ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ເພ່ືອ ສຶກສາສຳຫລວດ-ອອກແບບ ຟື້ນ ຟູ ແລະ ບູລະນະຮັກສາສ້ອມແປງ ທາງຫລວງແຫ່ງຊາດເລກທີ 3 (R3) ຈັດຂຶ້ນໃນວັນທີ 30 ກໍລະ ກົດ 2026 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຕາງໜ້າ ເຊັນໂດຍ ທ່ານ ວົງ ເພັດ ສຸຂະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ກັບ ທ່ານ ນາງ ວຽງຄອນ ສິດສຸວົງ ປະທານ ບໍລິສັດ ໂຊກມຸງຄຸນ ການຄ້າ ແລະ ການລົງ ທຶນ ຈຳກັດຜູ້ດຽວ, ມີ ທ່ານ ພົຈວ ສຸກພະຈັນ ສີລາເພັດ ປະທານ ຄະນະ ກຳມະການປົກຄອງ ແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສົມອົກ ມະນີຈັນ ຮອງ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວ ໄດ້ຜ່ານຂໍ ຕົກລົງ ຂອງຄະນະກຳມະການປົກ ຄອງແຂວງ ວ່າດ້ວຍການເຫັນດີຮັບຮອງເອົາ ບໍລິສັດໂຊກມຸງຄຸນ ການຄ້າ ແລະ ລົງທຶນ ຈໍາກັດຜູ້ດຽວ ຜູ້ມີເງື່ອນໄຂຄົບຖ້ວນ ທີ່ຜ່ານການ ຄັດເລືອກສຶກສາຄວາມເປັນໄປໄດ້ ສໍາຫລວດ-ອອກແບບຟື້ນຟູ ແລະ ບູລະນະຮັກສາສ້ອມແປງ ທາງ ຫລວງແຫ່ງຊາດເລກທີ 3 (R3) ຕອນທາງແຕ່ ຫ້ວຍກະລົກ ຫາ ຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 4 (ຫ້ວຍຊາຍ-ຊຽງຂອງ) ມີ ຄວາມຍາວທັງໝົດ 44 ກິໂລແມັດ. ພ້ອມທັງຜ່ານບົດລາຍງານປະຫວັດຄວາມເປັນມາຂອງໂຄງການ ສະພາບເສັ້ນທາງດັ່ງກ່າວແມ່ນເປ່ ເພ ເຮັດໃຫ້ການສັນຈອນມີຄວາມ ຫຍຸ້ງຍາກ ເພື່ອເປັນການສືບຕ່ ສົ່ງເສີມພັດທະນາພື້ນຖານໂຄງລ່າງ ໃຫ້ຮັບປະກັນເປັນເສ້ັນທາງເຊື່ອມ ໂຍງ-ເຊື່ອມຈອດໃນພາກເໜືອ ດ້ານ ຄົມມະນາຄົມຂົນສົ່ງສິນຄ້າເຊື່ອມ ຕໍ່ ລະຫວ່າງ ຂົງເຂດກັບພາກພື້ນ ເພ່ືອສ່ົງເສີມການຄ້າ, ການບໍລິຫານ ແລະ ການລົງທຶນພາຍໃນປະເທດ ໃກ້ຄຽງ ເພື່ອຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ໂຄງການສຶກສາສຳຫລວດ ດັ່ງກ່າວ ຖືເປັນບາດກ້າວສຳຄັນ ໃນການຍົກລະດັບ ແລະ ບູລະນະ ເສັ້ນທາງສາຍຫລັກ R3 ໃຫ້ມີ ຄວາມສະດວກ, ປອດໄພ ແລະ ໄດ້ ມາດຕະຖານ ເພື່ອຮອງຮັບການຂົນ ສົ່ງ, ການທ່ອງທ່ຽວ ແລະ ການຂະ ຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ຂອງແຂວງບໍ່ແກ້ວ ກໍຄືການ ເຊື່ອມໂຍງກັບບັນດາປະເທດເພື່ອນ ບ້ານໃຫ້ມີຄວາມຄ່ອງຕົວດີຂຶ້ນ.
ຂ່າວ: ເງິນຫລົງ ຈິດພູວົງ
KPL