ປະກອບຄຳເຫັນໃສ່ປື້ມຄູ່ມືມີການຕິດຕາມກວດກາການໂຕ້ຖຽງຄະດີອາຍາໃນທີ່ປະຊຸມສານ

01/08/2026 10:18
Email Print 1625
ຂປລ ອົງການໄອຍະການ ປະຊາຊົນສູງສຸດ ຈັດກອງປະຊຸມ ປະກອບຄຳເຫັນໃສ່ປື້ມຄູ່ມື “ການ ຕິດຕາມກວດກາການໂຕ້ຖຽງຄະດີ ອາຍາໃນທີ່ປະຊຸມສານ” ໃນວັນທີ 28 ກໍລະກົດ 2026 ພາຍໃຕ້ການ ເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ມີ ບັນດາຜູ້ຊົງຄຸນວຸດທິດ້ານກົດໝາຍ, ຫົວໜ້າກົມ, ຮອງຫົວໜ້າກົມປະທານປະເທດ, ສຳນັກງານນາ ຍົກລັດຖະມົນຕີ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ກະຊວງ ຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງ ນີ້, ມີຄວາມສຳຄັນຕໍ່ການກໍ່ສ້າງ ແລະ ຍົກລະດັບຄວາມຮູ້, ຄວາມ ຊຳນານ ແລະ ທັກສະວິຊາສະເພາະ ຂອງພະນັກງານໄອຍະການໃນ ການຕິດຕາມກວດກາ ແລະ ການ ໂຕ້ຖຽງຄະດີອາຍາໃນທີ່ປະຊຸມ ສານໃຫ້ຖືກຕ້ອງຕາມຂັ້ນຕອນຂອງ ກົດໝາຍ, ມີປະສິດທິພາບ ແລະ ເປັນເອກະພາບໃນການນຳໄປປະຕິບັດ ຕົວຈິງ. ໃນກອງປະຊຸມ, ຄະນະ ຮັບຜິດຊອບໄດ້ນຳສະເໜີເນື້ອໃນ ຮ່າງປື້ມຄູ່ມື ເພື່ອໃຫ້ຜູ້ເຂົ້າຮ່ວມ ພ້ອມກັນພິຈາລະນາ, ຄົ້ນຄວ້າ, ສົນ ທະນາ ແລະ ປະກອບຄຳຄິດຄຳ ເຫັນຢ່າງກວ້າງຂວາງ. ພ້ອມກັນ ນັ້ນ, ຍັງໄດ້ນຳເອົາບັນຫາຕົວຈິງ ຈາກການປະຕິບັດວຽກງານມາ ແລກປ່ຽນ ເພື່ອຖອດຖອນບົດຮຽນ ແລະ ປັບປຸງເນື້ອໃນປື້ມຄູ່ມືໃຫ້ຄົບ ຖ້ວນ, ຖືກຕ້ອງ ແລະ ສາມາດນຳ ໄປນຳໃຊ້ໄດ້ຢ່າງມີປະສິດທິຜົນ. ນອກຈາກນັ້ນ, ຍັງໄດ້ຈັດການສາ ທິດກໍລະນີສຶກສາ ໂດຍຜ່ານສານ ຈຳລອງຄະດີອາຍາ ເພື່ອເປີດໂອ ກາດໃຫ້ຜູ້ເຂົ້າຮ່ວມໄດ້ນຳຄວາມຮູ້ ດ້ານທິດສະດີມາປະຍຸກໃຊ້ໃນສະ ຖານະການຈຳລອງ, ພ້ອມທັງແລກ ປ່ຽນປະສົບການ ແລະ ເຕັກນິກວິຊາ ສະເພາະຮ່ວມກັນເຮັດໃຫ້ບັນຍາ ກາດການປະຊຸມເປັນໄປຢ່າງຄຶກຄື້ນ ແລະ ສ້າງສັນ. ຜົນສຳເລັດຂອງກອງປະຊຸມ ໃນຄັ້ງນີ້, ຈະເປັນພື້ນຖານສຳຄັນ ໃນການປັບປຸງປື້ມຄູ່ມືໃຫ້ມີຄຸນນະ ພາບ, ສາມາດນຳໄປໃຊ້ເປັນເອກະ ສານອ້າງອີງ ແລະ ຫລັກສູດຝຶກ ອົບຮົມລວມທັງເຜີຍແຜ່ໃຫ້ພະນັກ ງານໄອຍະການໄດ້ສຶກສາ ແລະ ນຳ ໄປປະຍຸກໃຊ້ໃນການປະຕິບັດໜ້າ ທີ່ວິຊາສະເພາະ ເພື່ອຍົກສູງຄຸນນະ ພາບວຽກງານຂອງອົງການໄອຍະ ການປະຊາຊົນໃນຕໍ່ໜ້າ. ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທວັດທະນະທຳ-ສັງຄົມ

      ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

      8/12/2026 10:54:54 AM

      ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ads
ads

Top