ສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້

05/08/2026 09:41
ຂປລ ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນວັນທີ 3 ສິງຫາ 2026 ໂດຍການເປັນປະທານຂອງທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ, ໃຫ້ກຽດເຂົ້າຮ່ວມ.

     ຂປລ.  ໂດຍທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ບັນຫາຫົວໜ້າກົມ, ຮອງກົມ, ຮອງຫົວໜ້າພະແນກການອ້ອມຂ້າງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ຫົວໜ້າຫ້ອງການ ອຄ ເມືອງ ເຂົ້າຮ່ວມ.

     ທ່ານ ນາງ ທັດດາວອນ ສີກະເສີມຄ່ຽມ ຮອງຫົວໜ້າພະແນກ ອຄ ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຂອງພະແນກອຸດສາຫະກຳ ແລະ ການຄ້າ ນວ ໃນໄລຍະຜ່ານມາ ຊຶ່ງໄດ້ເອົາໃຈໃສ່ຕິດຕາມ ແລະ ກວດກາໃນ 3 ຂອບເຂດສໍາຄັນພາຍໃນປະເທດ ຕາມດໍາລັດວ່າດ້ວຍກັານກວດກາການຄ້າກໍານົດຄື: ການຄ້າສິນຄ້າ ແລະ ລາຄາທ່ີລະເມີດລະບຽບການຄຸ້ມຄອງການຄ້າ, ການດຳເນີນທຸລະກິດໂດຍບ່ໍມີທະບຽນວິສາຫະກິດ ແລະ ການຄ້າສິນຄ້ານອກລະບົບ, ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ ໃນການດຳເນີນທຸລະກິດຂອງຫົວໜ່ວຍຜູ້ປະກອບການ ໃຫ້ມີຄວາມປອດໄພຂອງຜູ້ຊົມໃຊ້, ສົ່ງເສີມການຜະລິດພາຍໃນ, ການນຳເຂົ້າ, ການຈຳໜ່າຍສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ, ຊຸກຍູ້ການດຳເນີນການຄ້າທາງເອເລັກໂຕຣນິກໃຫ້ເຂົ້າສູ່ລະບົບຄຸ້ມຄອງຂອງລັດ. ນອກຈາກວຽກວິຊາສະເພາະ ແລ້ວຍັງໄດ້ເຂົ້າຮ່ວມແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ ນວ ເປັນຕົ້ນວຽກງານຈັດສັນຄວາມບ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ, ວຽກງານການ ແກ້ໄຂການຊື້-ຂາຍໂລຫະເສດ ແລະ ວຽກງານແກ້ໄຂສຽງເນື່ອງນັ່ນ. ຜ່ານການຈັດຕັ້ງປະຕິບັດສາມາດ ປະຕິບັດມາດຕະການຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການຄື: ຂັ້ນ ພະແນກໄດ້ກວດກາການດຳເນີນ ທຸລະກິດທັງໝົດ 86 ຫົວໜ່ວຍທຽບໃສ່ແຜນປະຈຳປີ 2026 ຈໍາ ນວນ 432 ຫົວໜ່ວຍປະຕິບັດໄດ້ 19,99% ຂອງແຜນການ (ບ່ໍສາມາດປະຕິບັດໄດ້ຕາມແຜນເນື່ອງຈາກມີຄວາມຈຳເປັນແກ້ໄຂວຽກງານປິ່ນອ້ອມໃນໄລຍະຮີບດ່ວນ). ໃນນີ້, ພົບເຫັນການລະເມີດ 33 ຫົວໜ່ວຍ, ສາມາດປັບໃໝລວມເປັນ ມູນຄ່າ 351 ລ້ານກີບ, ກໍລະນີລະເມີດຫລາຍກວ່າໝູ່ແມ່ນການ ດຳເນີນທຸລະກິດທ່ີລະເມີດລະບຽບການຄຸ້ມຄອງການຄ້າ, ຕໍ່ມາແມ່ນດຳເນີນທຸລະກິດທີ່ບໍ່ມີໃບທະບຽນວິສາຫະກິດ ແລະ ສິນຄ້ານອກລະບົບ. ໃນນີ້, ໄດ້ແກ້ໄຂໄສ້ໝູນໍາເຂ້ົາບ່ໍຖືກຕ້ອງຕາມລະບຽບ 10 ໂຕນ ຊຶ່ງໄດ້ນຳເອົາຕົວຢ່າງໄປກວດກາຜົນກວດສາມາດບໍລິໂພກໄດ້ ຈ່ຶງໄດ້ປະຕິບັດມາດຕະການປັບໃໝຕາມລະບຽບການ, ສາມາດກວດຢຶດຢາສູບນອກລະບົບ 446 ຕຸດ ແລະ ເບຍນໍາເຂົ້າບໍ່ຖືກຕ້ອງ 1.068 ແກັດ, ມູນຄ່າ 211 ລ້ານກວ່າກີບ, ຢຶດໝາກກະໂພກ, ບັ້ງໄຟພຸ ໃນໄລຍະບຸນປີໃໝ່ສາກົນ, ປີໃໝ່ຂອງຊາວຈີນ ແລະ ຫວຽດນາມ 19 ກິໂລ ມູນຄ່າ 1.900.000 ກີບ, ໄດ້ສຳເລັດການຈັດພິທີທຳລາຍສິນຄ້ານອກລະບົບ ທີ່ລະເມີດຕໍ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງລວມມູນຄ່າທຳ ລາຍ 111.900.000 ກີບ ແລະ ຂັ້ນເມືອງໄດ້ກວດກາການດຳເນີນທຸລະກິດທັງໝົດ 670 ຫົວໜ່ວຍ ແລະ 27 ຕະຫລາດພົບເຫັນຜູ້ລະເມີດ 23 ຫົວໜ່ວຍ, ໄດ້ປັບໃໝ ລວມມູນຄ່າ 46.700.000 ກີບ ກໍລະນີລະເມີດຫລາຍກວ່າໝູ່ແມ່ນການດຳເນີນທຸລະກິດທີ່ບໍ່ມີໃບທະບຽນວິສາຫະກິດ, ຫລຸດລົງມາແມ່ນບ່ ຕິດສະຫລາກເປັນພາສາລາວ, ໄດ້ກັກ-ຢືດສິນຄ້ານຳເຂົ້ານອກລະບົບເປັນຕົ້ນເບຍນຳເຂົ້າບໍ່ຖືກຕ້ອງ 40 ແກັດ, ຜ້າອະນາໄມ 18 ແກັດ, ຢາ ສູບ 21 ຕຸດ, ໝາກກະໂພກ, ບັ້ງພຸ, ດອກໄມ້ໄຟ 15,5 ກິໂລ.

    ນອກນ້ີ, ກອງປະຊຸມຍັງໄດ້ຮັບຟັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ, ທິດທາງແຜນການຈຸດສຸມໃນ 6 ເດືອນທ້າຍປີ 2026, ຂໍ້ສະເໜີ ແລະ ການປະກອບຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມ ໂດຍສະເພາະບັນດາຫົວໜ້າຫ້ອງການ ອຄ ເມືອງ ຕື່ມອີກ.   

ຂໍ້້ມູນ-ພາບ: ໜັງສືພິມວຽງຈັນໃໝ່ 

KPL

ຂ່າວອື່ນໆ

ads
ads

Top