ຂປລ
ຕາມການສະເໜີ ຂອງຄະນະກຳມະການຮ່ວມ ວ່າດ້ວຍນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ, ປັກກິ່ງ ໄດ້ຮັບ ການຄັດເລືອກເປັນ "ນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ" ຂອງອົງການ UNESCO ແລະ ສະມາຄົມ ສະຖາ ປະນິກສາກົນ ປະຈຳປີ 2029.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະ ປະຊາຊາດ ຫລື UNESCO ທີ່ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫລວງປາຣີ ປະເທດຝຣັ່ງ ໄດ້ປະກາດ ໃນວັນທີ 5 ສິງຫານີ້ວ່າ: ຕາມການສະເໜີ ຂອງຄະນະກຳມະການຮ່ວມ ວ່າດ້ວຍນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ, ປັກກິ່ງ ໄດ້ຮັບການຄັດເລືອກເປັນ "ນະຄອນຫລວງ ແຫ່ງ ສະຖາປັດຕະຍະກຳໂລກ" ຂອງອົງການ UNESCO ແລະ ສະມາຄົມສະຖາປະນິກສາກົນ ປະຈຳປີ 2029. ໃນບົດຂ່າວ ທີ່ອົງການ UNESCO ປະກາດ ຢູ່ເວັບໄຊທາງການຂອງຕົນ ໄດ້ລະບຸວ່າ: ຫລຽວເບິ່ງໄປຂ້າງໜ້າ ເຖິງນະຄອນຫລວງປັກກິ່ງໃນປີ 2029, ມໍລະດົກ ທາງສະຖາປັດຕະຍາກຳ ທີ່ໂດດເດັ່ນ, ຂະບວນການຫັນປ່ຽນ ເປັນຕົວເມືອງແບບທັນສະໄໝ ຢ່າງຟົດຟື້ນ ແລະ ວິໄສທັດ ການ ພັດທະນາ ທີ່ມຸ່ງໜ້າສູ່ ອະນາ ຄົດ, ແນ່ນອນວ່າ ຈະເປັນການຊຸກຍູ້ ໃຫ້ມີການເຈລະຈາສາກົນ ຮອບໃໝ່ ເພື່ອລົງເລິກຄົ້ນຫາ ບົດບາດອັນສຳຄັນຂອງສະຖາປັດຕະຍະກຳ ໃນການຍົກສູງ ລະດັບ ຄຸນ ນະພາບຊີວິດ ຂອງປະຊາຊົນ ແລະ ການປົກປັກຮັກສາ ມໍລະດົກຮ່ວມຂອງມວນມະນຸດໄວ້ ໃຫ້ຄົນຮຸ່ນຫລັງ. ກ່ອນໜ້ານີ້, ນະຄອນ ຣີໂອ ເດ ຈາເນໂຣ, ໂຄເປເຮເກັນ ແລະບາເຊໂລນາ ເຄີຍໄດ້ຮັບການຂະໜານນາມວ່າ ເປັນ "ນະຄອນຫລວງ ແຫ່ງສະຖາປັດຕະຍະກຳໂລກ"./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL