ແຫລ່ງທ່ອງທ່ຽວ ນະຄອນວັດ ຢູ່ກຳປູເຈຍ ມີລາຍໄດ້ຫລຸດລົງ 29%

05/08/2026 21:35
Email Print 121
ຂປລ ອຸທະຍານບູຮານ ຄະດີ ອັງກໍ ຫລື ໝູ່ປາສາດ ນະຄອນວັດ ຂອງກຳປູເຈຍ ມີລາຍໄດ້ຈາກ ຍອດຈຳໜ່າຍບັດ ເຂົ້າຊົມ ໃນໄລຍະເດືອນ ມັງກອນ-ເດືອນກໍລະກົດ ຂອງ ປີ 2026 ລວມມີມູນຄ່າ 20,3 ລ້ານໂດລາ ສະຫະລັດ, ຫລຸດລົງ 29% ເມື່ອທຽບໃສ່ປີຕໍ່ປີ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ອຸທະຍານບູຮານ ຄະດີ ອັງກໍ ຫລື ໝູ່ປາສາດ ນະຄອນວັດ ຂອງກຳປູເຈຍ ມີລາຍໄດ້ຈາກ ຍອດຈຳໜ່າຍບັດ ເຂົ້າຊົມ ໃນໄລຍະເດືອນ ມັງກອນ-ເດືອນກໍລະກົດ ຂອງ ປີ 2026 ລວມມີມູນຄ່າ 20,3 ລ້ານໂດລາ ສະຫະລັດ, ຫລຸດລົງ 29% ເມື່ອທຽບໃສ່ປີຕໍ່ປີ.

ອັງກໍ ເອັນເຕີໄພຣສ໌ (Angkor Enterprise) ຂອງ ກຳປູເຈຍ ລາຍງານວ່າ: ອຸທະຍານ ດັ່ງກ່າວ ເປັນແຫລ່ງມໍລະດົກໂລກ ຂອງ ອົງການຢູເນສໂກ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ໃນໄລຍະ 7 ເດືອນທຳອິດ ຂອງ ປີນີ້ ລວມມີ 428.223 ຄົນ, ຫລຸດລົງ 30,7% ເມື່ອທຽບໃສ່ປີຕໍ່ປີ. ໂດຍສະເພາະ ເດືອນກໍລະກົດ, ຈຳນວນ ນັກທ່ອງທ່ຽວ ຕ່າງປະເທດ ມາຢ້ຽມຢາມ ອຸທະຍານນີ້  40.451 ຄົນ, ຫລຸດລົງ 21% ເມື່ອທຽບໃສ່ປີຕໍ່ປີ ສ່ວນລາຍໄດ້ຈາກ ຍອດຈຳໜ່າຍບັດ ເຂົ້າຊົມແມ່ນ 1,85 ລ້ານໂດລາ ສະຫະລັດ , ຫລຸດລົງ 20%./

KPL

ຂ່າວອື່ນໆ

ads
ads

Top