ລາວ-ຫວຽດນາມ ຮ່ວມສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5ປີ

01/08/2026 10:12
Email Print 1503
ຂປລ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງ ນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ແລະ ກໍ່ສ້າງ ນະຄອນ ໂຮ່ຈີ່ມິງ ສສ ຫວຽດນາມ ໃນການ ຈັດຕັ້ງປະຕິບັດໂຄງການເພດສຶກ ສາ ແລະ ທັກສະການປ້ອງກັນ ການລ່ວງລະເມີດທາງເພດສຳລັບ ເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວໃນວັນທີ 28 ກໍລະກົດ 2026 ຢູ່ກະຊວງ ສສກ
 ໂດຍການ ຮ່ວມລົງນາມລະຫວ່າງທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການ ສຶກສາກ່ອນໄວຮຽນ ກະຊວງສຶກ ສາທິການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ (Tran Thi Que Chi) ຮອງຫົວໜ້າສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ, ມີທ່ານ ຫລ້າວັນ ວົງຄຳສານ ຫົວໜ້າຫ້ອງການກະ ຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນ ໂຮ່ຈີ່ມິງ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມເປັນສັກຂີພິ ຍານ ຊຶ່ງໂຄງການດັ່ງກ່າວມີໄລຍະ ການຈັດຕັ້ງປະຕິບັດ 5 ປີ 9 ເດືອນ (2026-2031). ທ່ານ ຫລ້າວັນ ວົງຄຳສານ ໄດ້ ກ່າວວ່າ: ຫລັກສູດ ERA Kids ສຳລັບເດັກອາຍຸ 3-5 ປີ ຖືເປັນ ຫລັກສູດທີ່ທັນສະໄໝ ແລະ ມີເນື້ອ ໃນອັນໃໝ່ ທີ່ຈະນຳມາເຊື່ອມສານ ເຂົ້າໃນການຮຽນ-ການສອນຊັ້ນ ອະນຸບານສຶກສາໃນຂອບເຂດທົ່ວ ປະເທດ. ສິ່ງນີ້ຮຽກຮ້ອງໃຫ້ທຸກ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດຄູ ສອນ ແລະ ຜູ້ດູແລເດັກ ຕ້ອງໄດ້ ພ້ອມກັນທົບທວນ, ແປ ແລະ ຮຽບ ຮຽງເນື້ອໃນໃຫ້ສອດຄ່ອງກັບ ຫລັກສູດແຫ່ງຊາດ ເພື່ອເສີມສ້າງ ທັກສະຊີວິດປະຈຳວັນ ແລະ ປົກ ປ້ອງເດັກນ້ອຍລາວໃນຍຸກດີຈິຕອນ. ໃນໂອກາດນີ້, ຄະນະນຳທັງ 2 ຝ່າຍໄດ້ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນໃນການຮ່ວມມືຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນ ເຂົ້າໃນການຍົກສູງຄຸນນະພາບ ການສຶກສາກ່ອນໄວຮຽນ, ເປັນ ບາດກ້າວບຸກທະລຸໃນການພັດທະ ນາຊັບພະຍາກອນມະນຸດຂັ້ນພື້ນ ຖານ, ທັງເປັນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງ ຂະໜົງແກນຕະຫລອດໄປ. ຂ່າວ-ຂ່າວ: ສົງການ ພັນແພງດີ
KPL

ຂ່າວອື່ນໆ

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

    • ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ອຸດົມໄຊ ແຈ້ງເຕືອນໄພນ້ຳຖ້ວມ

      8/14/2026 12:28:57 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.

    • ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງວັດທະນະທຳ-ສັງຄົມ

      ນ້ຳຖ້ວມກະທັນຫັນເຮັດໃຫ້ເຮືອນຂອງປະຊາຊົນຢູ່ບ້ານນ້ຳດີ ຖືກນ້ຳພັດໄຫລ 5 ຫລັງ

      8/14/2026 12:24:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເນື່ອງຈາກ ເກີດນ້ຳຖ້ວມກະທັນຫັນ ຢູ່ບ້ານນ້ຳດີ ແລະ ບ້ານປ່າປົວະ ເມືອງຫລວງນ້ຳ ທາ ຊຶ່ງເຫດການນ້ຳຖ້ວມດັ່ງກ່າວ ແມ່ນເກີດຂຶ້ນພາຍຫລັງທີ່ມີຝົນຕົກ ໜັກຕິດຕໍ່ກັນ ແຕ່ຄ່ຳຄືນຂອງວັນທີ 10 ສິງຫາ 2026 ຈົນຮອດເວລາ 5:00 ໂມງເຊ້ົາ ຂອງວັນທີ 11 ສິງຫາ ເຮັດໃຫ້ມວນນ້ຳປ່າໄຫລຊຸ ເຂົ້າຖ້ວມບ້ານນ້ຳດີຢ່າງກະທັນຫັນ.

    • ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທວັດທະນະທຳ-ສັງຄົມ

      ຄະນະສະເພາະກິດກະຊວງປ້ອງກັນຄວາມສະຫງົບ ມອບຜູ້ຖືກຫາເປີດເວັບພະນັນອອນລາຍ ໃຫ້ທາງການໄທ

      8/12/2026 10:54:54 AM

      ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.

ads
ads

Top