ຂປລ
ໃນວັນທີ 9 ສິງຫາ 2026 ນ້ີ, ການນໍາຂັ້ນສູງຂອງພັກ-ລັດ, ບັນດາອົງການ, ກະຊວງ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ,ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ຂປລ. ການວາງພວງມາລາຄ້ັງນ້ີ, ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.

ຄະນະທໍາອິດທີ່ເຂົ້າວາງພວງ ມາລາແມ່ນຄະນະບໍລິຫານງານສູນກາງພັກ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ. ຈາກນັ້ນ ແມ່ນຄອບຄົວ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ;

ຄະນະປະຈໍາສະພາແຫ່ງຊາດ ນໍາພາໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ;

ຄະນະລັດຖະບານ ນໍາພາໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ຄະນະຄອບຄົວ ພົມວິຫານ ນໍາພາໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ຄອບຄົວ ສີພັນດອນ ນຳໂດຍ ສະຫາຍ ສອນໄຊ ສີພັນດອນ; ຄະນະຈາກຫ້ອງວ່າການສູນກາງພັກ ນໍາພາໂດຍສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ.ນອກຈາກນ້ັນ,

ຍັງມີຄະນະວາງພວງມາລາຈາກສູນກາງແນວລາວສ້າງຊາດ ນໍາໂດຍສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງເເນວລາວສ້າງຊາດ; ຄອບຄົວທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ;

ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ພ້ອມນີ້, ຍັງມີຄອບຄົວການນໍາ, ອະດີດການນຳພັກ-ລັດ, ບັນດານັກທຸລະກິດ, ບໍລິສັດ ເເລະ ອື່ນໆຕາມລໍາດັບ.
ຂ່າວ: ທະນູທອງ; ພາບ: ຂັນໄຊ-ເກດສະໜາ
KPL