ຂປລ
ໂຄງການຄຸ້ມຄອງຍານ າຫະນະ ແລະ ການຂົນສົ່ງແບບຄົບວົງຈອນເປັນການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ມີຈຸດປະສົງເພື່ອຍົກລະດັບລະບົບຄຸ້ມຄອງຂ້ໍມູນການຂ້ຶນທະບຽນຍານພາຫະນະ ແລະ ການຂົນສ່ົງ ໃຫ້ທັນສະໄໝສາມາດນຳໃຊ້ຂໍ້ມູນ ຂອງຍານພາຫະນະເຂົ້າໃນວຽກງານຄຸ້ມຄອງການຈະລາຈອນທາງບົກ ເປັນຕົ້ນບັນຫາອຸບັດເຫດທາງຫລວງ, ການປັບໃໝຜູ້ລະເມີດລະບຽບການຈະລາຈອນທາງບົກ, ການເມີນເສີຍການເສຍຄ່າທາງປະຈຳປີ, ການບັນທຸກເກີນກຳນົດ ແລະ ການບໍລິການຕ່າງໆ.
ຂປລ. ນອກຈາກນີ້, ລະບົບທີ່ພັດທະນາໃນໂຄງການນີ້ຍັງເປັນເຄື່ອງມືໃນການເກັບກຳ, ວິເຄາະ ແລະ ສະຫລຸບຂ້ໍມູນ ເພ່ືອສະໜັບສະໜູນການຈັດເກັບຄ່າທຳນຽມ, ພາສີ-ອາກອນ ແລະ ລາຍຮັບພາກລັດທ່ີກ່ຽວຂ້ອງກັບການນຳໃຊ້ທາງ ແລະ ຍານພາຫະນະ, ສະໜອງຂ້ໍມູນອ້າງອີງໃຫ້ກະຊວງການເງິນ ເພ່ືອນຳໄປໃຊ້ປະກອບກັບລະບົບ TaxRis ແລະ FinLink ໃນການກວດສອບ ແລະ ເພີ່ມປະສິດທິພາບການຈັດເກັບລາຍຮັບ, ການເຊື່ອມຕໍ່ກັບລະບົບປະກັນໄພຍານພາຫະນະ, ການຂຶ້ນທະບຽນສຳມະໂນຄົວ, ເບີຕິດຕ່ຂອງເຈົ້າຂອງຍານພາຫະນະ, ການອອກປຶ້ມອະນຸຍາດລົດຂົນສົ່ງລະຫວ່າງປະເທດ ແລະ ລະບົບອື່ນໆທີ່ກ່ຽວຂ້ອງ.
ໃນວັນທີ 3 ສິງຫາ 2026 ຢ່ນະຄອນຫລວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຄະນະຄຸ້ມຄອງສະເພາະ ເພື່ອຕິດຕາມປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ ໂດຍເປັນປະທານຂອງທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ທັງເປັນຫົວໜ້າຄະນະຄຸ້ມຄອງສະເພາະໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງຄົບວົງຈອນ, ມີບັນດາຮອງລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ຄະນະປະສານງານໂຄງການເຂົ້າຮ່ວມ.
ໂອກາດນີ້ ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງໄດ້ຍົົກໃຫ້ເຫັນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສ່ົງແບບຄົບວົງຈອນນັບແຕ່ການລົງນາມສັນຍາສໍາປະທານການລົງທຶນຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ໃນປີ 2025, ພ້ອມທັງສະຫລຸບກ່ຽວກັບປະຫວັດຄວາມເປັນມາຂອງໂຄງການນັບແຕ່ຂັ້ນ ຕອນສຶກສາຄວາມເປັນໄປໄດ້ການປະມູນ, ການຮັບຮອງຈາກສະພາແຫ່ງຊາດ ຈົນຮອດການຈັດຕັ້ງຄະນະບໍລິຫານ ແລະ ການດໍາເນີນວຽກງານຂອງໂຄງການຊຶ່ງໂຄງ ການດັ່ງກ່າວເປັນການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃນລັກສະນະທີ່ເອກະຊົນອອກແບບກໍ່ສ້າງ, ສະໜອງທຶນ ແລະ ດຳເນີນການ (DBFO) ແລະ ບຳລຸງຮັກສາຕະຫລອດໄລຍະສຳປະທານ 20 ປີ ໂດຍທຸກໆ 5 ປີໃດ ຈະປະເມີນຄືນການຈັດຕັ້ງປະຕິບັດ ສັນຍາເທື່ອໜຶ່ງ.
ກອງປະຊຸມຄັ້ງນ້ີ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານ ແລະ ກະຊວງ ຍທຂ ໃນການຜັກດັນໂຄງການສໍາຄັນດ້ານດີຈິຕອນ ເພື່ອຍົກລະດັບການຄຸ້ມຄອງຍານພາຫະນະ ແລະ ການຂົນສ່ົງ ຂອງປະເທດໃຫ້ມີຄວາມທັນສະໄໝ ໂປ່ງໃສ ມີປະສິດທິພາບ ແລະ ຮອງຮັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຍາວ.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL