ຂປລ
ການໜີຈາກຄວາມຮ້ອນ, ສຳຜັດກັບ ວິຖີຊີວິດ, ຊື້ເຄື່ອງ ແລະ ການສຳຜັດກັບ ວັດທະນະທຳ ເປັນຕົ້ນ, ໃນລະດູຮ້ອນປີນີ້, “ການທ່ອງທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບ ຈາກທົ່ວໂລກ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ການໜີຈາກຄວາມຮ້ອນ, ສຳຜັດກັບ ວິຖີຊີວິດ, ຊື້ເຄື່ອງ ແລະ ການສຳຜັດກັບ ວັດທະນະທຳ ເປັນຕົ້ນ, ໃນລະດູຮ້ອນປີນີ້, “ການທ່ອງທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບ ຈາກທົ່ວໂລກ. ຜົນການສຳຫລວດ ຄວາມຄິດເຫັນ ຊາວເນັດທົ່ວໂລກ ທີ່ຈັດໂດຍ CGTN ຂອງວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 92.9% ເຫັນວ່າ: “ການທ່ອງທ່ຽວຈີນ” ກາຍເປັນທີ່ສົນໃຈຂອງທົ່ວໂລກໄດ້ສະແດງໃຫ້ເຫັນວ່າ: ຄວາມສົນໃຈຂອງປະຊາຄົມໂລກທີ່ມີຕໍ່ຈີນໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ເມື່ອຕອບຄຳຖາມກ່ຽວກັບ “ທ່ານມີຄວາມສົນໃຈປະສົບການການທ່ອງທ່ຽວປະເພດໃດຢູ່ຈີນຫຼາຍທີ່ສຸດ”, ຜູ້ຕອບແບບສອບຖາມ 54.7% ຕອບວ່າສົນໃຈ ທັດສະນີຍະສະຖານ ດ້ານປະຫວັດສາດ ແລະ ວັດທະນະທຳຫລາຍທີ່ສຸດ ຄື: ກຳແພງເມືອງຈີນ ແລະ ພະລາຊະວັງບູຮານ ເປັນຕົ້ນ, ອັນດັບທີ 2-4 ຄື: ທິວທັດທຳມະຊາດ, ການສຳຜັດກັບ ວັດທະນະທຳ ທີ່ເປັນເອກະລັກພິເສດ ແລະ ວິຖີຊີວິດໃນຕົວເມືອງ ທັນສະໄໝ.
ເມື່ອຕອບຄຳຖາມກ່ຽວກັບ “ຖ້າມາທ່ຽວຈີນ, ທ່ານຢາກຊື້ສິນຄ້າປະເພດໃດຫຼາຍທີ່ສຸດ”, 48.3% ຕອບວ່າສົນໃຈຜະລິດຕະພັນວິທະຍາສາດ-ເຕັກໂນໂລຊີ ແລະ ອຸປະກອນ ອັດສະລິຍະ, 23.3% ສົນໃຈຜະລິດຕະພັນດ້ານວັດທະນະທຳທີ່ເປັນເອກະລັກພິເສດຂອງຈີນ, 18.7% ສົນໃຈອາຫານ ແລະ ຂອງກິນຫລິ້ນທີ່ເປັນເອກະລັກພິເສດ ແລະ 9.6% ສົນໃຈເຄື່ອງນຸ່ງດັ້ງເດີມ ແລະ ເຄື່ອງນຸ່ງທັນສະໄໝ ຫລື ແຟຊັ້ນຂອງ ສປ ຈີນ.
ຜົນການສຳຫລວດ ສະແດງໃຫ້ເຫັນວ່າ: 92.2% ເຫັນວ່າ: ການບໍລິການ ທີ່ອຳນວຍຄວາມສະດວກຕ່າງ ເຊັ່ນ: ການຈ່າຍເງິນ ທາງອອນລາຍ ແລະ ລົດໄຟຄວາມໄວສູງ ເປັນຕົ້ນ ໄດ້ກາຍເປັນສ່ວນປະກອບສຳຄັນ ຂອງການທ່ອງທ່ຽວຈີນ; 91.8% ເຫັນວ່າ: ສປ ຈີນ ໄດ້ປັບປຸງມາດຕະການອຳນວຍຄວາມສະ ດ້ວຍດ້ານວີຊາ ແລະ ການຜ່ານດ່ານດີຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງໄດ້ເພີ່ມຄວາມເຕັມໃຈຂອງນັກທ່ອງທ່ຽວຕ່າງປະເທດ ທີ່ຈະເດີນທາງມາທ່ຽວ ສປ ຈີນ ຢ່າງມີປະສິດທິຜົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL