ທູດລາວເຂົ້າຮ່ວມພົບປະລະຫວ່າງຄະນະຈັດຕັ້ງສູນກາງພັກ ປປ ລາວ ແລະ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ

01/08/2026 09:54
Email Print 1786
ຂປລ ໃນວັນທີ 28 ກໍລະກົດ 2026 ຜ່ານມາ, ຢູ່ນະຄອນຫລວງ ຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະ ສອງຝ່າຍລະຫວ່າງຄະນະຜູ້ແທນ ຂັ້ນສູງຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ

ຊຶ່ງນຳໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະ ຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຜູ້ແທນຂັ້ນສູງ ຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ນຳໂດຍສະຫາຍ ຫງວຽນ ຢຸຍ ຫງອກ ກຳມະການ ກົມການເມືອງ, ເລຂາທິການສູນ ກາງພັກ, ຫົວໜ້າຄະນະຈັດຕັ້ງ ສູນກາງພັກກອມມູນິດຫວຽດນາມ. ໃນການພົບປະ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ, ສະໜິດສະໜົມຂອງ ສະຫາຍ ຫງວຽນ ຢຸຍ ຫງອກ ພ້ອມ ຄະນະ, ພ້ອມທັງສະແດງຄວາມ ຂອບໃຈມາຍັງຄະນະນຳພັກ ແລະ ລັດຫວຽດນາມ ໂດຍສະເພາະແມ່ນ ຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ທີ່ໄດ້ອຳນວຍຄວາມ ສະດວກ ແລະ ໃຫ້ການຊ່ວຍເຫລືອ ແກ່ຄະນະຈັດຕັ້ງສູນກາງພັກປະຊາ ຊົນປະຕິວັດລາວໃນໄລຍະຜ່ານມາ ແລະ ແຈ້ງໃຫ້ຄະນະຈັດຕັ້ງສູນກາງ ພັກກອມມູນິດຫວຽດນາມ ຊາບ ກ່ຽວກັບສິ່ງທີ່ພົ້ນເດັ່ນຕໍ່ໝາກຜົນ ໃນການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງພັກ ແລະ ບາງທິດທາງທີ່ ສຳຄັນໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ. ສະຫາຍ ຫງວຽນ ຢຸຍ ຫງອກ ໄດ້ສະແດງຄວາມຊົມເຊີຍຕໍ່ພັກປະ ຊາຊົນປະຕິວັດລາວ ທີ່ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ດ້ວຍສຳເລັດຜົນອັນຈົບ ງາມ; ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ, ປັບປຸງກົງຈັກການນຳພາ ຂອງພັກ ແລະ ລັດ ແມ່ນເປັນພື້ນ ຖານທີ່ສຳຄັນໃຫ້ແກ່ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ໄດ້ຮັບໄຊຊະນະ. ກອງປະຊຸມພົບປະຄັ້ງນີ້, ມີ ຄວາມໝາຍສຳຄັນຍິ່ງ, ປະກອບ ສ່ວນສະແດງໃຫ້ເຫັນເຖິງຄວາມ ໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ ໂດຍສະເພາະ ແມ່ນລະຫວ່າງສອງຄະນະຈັດຕັ້ງ ສູນກາງຂອງສອງພັກ. ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ ພາບ: TTXVN.

KPL

ຂ່າວອື່ນໆ

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ ຈາກສະພາປະຊາຊົນສູງສຸດ ແຫ່ງ ສປປ ເກົາຫລີ

      8/13/2026 10:08:27 AM

      ໃນວັນທີ 11 ສິງຫາ 2026 ນີ້, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ໃຫ້ແກ່ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສ້ົາສະຫລົດໃຈຈາກຄະນະປະຈຳສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຕ່ໍການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ.

    • ໂທລະເລກສະແດງຄູວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄູວາມເສົ້າສະຫລົດໃຈ

      8/13/2026 10:01:30 AM

      ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມເສົ້າສະຫລົດໃຈຈາກສະຫາຍ ເລ ມິນ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຕ່ໍການມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມການເມືອງ

      ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຜູ້ປະຈຳການສູນກາງພັກກອມມູນິດຫວຽດນາມ

      8/13/2026 9:54:19 AM

      ໃນວັນທີ 12 ສິງຫາ 2026, ທ່ີຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງສະຫາຍ ເຈ່ີນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດການເມືອງ

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

      8/13/2026 9:36:15 AM

      ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງຂອງວັນທີ 8 ສິງຫາ 2026 ດ້ວຍ ພະຍາດເສ້ັນເລືອດອັກເສບທ່ີຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ads
ads

Top