ປະກາດແຈ້ງການພິເສດ

09/08/2026 23:43
ຂປລ ໃນວັນທີ 9 ສິງຫາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ສາທາລະນະ ລັດສັງຄົມນິຍົມ ຫວຽດນາມ, ປະທານປະເທດແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ, ລັດຖະບານ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດ ຫວຽດນາມ ປະກາດວ່າ ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12/12/1956, ກຳມະການກົມ ການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດແຫ່ງສາ

ຂປລ. ຕາມຂ່າວສານ ຫວຽດນາມ, ໃນວັນທີ 9 ສິງຫາ, ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດ ຫວຽດນາມ ປະກາດວ່າ ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12/12/1956, ກຳມະການກົມການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາ ແຫ່ງຊາດແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຖິງແກ່ ມໍລະນະກຳ ໃນວັນທີ 08/08/2026 ລວມອາຍູ 70 ປີ.

ສະຫາຍໄຊສົມພອນ ພົມວິຫານ ເປັນຜູ້ນຳຫລັກແຫລ່ງ ຂອງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນຳທີ່ມີ ການປະກອບສ່ວນ ອັນສຳຄັນເຂົ້າໃນການ ປະຕິວັດລາວ ກໍຄື ພາລະກິດ ປົກປັກ ຮັກສາ, ສ້າງສາ ແລະ ພັດທະນາປະເທດລາວ. ສະຫາຍເປັນຜູ້ນຳ ທີ່ມີບົດບາດສຳຄັນ ໃນວຽກງານສືບທອດ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍີ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ  ຫວຽດນາມ-ລາວ. ການຈາກໄປຂອງສະຫາຍ ຖືເປັນການສູນເສຍອັນໃຫຍ່ຫລວງ ຕໍ່ ປະເທດລາວ ແລະ ສາຍພົວພັນ ຫວຽດ ນາມ-ລາວ

          ສະນັ້ນ ເພື່ອສະແດງເຖິງ ຄວາມອາໄລຕໍ່ສະຫາຍ ໄຊສົມພອນ ພົມວິຫານ ແລະ ບົນພື້ນຖານ ສາຍພົວພັນພິເສດ ຫວຽດນາມ-ລາວ, ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ-ລາວ, ສະພາແຫ່ງຊາດ ສາທາ ລະນະລັດສັງຄົມ ນິຍົມຫວຽດນາມ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ລັດ ຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະກຳມະການ ສູນກາງແນວໂຮມ ປະເທດຊາດຫວຽດ ນາມ ໄດ້ຕົກລົງໄວ້ອາໄລ ລະດັບຊາດ ເປັນເວລາ 2 ວັນ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ, ນັບແຕ່ ວັນທີ 10 ຫາ 11 ສິງຫາ.

          ໃນໄລຍະເວລາ ດັ່ງກ່າວ, ບັນດາອົງການ, ຫ້ອງການທົ່ວປະເທດ ແລະ ບັນດາ ອົງການຜູ້ແທນ ຫວຽດນາມ ຢູ່ຕ່າງປະເທດ ຈະຕ້ອງຫຼຸດທຸງຊາດລົງ ເຄິ່ງເສົາ ແລະ ພັນ ຜ້າແພດຳ ຕາມທີ່ໄດ້ ກຳນົດໄວ້. ພ້ອມດຽວກັນນັ້ນ, ແມ່ນໃຫ້ງົດຈັດກິດຈະກຳ ບັນເທິງ ແລະ ການສະຫຼອງມ່ວນຊື່ນຕ່າງໆ ໃນຂອບເຂດທົ່ວປະເທດ./.

KPL

ຂ່າວອື່ນໆ

ads
ads

Top