ປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດ

31/07/2026 09:43
Email Print 110
ຂປລ ສະພາທິດສະດີສູນກາງພັກ ຈັດກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບຄະນະຮັບຜິດຊອບຮ່າງມະຕິ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 29 ກໍລະກົດ.

       ຂປລ.  ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານສະພາທິດສະດີສູນກາງພັກ, ມີຄະນະປະຈໍາ ແລະ ສະມາຊິກຂອງສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຮ່າງມະຕິ ຂອງກະຊວ ສຶກສາທິການ ແລະ ກິລາ, ພ້ອມດ້ວຍພະນັກງານຂອງຫ້ອງການສະພາທິດສະດີສູນກາງພັກເຂົ້າຮ່ວມ ເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການພັດທະນາປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດ, ຊັບພະຍາກອນມະນຸດທ່ີມີຄຸນນະພາບຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່.

      ການຈັດກອງປະຊຸມຄັ້ງນີ້, ມີຄວາມໝາຍສຳຄັນຕໍ່ການກຳນົດ ແນວທາງຍຸດທະສາດດ້ານການພັດທະນາຊັບພະຍາກອນມະນຸດ ເພາະວ່າຊັບພະຍາກອນມະນຸດ ເປັນປັດໄຈພ້ືນຖານ ແລະ ເປັນກຳລັງຂັບເຄື່ອນທີ່ສຳຄັນທີ່ສຸດໃນ ການພັດທະນາປະເທດ. ທ່າມກາງ ການປ່ຽນແປງຢ່າງໄວວາຂອງວິທະຍາສາດ ແລະ ເຕັກໂນໂລຊີ, ການຫັນເປັນດີຈິຕອນ, ເສດຖະກິດ ຖານຄວາມຮູ້, ການແຂ່ງຂັນດ້ານກຳລັງຄົນ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນ, ການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ຈຶ່ງເປັນພາລະກິດຍຸດທະສາດທ່ີຕ້ອງໄດ້ຮັບການເອົາໃຈໃສ່ເປັນພິເສດ.

      ຕາງໜ້າຄະນະຮັບຜິດຊອບຮ່າງມະຕິໄດ້ນຳສະເໜີລາຍງານ ກ່ຽວກັບຂະບວນການຄົ້ນຄວ້າ, ຮຽບຮຽງ ແລະ ສ້າງຮ່າງມະຕິ, ພ້ອມທັງໄດ້ວິເຄາະສະພາບຕົວຈິງຂອງການພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ. ໃນການລາຍງານໄດ້ຊີ້ໃຫ້ເຫັນຜົນ ສຳເລັດທີ່ໄດ້ຮັບ ແລະ ຂໍ້ຈຳກັດບາງຢ່າງເຊັ່ນ: ຄຸນນະພາບຂອງກຳລັງຄົນຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ, ທັກສະດ້ານດີຈິຕອນ, ພາສາຕ່າງປະເທດ, ການຄົ້ນຄິດສ້າງສັນ ແລະ ນະວັດຕະກຳຍັງບ່ທັນຕອບສະໜອງຕໍ່ຄວາມຕ້ອງການຂອງການພັດທະນາໃນໄລຍະໃໝ່.

      ກອງປະຊຸມໄດ້ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບ, ສ້າງສັນ ແລະ ອີງໃສ່ພ້ືນຖານວິຊາການພ້ອມທັງປະສົບການຈາກການຈັດຕັ້ງປະຕິບັດຕົວຈິງ ຊຶ່ງຫລາຍຄຳເຫັນໄດ້ສະເໜີໃຫ້ຮ່າງມະຕິກຳນົດເປົ້າໝາຍ ແລະ ຕົວຊີ້ວັດທີ່ຊັດເຈນ, ສາມາດວັດແທກໄດ້ ແລະ ເຊື່ອມໂຍງກັບແຜນພັດທະນາເສດຖະກິດ- ສັງຄົມຂອງປະເທດ. ນອກຈາກນັ້ນ, ຄວນໃຫ້ຄວາມສຳຄັນຕໍ່ການປະຕິຮູບການສຶກສາ, ການຍົກລະດັບຄຸນນະພາບຄູ-ອາຈານ, ການພັດທະນາການຮຽນຮູ້ຕະຫລອດຊີວິດ, ການສ້າງກຳລັງຄົນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພ້ອມທັງສ້າງກົນໄກຈູງໃຈໃນການດຶງດູດ ແລະ ນຳໃຊ້ບຸກຄະລາກອນທີ່ມີຄວາມສາມາດທັງພາຍໃນ ແລະ ຕ່າງປະເທດ.

      ກອງປະຊຸມໄດ້ປະກອບຄຳເຫັນຕໍ່ຮ່າງມະຕິດັ່ງກ່າວ ທີ່ມີເນື້ອໃນເປັນປະໂຫຍດ, ໃຫ້ຄະນະຮັບຜິດຊອບນໍາໄປຄົ້ນຄວ້າ ແລະ ປັບປຸງຮ່າງມະຕິໃຫ້ມີຄວາມຮັດກຸມ, ຮອບດ້ານ, ມີພື້ນຖານທາງວິຊາການ ແລະ ມີຄວາມເປັນໄປໄດ້ສູງໃນການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ໄດ້ເນ້ັນໃຫ້ກໍານົດບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃຫ້ຊັດເຈນຄວບຄູ່ກັບກົນໄກຕິດຕາມ, ກວດກາ ແລະ ປະເມີນຜົນເພ່ືອສາມາດນໍາໄປປະຕິບັດໃຫ້ບັນລຸຜົນຢ່າງເປັນຮູບປະທຳ, ເພ່ືອຮອງຮັບການພັດທະນາປະເທດ ຢ່າງຍືນຍົງ, ມີຄວາມສາມາດແຂ່ງຂັນ ແລະ ສອດຄ່ອງກັບທິດທາງການພັດທະນາໃນຍຸກໃໝ່.

      ໃນຕອນທ້າຍ, ປະທານກອງປະຊຸມໄດ້ເນັ້ນໜັກວ່າບັນດາຄຳເຫັນຂອງສະພາທິດສະດີສູນກາງພັກ ແມ່ນມີເນື້ອໃນທີ່ເລິກເຊິ່ງ, ອີງໃສ່ແນວທາງຂອງພັກ, ຫລັກການ, ພຶດຕິກຳຕົວຈິງ. ບັນດາຄຳເຫັນດັ່ງກ່າວຈະເປັນຂໍ້ມູນສຳຄັນໃຫ້ຄະນະຮ່າງມະຕິນຳໄປສັງລວມ, ຄົ້ນຄວ້າ ແລະ ປັບປຸງຮ່າງມະຕິໃຫ້ມີຄວາມສົມບູນຍິ່ງຂຶ້ນ.  

           ພາບ: ແສງຈັນ

KPL

ຂ່າວອື່ນໆ

ads
ads

Top