ການປະດິດສ້າງ ດ້ານວິທະຍາສາດ ເຕັກໂນໂລຊີ ນຳພາ ຄວາມທັນສະໄໝແບບຈີນ

06/08/2026 16:26
ຂປລ ການ​ບັນ​ລຸການ​ເພິ່ງ​ຕົນ​ເອງ, ​ສ້າງ​ຄວາມ​ເຂັ້ມ​ແຂງ​ ດ້ວຍ​ຕົນ​ເອງ​ ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ​ໃນ​ລະ​ດັບ​ສູງ ແລະ ການ​ສ້າງໃຫ້​ເປັນ​ປະ​ເທດ ​ເຂັ້ມ​ແຂງ ​ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ເມື່ອ​ຮອດ​ປີ 2035 ແມ່ນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ ທີ່​ໄດ້​ກຳ​ນົດ​ໂດຍ ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XX ຂອງ​ພັກ​ກອມ​ມູ​ນິດ​ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ການ​ບັນ​ລຸການ​ເພິ່ງ​ຕົນ​ເອງ, ​ສ້າງ​ຄວາມ​ເຂັ້ມ​ແຂງ​ ດ້ວຍ​ຕົນ​ເອງ​ ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ​ໃນ​ລະ​ດັບ​ສູງ ແລະ ການ​ສ້າງໃຫ້​ເປັນ​ປະ​ເທດ ​ເຂັ້ມ​ແຂງ ​ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ເມື່ອ​ຮອດ​ປີ 2035 ແມ່ນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ ທີ່​ໄດ້​ກຳ​ນົດ​ໂດຍ ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XX ຂອງ​ພັກ​ກອມ​ມູ​ນິດ​ຈີນ. ນັບ​ແຕ່​ຕົ້ນ​ປີ​ນີ້​, ໂດຍ​ສຸມ​ໃສ່​ການ​ເລີ່ມ​ຕົ້ນ​ ຂອງ​ແຜນ​​ພັດ​ທະ​ນາ​ ເສດ​ຖະ​ກິດ​ ສັງ​ຄົມແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15, ທ່ານ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ໄດ້​ມີ​ການ​ຈັດ​ວາງ​ທີ່​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ ການ​ປະ​ດິດ​ສ້າງ ​ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ເພື່ອ​ເລັ່ງ​ຊຸກ​ຍູ້​ ການ​​ເພິ່ງ​ຕົນ​ເອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ ດ້ານ​ວິ​ທະ​ຍາ​ສາດ ​ເຕັ​ກ​ໂນ​ໂລ​ຊີ​ ໃນ​ລະ​ດັບ​ສູງ.

ໃນ​ປີ​ທຳ​ອິດ ​ທີ່​ເລີ່ມ​ການ​ປະ​ຕິ​ບັດ ​ແຜນ​ການ 5 ປີ​ຄັ້ງ​ທີ 15, ຈາກ​ການຮ່ຳ​ຮຽນ ລວມ​ໝູ່ ​ຂອງ​ກົມ​ການ​ເມືອງ​ ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ, ຮອດ​ການເຄື່ອນ​ໄຫວ​ ຢ້ຽມ​ຢາມ ​ເຂດນິຄົມ ອຸດສາຫະ ກຳ ການປະຍຸກໃຊ້ ແລະ ປະດິດສ້າງເຕັກໂນໂລຊີ ຂໍ້ມູນຂ່າວສານ ແຫ່ງຊາດຈີນ, ຈົນ​ເຖິງ​ການ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ ກ່ຽວ​ກັບ​ ການ​ເພີ່ມ​ທະ​ວີ ການ​ຄົ້ນ​ຄວ້ນ​ຂັ້ນ​ພື້ນ​ຖານ, ທ່ານ ສີ ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​ ຄວາມ​ສຳ​ຄັນ ​ຂອງ​ການ​ປະ​ດິດ​ສ້າງ​​ ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ຫລາຍ​ຄັ້ງ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ ຖາ​ນະ​ສຳ​ຄັນ ໃນ​ສະ​ພາບ​ລວມ​ ແຫ່ງ​ການ​ສ້າງ​ສາ​ ຄວາມ​ທັນ​ສະ​ໄໝ​ຂອງ​ ສປ ຈີນ.

ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ​ປັນ​ຍາ​ປະ​ດິດ​ໂລກ 2026 ທີ່​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ໄດ້​ຊີ້​ແຈງ​ຈຸດ​ຢືນ​ຂອງ​ ສປ ຈີນ​ ຢ່າງ​ເປັນ​ລະ​ບົບ​ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ການ​​ຄຸ້ມ​ຄອງ ​ປັນ​ຍາ​ປະ​ດິດ​ໂລກ ເຊິ່ງ​ເປັນ​ການ​ຊີ້​ທິດ​ເຍືອງ​ທາງ​ ໃຫ້​ແກ່​ ການ​ຊຸກ​ຍູ້​ປັນ​ຍາ​ປະ​ດິດ ​ພັດ​ທະ​ນາ​ ກ້າວ​ໄປ​ສູ່​ສິ່ງ​ທີ່​ດີ​ງາມ ​ແລະ​ ກ້າວ​ໜ້າ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຫລາຍກວ່າ​ເກົ່າ. ນອກ​ຈາກ​ນີ້, ທ່ານ ສີ​ ຈິ້ນ​ຜິງ ຍັງ​ປະ​ກາດ​ວ່າ: ເພື່ອ​ສະ​ໜັບ​ ສະ​ໜູນ ​ການ​ພັດ​ທະ​ນາ​ປັນ​ຍາ​ປະ​ດິດ​ໂລກ ແລະ ຊຸກ​ຍູ້​ການ​ເສີມ​ສ້າງ​ ຄວາມ​ສາ​ມາດ ​ດ້ານ​ປັນ​ຍາ​ປະ​ດິດ​ໂລກ ​ຕື່ມ​ອີກ, ໃນ 5 ປີ​ຕໍ່​ໜ້າ,ສປ ຈີນ ​ຈະ​ສະ​ໜອງໂອກາດ ການຝຶກ​ອົບ​ຮົມ ​ດ້ານ​ປັນ​ຍາ​ປະ​ດິດ ຈຳ​ນວນ 5,000 ຄົນ ​ໃຫ້​ແກ່​ ປະ​ເທດ​ ພວມ​ພັດ​ທະ​ນາ; ສ້າງສູນຮ່ວມມື ການປະຍຸກໃຊ້ ປັນຍາປະດິດສາກົນ ທີ່ຫັນໜ້າສູ່ອາຊຽນ, ສັນນິບາດ ອາ ຣັບ, ສະຫະພາບ ອາຟຣິກາ, ປະຊາຄົມປະເທດ ອາເມຣິກາລາຕິນ-ກາຣາອິບ, ອົງການຮ່ວມມືຊຽງໄຮ້ ແລະ ບຣິກສ, ເຊິ່ງ​ໄດ້​ສະ​ແດງ ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ ສປ ​ຈີນ​ ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top