ປະກາດແຕ່ງຕັ້ງປະທານ, ຮອງປະທານຄະນະ ສສຊ ແຂວງອຸດົມໄຊ

05/08/2026 09:34
ຂປລ ພິທີປະກາດແຕ່ງຕ້ັງປະທານ, ຮອງປະທານ ແລະ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 4 ສິງຫາ 2026 ທີ່ແຂວງອຸດົມໄຊ.

       ຂປລ. ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານຄະນະປະຈຳສະພາແຫ່ງຊາດ, ມີທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ ພ້ອມດ້ວຍຄະນະກຳມະການປົກຄອງແຂວງ, ເມືອງ,  ສສຊ ແຂວງອຸດົມໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ລາຍງານສະພາບລວມຂອງແຂວງລວມເຖິງການເຄື່ອນໄຫວວຽກງານຕາມພາລະບົດບາດ ນັບຕັ້ງແຕ່ກອງປະຊຸມຄັ້ງປະຖົມມະລືກມາເຖິງປັດຈຸບັນ. ວຽກງານດັ່ງກ່າວແມ່ນໄດ້ສຸມໃສ່ຢ່າງຕ້ັງໜ້າໂດຍສະເພາະໃນດ້ານນິຕິບັນຍັດ, ດ້ານການຕົກລົງບັນຫາສຳຄັນຂອງຊາດ, ດ້ານການຕິດຕາມ, ກວດກາ, ການລົງພົບປະຜູ້ມີສິດເລືອກຕັ້ງພ້ອມທັງໄດ້ວາງທິດທາງແຜນການໃນຕໍ່ໜ້າ. 

     ພ້ອມດຽວກັນນີ້, ຄະນະຮັບຜິດຊອບກໍໄດ້ຜ່ານມະຕິຂອງຄະນະປະຈຳ ສະພາແຫ່ງຊາດ ສະບັບເລກທີ 184/ຄປຈ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໂດຍຕົກລົງແຕ່ງຕ້ັງທ່ານ ບຸນຄົງ ຫລ້າຈຽມພອນ ເປັນປະທານ; ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ເປັນຮອງປະທານ; ສ່ວນຄະນະກຳມະການປະກອບມີ: ທ່ານ ນາງ ວິລະວອນ ພັນທະວົງ, ທ່ານ ແກ້ວຈະເລີນ ເຊ່ຍຍ່ິງຢ່າງ, ທ່ານ ດຣ ນາງ ສີດທິວອນ ຫົງສາຄອນ, ທ່ານ  ຄອນສີ ໄຊຍະມອນ, ທ່ານ ນາງ ມະນີຈູ ຢາຈົງວາ ແລະ ທ່ານ ພທ ແກ້ວວິເສດ ລຸກສອນນ້ອຍ. 

    ໃນໂອກາດນ້ີ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ກ່າວຍ້ອງຍໍສັນລະເສີນຕໍ່ຜົນສຳເລັດທີ່ຄະນະຍາດມາໄດ້ໃນໄລຍະຜ່ານມາ ກໍຄືໃນໄລຍະ 6 ເດືອນຕົ້ນປີ 2026. ພ້ອມໄດ້ເນັ້ນໜັກໃຫ້ທຸກພາກສ່ວນສືບຕ່ເອົາໃຈໃສ່ແກ້ໄຂຕໍ່ບາງບັນຫາທີ່ຍັງຄົງຄ້າງສຳຄັນທ່ີສຸດແມ່ນການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດໜ້າທ່ີການເມືອງອັນໃຫຍ່ຫລວງ ແລະ ມີກຽດສະຫງ່າໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

      ຂ່າວ: ແສງອາທິດ

KPL

ຂ່າວອື່ນໆ

ads
ads

Top