ຂປລ
ໃນວັນທີ 4 ສິງຫາ 2026, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າພົບປະຂອງສະຫາຍ ດວນ ມິງຮວນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈ່ີມິງ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຂປລ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຫວຽດນາມ, ເຊື່ອໝັ້ນວ່າ ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນໃນຄັ້ງນີ້, ຈະປະສົບຜົນສໍາເລັດຢ່າງຈົບງາມທັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍ່ິງໆຂ້ຶນ. ການຢ້ຽມຢາມຄັ້ງນີ້, ດໍາເນີນໄປໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ກໍາລັງຕ້ັງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ. ພິເສດແມ່ນຢູ່ໃນໄລຍະທີ່ ສປປ ລາວ ກໍາລັງຈັດຕັ້ງການເຊື່ອມຊຶມມູນເຊື້ອ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ- ຫວຽດນາມ ຄົບຮອບ 64 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ. ພ້ອມນີ້, ທັງສອງຝ່າຍຍັງໄດ້ກຽມຄວາມພ້ອມໃນການປະສານສົມທົບກັນ ເພ່ືອຫ້າງຫາກະກຽມຈັດຕັ້ງສະເຫລີມສະຫລອງສອງວັນປະຫວັດສາດໃນປີຕໍ່ໄປຢ່າງມີຄວາມໝາຍຕື່ມອີກ.
ນອກຈາກນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ຍັງໄດ້ແຈ້ງໃຫ້ຝ່າຍຫວຽດນາມ ຊາບກ່ຽວກັບຜົນສໍາເລັດອັນສໍາຄັນຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາເປັນຕົ້ນການສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026, ການສໍາເລັດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 12, ວຽກງານກວດກາພັກ ຄັ້ງທີ 6, ວຽກງານ ສ່ືມວນຊົນ ຄ້ັງທີ I ແລະ ກອງປະຊຸມອົງຄະນະພັກໃນຂົງເຂດການເມືອງຈໍານວນໜ່ຶງ. ສ່ວນການຮ່ວມມືລະຫວ່າງສອງສະພາທິດສະດີສູນກາງພັກ, ທັງສອງຝ່າຍໄດ້ຈັດຕັ້ງປະຕິບັດຕາມບົດບັນທຶກການຮ່ວມມືຢ່າງມີຜົນສໍາເລັດຫລາຍດ້ານ, ການຜັດປ່ຽນກັນເປັນເຈົ້າພາບກອງປະຊຸມ ແລະ ການແລກປ່ຽນບົດຮຽນດ້ານທິດສະດີ-ພຶດຕິກໍາໄດ້ກາຍເປັນພື້ນຖານອັນສໍາຄັນໃນການປັບປຸງບູລະນະແນວທາງນະໂຍບາຍຂອງສອງພັກ, ສຳລັບກອງປະຊຸມສໍາມະນາທິດສະດີສອງພັກ ຄັ້ງທີ XIII ທີ່ຝ່າຍລາວຈະເປັນເຈົ້າພາບຫົວຂໍ້ຫລັກ “ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ໃຫ້ເຂົ້າສູ່ລວງເລິກ ບົດຮຽນລາວ, ຫວຽດນາມ” ຄາດວ່າຈະຈັດຂຶ້ນຢູ່ແຂວງອຸດົມໄຊ ໃນໄຕມາດທີ 4 ຂອງປີ 2026.
ຂ່າວ: ແສງຈັນ
KPL