ຫາລືແກ້ໄຂບັນຫາສົ່ງທ້າຍຈາກໂຄງການລົງທຶນຢູ່ໃນ ແລະ ອ້ອມຂ້າງອຸດທະຍານແຫ່ງຊາດ ນາກາຍ-ນໍ້າເທີນ

09/08/2026 11:36
Email Print 6127
ຂປລ ກົມປ່າໄມ້, ກະຊວງກະ ສິກຳ ແລະ ສິ່ງແວດລ້ອມ ຈັດກອງ ປະຊຸມປຶກສາຫາລືກຳນົດກົນໄກ ແລະ ມາດຕະການແກ້ໄຂບັນຫາ ສິ່ງທ້າທາຍຈາກບັນດາໂຄງການ ລົງທຶນທີ່ຢູ່ໃນ ແລະ ອ້ອມຂ້າງ ອຸທິຍານແຫ່ງຊາດ ນາກາຍ-ນໍ້າ ເທີນ ໃນວັນທີ 5 ສິງຫາ 2026 ທີ່ ນະຄອນຫລວງວຽງຈັນ

ໂດຍການ ເປັນປະທານຂອງທ່ານ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້, ມີຜູ້ ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ຫ້ອງການຄະນະກໍາມະ ການຄຸ້ມຄອງ ແລະ ສົ່ງເສີມການ ລົງທຶນ, ກອງບັນຊາການທະຫານ ແຂວງ, ປະທານຄະນະກໍາມະ ການປົກຄອງເມືອງ, ຫ້ອງການທີ່ ກ່ຽວຂ້ອງຈາກແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ, ຜູ້ຕາງໜ້າ ຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອ ຮ່ວມກັນຄົ້ນຄວ້າກໍານົດກົນໄກ ການກັ່ນຕອງ, ປະສານງານ, ພິຈາ ລະນາ, ອະນຸມັດ, ຕິດຕາມ ແລະ ກວດກາບັນດາໂຄງການທີ່ຕັ້ງຢູ່ໃນ ແລະ ອ້ອມຂ້າງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຊຶ່ງໄລຍະຜ່ານ ມາລັດຖະບານ ກໍຄື ກະຊວງກະສິ ກໍາ ແລະ ສິ່ງແວດລ້ອມ ໄດ້ສົມທົບ ກັບບັນດາພາກສ່ວນກ່ຽວຂ້ອງສຸມ ໃສ່ປັບປຸງລະບົບການບໍລິຫານຄຸ້ມ ຄອງອຸທິຍານ ໂດຍປັບປຸງດໍາລັດ ເລກທີ 122/ນຍ ມາເປັນດໍາລັດ ເລກທີ 76/ນຍ ແລະ ອອກຂໍ້ຕົກລົງ ສະເພາະ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອຸທິຍານ ເພື່ອ ກໍານົດພາລະບົດບາດ, ສາຍການັນຊາ, ກົນໄກການປະສານງານ ແລະ ຄວາມຮັບຜິດຊອບຂອງແຕ່ລະ ພາກສ່ວນໃຫ້ຈະແຈ້ງຂຶ້ນ. ໂອກາດນີ້, ທ່ານ ສົມຫວັງ ພີມມະວົງ ກ່າວວ່າ: ກອງປະຊຸມ ໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ກໍານົດກົນໄກການປະສານງານ ຂ້າມຂະແໜງການລະຫວ່າງຂັ້ນ ສູນກາງ, ທ້ອງຖິ່ນ ແລະ ຄະນະບໍ ລິຫານອຸທິຍານ, ກໍານົດຂັ້ນຕອນ ການກັ່ນຕອງ ແລະ ການໃຫ້ຄໍາເຫັນ ຕໍ່ໂຄງການກ່ອນການສໍາຫລວດ, ອອກແບບ, ອະນຸມັດ ແລະ ກໍ່ສ້າງ, ກໍານົດເຂດຫ້າມ, ເຂດຈໍາກັດ ແລະ ເຂດທີ່ສາມາດພິຈາລະນາພັດທະນາ ໄດ້ບົນພື້ນຖານຂໍ້ມູນວິຊາການ, ກໍາ ນົດພັນທະຂອງຜູ້ລົງທຶນໃນການ ປ້ອງກັນ, ຫລຸດຜ່ອນ, ຟື້ນຟູ ແລະ ຊົດເຊີຍຜົນກະທົບ, ກໍານົດກົນໄກ ຕິດຕາມ, ກວດກາ, ລາຍງານ ແລະ ຈັດການກໍລະນີລະເມີດຢ່າງ ທັນການ. ທ່ານ ຄຳເຝືອ ສິຣິວົງ ຮອງ ຫົວໜ້າກົມປ່າໄມ້ ໄດ້ຂຶ້ນນຳສະເໜີ ວິໄສທັດອຸທິຍານແຫ່ງຊາດ ນາ ກາຍ-ນໍ້າເທີນ 2035 ຊຶ່ງໄດ້ກຳນົດ 5 ເປົ້າໝາຍ ຄື: ມາດຕະຖານການ ຄຸ້ມຄອງລະດັບສາກົນ; ການຍອມ ຮັບລະດັບສາກົນ; ຕົ້ນແບບສຳລັບ ອຸທິຍານແຫ່ງຊາດໃນລາວ; ການ ສະໜອງທຶນແບບຍືນຍົງ; ຊີວິດການ ເປັນຢູ່ ແລະ ສູນການຄົ້ນຄວ້າ. ຂໍ້ມູນ: ຂ່າວສານກະສິກຳ

KPL

ຂ່າວອື່ນໆ

    • ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີເສດຖະກິດ

      ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີ

      9/8/2026 10:21:13 AM

      ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.

    • ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບເສດຖະກິດ

      ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ

      9/8/2026 10:14:34 AM

      ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ/LNCCI) ຈັດກອງປະຊຸມປຶກສາຫາລືສາມຝ່າຍ ຄັ້ງທີ 1 ກ່ຽວກັບການພັດທະນາບົດແນະນຳແຫ່ງຊາດ ວ່າດ້ວຍການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (Responsible Business Conduct-RBC) ໃນ ສປປ ລາວ ເພື່ອເປີດເວທີໃຫ້ຜູ້ຕາງໜ້າຈາກພາກລັດ, ອົງກອນຕາງໜ້າຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ສະມາຄົມທຸລະກິດ, ວິສາຫະກິດ, ອົງການແຮງງານສາກົນ (ILO) ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄຳເຫັນ ເພື່ອເສີມສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບ RBC.

    • ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງເສດຖະກິດ

      ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ

      9/4/2026 9:54:47 PM

      ກອງປະຊຸມຄະນະຊີ້ນຳລວມ ການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ, ມີຜູ້ຕາງໜ້າຈາກບັນດາກະຊວງ-ຂະແໜງການ ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ທະນາຄານພັດທະນາອາຊີ (ADB) ເຂົ້າຮ່ວມ.

    • ງານວາງສະແດງຜະລິດຕະພັນລາວຈະຈັດຂື້ນຕົ້ນເດືອນຕຸລາ 2026 ນີ້ເສດຖະກິດ

      ງານວາງສະແດງຜະລິດຕະພັນລາວຈະຈັດຂື້ນຕົ້ນເດືອນຕຸລາ 2026 ນີ້

      9/4/2026 9:48:34 PM

      ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 (Made in Laos 2026) ຈະຈັດຂຶ້ນໃນລະຫວ່າງວັນທີ 3-11 ຕຸລາ 2026 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ພິທີຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວ ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້ ໂດຍມີ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ມີຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຜູ້ປະກອບການ, ບໍລິສັດ, ຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຫາລືສົ່ງເສີມ ແລະ ຄຸ້ມຄອງການລົງທຶນເສດຖະກິດ

      ຫາລືສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

      8/14/2026 8:01:00 AM

       ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງ ປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນທົ່ວປະເທດ ຄັ້ງທີ I ໃນວັນທີ 11-12 ສິງຫາ 2026 ໂດຍໄດ້ຮັບກຽດເຂົ້າ ຮ່ວມໃຫ້ທິດຊີ້ນໍາຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ເປັນປະ ທານໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ຜູ້ປະຈຳການລັດ ຖະບານ, ປະທານຄະນະກໍາ ມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ, ມີລັດ ຖະມົນຕີ, ປະທານຄະນະ ກໍາມະການປົກຄອງນະຄອນຫລວງ ວຽງຈັນ, ພະນັກງານຫລັກແຫລ່ງ ຈາກສູນກາງ ແລະ ທ້ອງຖິ່ນ ແລະ ພາກທຸລະກິດ ເຂົ້າຮ່ວມ.

ads
ads

Top