ຂປລ
ອົງການດ່ານພາສີ ສະຫະລັດ ອາເມລິກາ ໄດ້ຄືນເງິນພາສີທີ່ຮຽກ ເກັບກ່ອນໜ້ານີ້ ພາຍໃຕ້“ກົດໝາຍວ່າດ້ວຍອຳນາດ ດ້ານເສດຖະກິດ ສຸກເສີນສາກົນ” ຂອງ ສ.ອາເມລິກາ ໄປແລ້ວ ປະມານ 100 ຕື້ໂດລາສະຫະລັດ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 4 ສິງຫານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງ ດິນແດນ ສະຫະລັດ ອາເມລິກາ ໄດ້ເຜີຍແຜ່ຕົວເລກ ຕໍ່ສານການຄ້າສາກົນຂອງ ສ.ອາເມລິກາວ່າ:ອົງການດ່ານພາສີ ສະຫະລັດ ອາເມລິກາ ໄດ້ຄືນເງິນພາສີທີ່ຮຽກ ເກັບກ່ອນໜ້ານີ້ ພາຍໃຕ້“ກົດໝາຍວ່າດ້ວຍອຳນາດ ດ້ານເສດຖະກິດ ສຸກເສີນສາກົນ” ຂອງ ສ.ອາເມລິກາ ໄປແລ້ວ ປະມານ 100 ຕື້ໂດລາສະຫະລັດ. ນັບມາຮອດປັດຈຸບັນ,ຈຳນວນເງິນພາສີ ທີ່ໄດ້ຄືນແລ້ວ ມີປະມານ 60% ຂອງຂອງພາສີ 165 ຕື້ໂດລາສະຫະລັດ ທີ່ລັດຖະບານທຣຳ ໄດ້ຮຽກ ເກັບ ພາຍໃຕ້ກົດໝາຍດັ່ງກ່າວ. ເດືອນກຸມພາປີນີ້, ສານສູງສຸດ ສະຫະລັດ ອາເມລິກາ ໄດ້ຕັດສິນວ່າ: “ກົດໝາຍ ວ່າດ້ວຍ ອຳນາດດ້ານເສດຖະກິດ ສຸກເສີນສາກົນ” ບໍ່ມອບອຳນາດໃຫ້ ປະທານາທິບໍດີ ເກັບພາສີຂະໜາດໃຫຍ່./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL