ຮອງນາຍົກລັດຖະມົນຕີ ຕ້ອນຮົບທູອິດສະຣາແອນ ເຂົ້າຢ້ຽມອຳລາ

01/08/2026 10:00
Email Print 1854
ຂປລ ໃນວັນທີ 28 ກໍລະກົດ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມອໍາລາຂອງທ່ານ ຢາຣອນ ມາເຢີ ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ລັດອິດ ສະຣາແອນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາ ເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຕະຫລອດໄລຍະ ເວລາເກືອບ 4 ປີ ທີ່ຜ່ານມາ ທ່ານ ເອກອັກຄະລັດຖະທູດໄດ້ປະຕິບັດ ໜ້າທີ່ການທູດຢ່າງຫ້າວຫັນ ໂດຍ ໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ລັດອິດສະຣາແອນ ໃນໄລຍະຜ່ານມາ, ໃຫ້ຂະຫຍາຍ ຕົວໂດຍສະເພາະການຊຸກຍູ້ສົ່ງເສີມ ການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການພັດທະນາຊັບພະ ຍາກອນມະນຸດ ແລະ ອື່ນໆ ລວມ ທັງການຊຸກຍູ້ການໄປມາຫາສູ່ລະ ຫວ່າງສອງປະເທດໃຫ້ຂະຫຍາຍ ຕົວ. ພ້ອມກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍຍັງໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແຫ່ງ ລັດອິດສະຣາແອນ ທີ່ໄດ້ໃຫ້ ການຊ່ວຍເຫລືອໃນການພັດທະນາ ຊັບພະຍາກອນມະນຸດຜ່ານຝຶກອົບ ຮົມໄລຍະສັ້ນໃຫ້ແກ່ນັກສຶກສາໃນ ຂະແໜງກະສິກຳ. ນອກຈາກນີ້, ຍັງໄດ້ເຊື້ອເຊີນບັນດານັກລົງທຶນ ຈາກລັດອິດສະຣາແອນ ເຂົ້າມາສຶກ ສາ ແລະ ຊອກຫາໂອກາດລົງທຶນ ໃນຂະແໜງການອື່ນໆທີ່ມີທ່າແຮງ ຂອງ ສປປ ລາວ ເຊັ່ນ: ອຸດສາຫະ ກໍາປຸງແຕ່ງກະສິກໍາ, ກະສິກໍາ, ນະ ວັດຕະກໍາ ແລະ ເຕັກໂນໂລຊີທີ່ທັນ ສະໄໝ, ພະລັງງານສະອາດ, ການ ທ່ອງທ່ຽວທໍາມະຊາດ ແລະ ອື່ນໆ. ໃນໂອກາດດຽວກັນ, ທ່ານ ຢາຣອນ ມາເຢີ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງລັດຖະ ບານ ແລະ ປະຊາຊົນລາວ ໂດຍສະ ເພາະກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ສະໜັບສະໜູນ, ຊ່ວຍເຫລືອ ແລະ ອໍານວຍຄວາມສະດວກໃນດ້ານ ຕ່າງໆໃຫ້ແກ່ການເຄື່ອນໄຫວໜ້າທີ່ ການທູດຂອງຕົນຢູ່ ສປປ ລາວ ຈົນປະສົບຜົນສໍາເລັດຢ່າງຈົບງາມ ພ້ອມທັງສະແດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ປະກອບສ່ວນໃນການ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີລະ ຫວ່າງ ສປປ ລາວ ແລະ ລັດອິດສະ ຣາແອນ ໃຫ້ນັບມື້ນັບຈະເລີນງອກ ງາມຍິ່ງໆຂຶ້ນໃນຕໍ່ໜ້າ.

KPL

ຂ່າວອື່ນໆ

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມ

      8/13/2026 9:54:19 AM

      ໃນວັນທີ 12 ສິງຫາ 2026, ທ່ີຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງສະຫາຍ ເຈ່ີນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

      8/13/2026 9:36:15 AM

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ads
ads

Top