫາຍເລຂາ
ໜ່ວຍພັກຮາກຖານ, ຜູ້ຕາງໜ້າ
ຄະນະໜ່ວຍພັກຮາກຖານ, ຄະນະ
ບໍລິຫານງານສາມອົງການຈັດຕັ້ງ
ມະຫາຊົນ ພ້ອມດ້ວຍພັນລະຍາການ
ນຳຂັ້ນສູງ, ພະນັກງານອາວຸໂສບຳນານເພດຍິງ ແລະ ສະມາຊິກ
ສະຫະພັນແມ່ຍິງພາຍໃນ ຫສນຍ
ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍຮອງ
ປະທານຄະນະບໍລິຫານງານສູນ
ກາງສະຫະພັນແມ່ຍິງລາວ ໄດ້
ຍົກໃຫ້ເຫັນມູນເຊື້ອວັນສ້າງຕັ້ງ
ອົງການຈັດຕັ້ງສະຫະພັນແມ່ຍິງ
ລາວ ກໍຄື ມູນເຊື້ອອັນດີງາມ, ມູນ
ເຊື້ອພິລະອາດຫານ ແລະ ຜົນງານ
ການປະກອບສ່ວນອັນໃຫຍ່ຫລວງ
ຂອງແມ່ຍິງລາວ ໃນພາລະກິດຕໍ່ສູ້
ກູ້ຊາດ, ພາລະກິດປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ
ຕະຫລອດໄລຍະ 71 ປີ ຜ່ານມາ
ໂດຍສະເພາະການກໍາເນີດ ແລະ
ການຂະຫຍາຍຕົວຂອງອົງການ
ຈັດຕັ້ງສະຫະພັນແມ່ຍິງລາວ, ສັງ
ຮວມຜົນງານການເຄື່ອນໄຫວຂອງ
ສະຫະພັນແມ່ຍິງ ແຕ່ລະໄລຍະ
ເປັນຕົ້ນການປະກອບສ່ວນຂອງ
ແມ່ຍິງໃນພາລະກິດຕໍ່ສູ້ປົດປ່ອຍ
ປະເທດຊາດ ໃນໄລຍະ 1955-
1975, ຜົນງານພົ້ນເດັ່ນຂອງສະຫະ
ພັນແມ່ຍິງ ໃນໄລຍະ ປີ 1976-
2015 ແລະ ໃນໄລຍະປີ 2016-
2026 ຊຶ່ງໃນແຕ່ລະໄລຍະໄດ້ຖື
ສໍາຄັນຕໍ່ການສຶກສາອົບຮົມການ
ເມືອງແນວຄິດ, ປັບປຸງການຈັດຕັ້ງ,
ປັບປຸງແບບແຜນວິທີນຳພາ ແລະ ວິ
ທີເຮັດວຽກຂອງສະຫະພັນແມ່ຍິງ
ແຕ່ລະຂັ້ນ, ຕັ້ງໜ້າສຶກສາຮໍ່າຮຽນ
ແລະ ໝູນໃຊ້ແນວຄິດ ໄກສອນ
ພົມວິຫານ ເຂົ້າສູ່ລວງເລິກກ່ຽວກັບ
ວຽກງານແມ່ຍິງ, ໂຄສະນາເຜີຍແຜ່
ແລະ ເສີມຂະຫຍາຍ 5 ຄຸນລັກສະນະ
ທີ່ເປັນມູນເຊື້ອຂອງແມ່ຍິງລາວ. ສັງ
ຮວມແລ້ວ, ສະຫະພັນແມ່ຍິງລາວ
ໄດ້ກາຍເປັນກຳລັງແຮງທີ່ສຳຄັນ,
ເປັນຜູ້ປົກປ້ອງສິດຜົນປະໂຫຍດອັນ
ຊອບທຳຂອງແມ່ຍິງ, ທັງເປັນຜູ້
ຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງ
ແມ່ຍິງ ໃນທຸກຂົງເຂດວຽກງານໃຫ້ມີຄຸນນະພາບ, ພ້ອມທັງຮັກສາ
ວັດທະນະທຳ ແລະ ຮີດຄອງປະເພນີ
ອັນດີງາມຂອງຊາດ.
ໃນໂອກາດນີ້, ຍັງໄດ້ສະຫລຸບ
ການຈັດຕັ້ງປະຕິບັດເນື້ອໃນຂໍ້
ແຂ່ງຂັນ 3 ດີ 2021-2025 ຂອງ
ອົງການຈັດຕັ້ງສະຫະພັນແມ່ຍິງ
ຫສນຍ ແລະ ແຜນການແຂ່ງຂັນ
ປີ 2026-2030 ເຫັນວ່າ ເອື້ອຍ
ນ້ອງແມ່ຍິງທົ່ວ ຫສນຍ ສາມາດ
ຮັກສາໄດ້ມູນເຊື້ອອັນດີງາມຂອງ
ແມ່ຍິງລາວເປັນຢ່າງດີ ໂດຍສະ
ເພາະມູນເຊື້ອດຸໝັ່ນ, ອົດທົນ, ມີ
ນໍ້າໃຈເອື້ອເຟື້ອເພື່ອແຜ່, ມີຄວາມ
ເສຍສະລະ, ມີຄວາມຮັບຜິດຊອບ,
ມີຄວາມສາມັກຄີ, ມີຄວາມຈິງໃຈ
ຕຳນິສົ່ງຂ່າວ ແລະ ຊ່ວຍເຫລືອ
ເຊິ່ງກັນ ແລະ ກັນ, ທັງສາມາດຮັກ
ສາໄດ້ຮີດຄອງປະເພນີອັນດີງາມ
ຂອງຊາດ ກໍຄື ຂອງແມ່ຍິງລາວ
ບັນດາເຜົ່າ; ເປັນເຈົ້າການປະກອບ
ສ່ວນເຂົ້າໃນການປະຕິບັດໜ້າທີ່ພາ
ລະບົດບາດຂອງຕົນດ້ວຍຄວາມ
ຮັບຜິດຊອບສູງ ແລະ ມີຜົນສຳເລັດ
ເປັນຢ່າງດີ ໂດຍສະເພາະການປະ
ຕິບັດຄຳຂວັນ 3 ດີ ຂອງ ຫສນຍ
(ເສນາທິການທີ່ດີ, ປະສານງານທີ່ດີ
ແລະ ບໍລິການຮັບໃຊ້ທີ່ດີ); ເອົາໃຈ
ໃສ່ພັດທະນາຕົນເອງດ້ານຄວາມຮູ້
ຄວາມສາມາດໃຫ້ນັບມື້ສູງຂຶ້ນເປັນ
ກ້າວໆ. ຜ່ານການຈັດຕັ້ງປະຕິບັດ
ຂໍ້ແຂ່ງຂັນ 3 ດີ ສາມາດເລືອກໄດ້
ກົມກອງ 3 ດີ ປະເພດ I ຈໍານວນ 8
ໜ່ວຍ; ສະມາຊິກສະຫະພັນແມ່ຍິງ 3
ດີ ປະເພດ I ຈໍານວນ 122 ສະຫາຍ,
ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ແກ່
ສະມາຊິກແມ່ຍິງທີ່ມີຜົນງານພົ້ນ
ເດັ່ນ ແລະ ປະກາດຂໍ້ແຂ່ງຂັນ 3 ດີ
ຂອງສະຫະພັນແມ່ຍິງ ຫສນຍ ປະ
ຈໍາປີ 2026 ຕື່ມອີກ.
ໃນຕອນທ້າຍ, ສະຫາຍ ເຂິງຄຳ
ແກ້ວໜູຈັນ ໄດ້ມີຄຳເຫັນໂອ້ລົມໂດຍ
ໄດ້ສະແດງຄວາມຊົມເຊີຍ ແລະ
ຕີລາຄາສູງຕໍ່ສະຫະພັນແມ່ຍິງລາວ
ກໍຄື ສະຫະພັນແມ່ຍິງ ຫສນຍ ທີ່
ມີຜົນງານພົ້ນເດັ່ນ, ສາມາດຍາດ
ໄດ້ຜົນສຳເລັດຫລາຍດ້ານໃນພາ
ລະກິດປົກປັກຮັກສາ ແລະ ສ້າງສາ
ພັດທະນາປະເທດຊາດ ໂດຍສະ
ເພາະການປະຕິບັດພາລະບົດບາດ,
ສິດ ແລະ ໜ້າທີ່ຂອງ ຫສນຍ,
ສະຫະພັນແມ່ຍິງໄດ້ມີບົດບາດສໍາ
ຄັນໃນການປະຕິບັດພາລະໜ້າທີ່
ການເມືອງ, ການຄຸ້ມຄອງ, ການ
ຄົ້ນຄວ້າ, ການປະສານງານ, ພັດ
ທະນາຕົນເອງທັງດ້ານຄວາມຮູ້,
ຄວາມສາມາດ ແລະ ຈັນຍາບັນ
ຈົນສາມາດຮັບຜິດຊອບຕໍາແໜ່ງ
ສໍາຄັນ ແລະ ປະກອບສ່ວນເຂົ້າ
ໃນທຸກຂະບວນການຢ່າງຕັ້ງໜ້າ.
ຄຽງຄູ່ກັບການພັດທະນາດ້ານວິ
ຊາສະເພາະ, ສະຫາຍໄດ້ສະເໜີ
ໃຫ້ສະມາຊິກແມ່ຍິງ ຫສນຍ ທຸກ
ສະຫາຍຈົ່ງສືບຕໍ່ຮັກສາຄຸນຄ່າອັນ
ດີງາມຂອງແມ່ຍິງລາວ, ຮັກຊາດ,
ຮັກປະຊາຊົນ, ມີວິໄນ, ມີຈັນຍາ
ບັນ, ມີຄວາມສາມັກຄີ, ກ້າຄິດ,
ກ້າເຮັດກ້າຮັບຜິດຊອບ ແລະ ກ້າ
ປະດິດສ້າງ ເພື່ອປະກອບສ່ວນໃນ
ການພັດທະນາປະເທດຊາດໃຫ້ມີ
ຄຸນນະພາບ ແລະ ຍືນຍົງ; ຍົກສູງ
ຄຸນນະພາບການສຶກສາອົບຮົມການ
ເມືອງ-ແນວຄິດ; ພັດທະນາພາສາ
ຕ່າງປະເທດ; ສົ່ງເສີມການນໍາໃຊ້
ເຕັກໂນໂລຊີດີຈິຕອນໝູນໃຊ້ເຂົ້າ
ໃນວຽກງານຕົວຈິງໃຫ້ມີຄວາມ
ໂປ່ງໃສ, ວ່ອງໄວ ແລະ ມີປະສິດທິ
ຜົນ; ເປັນແບບຢ່າງດ້ານຄວາມສາ
ມັກຄີ, ຊື່ສັດສຸດຈະລິດ; ສ້າງແມ່
ຍິງຮຸ່ນໃໝ່ໃຫ້ເປັນຜູ້ນໍາເປັນກໍາລັງ
ຫລັກໃນການປະຕິຮູບການບໍລິຫານ
ລັດ ແລະ ການພັດທະນາປະເທດ
ຢ່າງຍືນຍົງ, ພ້ອມທັງຮຽກຮ້ອງ
ໃຫ້ທຸກພາກສ່ວນສືບຕໍ່ເອົາໃຈໃສ່
ຕໍ່ການສ້າງໂອກາດໃຫ້ແມ່ຍິງໄດ້
ສະແດງຄວາມສາມາດ, ສົ່ງເສີມ
ການພັດທະນາຜູ້ນໍາແມ່ຍິງຮຸ່ນໃໝ່,
ສ້າງສະພາບແວດລ້ອມການເຮັດ
ວຽກທີ່ເທົ່າທຽມ, ໂປ່ງໃສ ແລະ
ເປັນທໍາ.
ໃນໂອກາດສະເຫລີມສະຫລອງ
ວັນສ້າງຕັ້ງສະຫະພັນແມ່ຍິງລາວ
ຄົບຮອບ 71 ປີນີ້, ສະຫະພັນແມ່
ຍິງ ຫສນຍ ຍັງໄດ້ຈັດກິດຈະກໍາ
ສັກວັກຊິນກັນໄຂ້ຫວັດໃຫຍ່ ແລະ
ກວດວັດແທກສາຍຕາໃຫ້ແກ່
ພະນັກງານ-ລັດຖະກອນ ຫສນຍ
ຕື່ມອີກ.
ຂ່າວ-ພາບ: ຫສນຍ
KPL