ຂປລ
ກອງປະຊຸມເຜີຍແຜ່ປຶ້ມຄູ່ມືວຽກງານຂົງເຂດເສດຖະກິດ ແລະ ການເງິນຈັດຂຶ້ນໃນວັນທີ 3-5 ສິງຫາ 2026 ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.
ຂປລ. ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊ່ິງ ຕ່ໍເນ້ືອໃນປຶ້ມຄູ່ມືຂົງເຂດເສດຖະກິດ-ການເງິນ ໂດຍສະເພາະແມ່ນຄວາມ ຮູ້ພື້ນຖານກ່ຽວກັບເສດຖະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ການຄຸ້ມຄອງການລົງທຶນ ແລະ ການຕິດຕາມກວດກາວຽກງານດັ່ງກ່າວ. ກອງປະຊຸມຈັດຂຶ້ນໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ກຳມະການຄະນະປະສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ ແລະ ການເງິນ (ກສງ), ມີທ່ານ ພູລຳພອນ ສີຫາວົງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ) ທີ່ເປັນກໍາມະການຂອງ ກສງ ທີ່ມາຈາກ 6 ແຂວງຄື: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ກອງປະຊຸມຄ້ັງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການປະຕິບັດພາລະບົດບາດທ່ີສຳຄັນຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງໃນຖານະເປັນອົງການນິຕິບັນຍັດ, ເປັນອົງການພິຈາລະນາບັນຫາສໍາຄັນຂອງຊາດ ແລະ ເປັນອົງການ ຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການບໍລິຫານ ໂດຍສະເພາະແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຊຶ່ງຖືເປັນວຽກໜຶ່ງທີ່ສຳຄັນ ແລະ ເປັນເສັ້ນເລືອດໃຫຍ່, ທັງເປັນປັດໄຈຕັດສິນຊີ້ຂາດຕໍ່ການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ ແລະ ສ້າງຄວາມເຂັ້ມແຂງ, ຍົກລະດັບຄວາມຮູ້, ພັດທະນາທັກສະການວິເຄາະ-ວິໄຈ ເພ່ືອຕິດຕາມມະຕິ ແລະ ສາມາດຕັ້ງຄຳຖາມຕໍ່ອົງການບໍລິຫານ ແລະ ການສ້າງຄວາມເປັນມືອາຊີບໃຫ້ແກ່ ສສຊ ແລະ ສສຂ.
ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນສໍາເລັດການສ້າງປຶ້ມຄູ່ມືກໍາມາທິການເສດຖະກິດ ແລະ ການເງິນປະກອບມີ 7 ຫົວ ຄື: ປຶ້ມຄູ່ມືການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ປຶ້ມຄູ່ມືຕົວຊີ້ວັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ປຶ້ມຄູ່ມືການຕິດຕາມກວດກາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ປຶ້ມຄວາມຮູ້ພື້ນຖານການເງິນ ແລະ ງົບປະມານ ເພື່ອການພິຈາລະນາຮັບຮອງແຜນງົບປະມານແຫ່ງລັດ; ປຶ້ມຄວາມຮູ້ພື້ນຖານເງິນຕາ ແລະ ທະນາຄານ ເພື່ອການພິຈາລະນາ ຮັບຮອງແຜນເງິນຕາ; ປຶ້ມຄວາມຮູ້ພື້ນຖານເສດຖະສາດ, ການວາງ ແຜນ ແລະ ການລົງທຶນ ເພື່ອການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ຄວາມຮູ້ພື້ນຖານສະຖິຕ ແລະ ວິທີວິໄຈປະລິມານ ເພື່ອການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນ ເງິນຕາ. ນອກຈາກນັ້ນ, ຍັງໄດ້ມີການມອບ-ຮັບບັນດາປຶ້ມຄູ່ມືຕ່າງໆ ໃຫ້ສະພາປະຊາຊົນແຂວງ 6 ແຂວງ ຕື່ມອີກ.
KPL