ລົດໄຟຟ້າຈີນ ທີ່ຈຳໜ່າຍຢູ່ ສ ເກົາຫລີ ກວມເອົາຫລາຍກວ່າ 1/3 ເປັນເທື່ອທຳອິດ

06/08/2026 16:25
ຂປລ ໃນ 6 ເດືອນຕົ້ນປີນີ້,ໃນຈຳນວນລົດໄຟຟ້າ ທີ່ຈຳໜ່າຍຢູ່ ສ ເກົາຫລີ, ມີລົດທີ່ ສປ ຈີນ ເປັນຜູ້ຜະລິດ ກວມເອົາ ຫລາຍ ກວ່າ 1/3 ເປັນເທື່ອທຳອິດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ວັນທີ 4 ສິງຫານີ້,ສ ເກົາຫລີ ແຈ້ງຂ່າວວ່າ: ໃນ 6 ເດືອນຕົ້ນປີນີ້,ໃນຈຳນວນລົດໄຟຟ້າ ທີ່ຈຳໜ່າຍຢູ່ ສ ເກົາຫລີ, ມີລົດທີ່ ສປ ຈີນ ເປັນຜູ້ຜະລິດ ກວມເອົາ ຫລາຍ ກວ່າ 1/3 ເປັນເທື່ອທຳອິດ.ສະມາຄົມ ອຸດສາຫະກຳລົດຍົນ ແລະ ການຄົມມະນາຄົມ ສ ເກົາຫລີ ໄດ້ປະກາດ ບົດລາຍງານ ໃນວັນທີ 4 ສິງຫານີ້ວ່າ:ລະຫວ່າງ ເດືອນມັງກອນ ຫາ ເດືອນມິຖຸນາ ປີນີ້, ລົດໄຟຟ້າ ທີ່ ສປ ຈີນ ເປັນຜູ້ຜະລິດ ໄດ້ຂຶ້ນທະບຽນໃໝ່ຢູ່ ສ ເກົາຫລີເກືອບ 70,000 ຄັນ, ເພີ່ມຂຶ້ນ 178.7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ແລະ ກວມເອົາເຖິງ 35% ຂອງລົດໄຟຟ້າ ທີ່ ຂຶ້ນທະບຽນໃໝ່ ທັງໝົດ. ສະມາຄົມ ອຸດສາຫະກຳລົດຍົນ ແລະ ການຄົມມະນາຄົມ ສ ເກົາຫລີ ລະບຸຕື່ມວ່າ: ລົດໄຟຟ້າ ທີ່ ສປ ຈີນ ຜະລິດໄດ້ຫລັ່ງໄຫລ ເຂົ້າສູ່ຕະຫລາດ ສ ເກົາຫລີ ຢ່າງຂະໜາດໃຫຍ່ ມີ ຜົນດີຕໍ່ການສົ່ງເສີມ ການໃຊ້ລົດໄຟຟ້າ ຢ່າງຫລວງຫລາຍ ແລະ ເພີ່ມທາງເລືອກ ໃຫ້ແກ່ ຜູ້ບໍລິໂພກ, ແຕ່ໃນຂະນະດຽວກັນ ກໍ່ອາດຈະເພີ່ມຄວາມດັນ ຂອງວິສາຫະກິດລົດຍົນ ໃນທ້ອງຖິ່ນ ແລະ ເຮັດໃຫ້ ການແຂ່ງຂັນ ດ້ານຕ່ອງໂສ້ ອຸດສາຫະກຳ ດຸເດືອດກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top