ຂປລ
ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ຈັດປາ ຖະກະຖາຫວນຄືນມູນເຊື້ອ ແລະ ການເຄື່ອນໄຫວຂອງທ່ານ ປະທານ ສຸພານຸວົງ ໃນໂອກາດວັນເກີດ ຄົບຮອບ 117 ປີ (13/7/ 1909- 13/7/2026), ວັນສົນທິສັນຍາ ມິດຕະພາບການຮ່ວມມື ລາວຫວຽດນາມ ຄົບຮອບ 49 ປີແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ໃນວັນທີ 31 ກໍລະກົດ 2026 ນີ້
ໂດຍການເຜີຍແຜ່ຂອງ ທ່ານ
ຄຳເພັດ ສົມວໍລະຈິດ ຄະນະປະຈຳ
ພັກ, ຮອງຫົວໜ້າອົງການໄອຍະ
ການປະຊາຊົນສູງສຸດ, ມີບັນດາຄະ
ນະບໍລິຫານງານພັກ, ຄະນະໜ່ວຍ
ພັກ, ຄະນະນໍາກົມ, ຫ້ອງການ, ບັນ
ດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກ
ອົບຮົມໄອຍະການພ້ອມດ້ວຍຄະນະ
ພະແນກ ເຂົ້າຮ່ວມ.
ທ່ານ ຄຳເພັດ ສົມວໍລະຈິດ ໄດ້
ຫວນຄືນຊີວິດການເຄື່ອນໄຫວ
ແລະ ຜົນງານທີ່ພົ້ນເດັ່ນຂອງທ່ານ
ປະທານ ສຸພານຸວົງ ໂດຍຫຍໍ້ວ່າ:
ປະທານ ສຸພານຸວົງ ໄດ້ເຂົ້າສຶກສາ
ຊັ້ນປະຖົມຢູ່ຫລວງພະບາງ, ຊັ້ນມັດ
ທະຍົມຢູ່ນະຄອນຫລວງຮ່າໂນ້ຍ
ສສ ຫວຽດນາມ ແລະ ສຶກສາຕໍ່
ລະດັບປະລິນຍາຕີ ສາຂາວິສະວະ
ກຳກໍ່ສ້າງ ແລະ ຂົວທາງຢູ່ນະຄອນຫລວງປາລີ ປະເທດຝຣັ່ງ, ໄດ້
ເຂົ້າຮ່ວມບັນດາຂະບວນການຕໍ່ສູ້
ຢ່າງພິລະອາດຫານຕ້ານຈັກກະພັດ
ພວກລ່າເມືອງຂຶ້ນແບບເກົ່າ ແລະ
ແບບໃໝ່. ປະທານ ສຸພານຸວົງ
ເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່
ອຸດົມການປະຕິວັດຢ່າງເດັດຂາດ,
ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍາ
ນົນຍາມໃດກໍໄດ້ຍົກສູງສະຕິເປັນ
ເຈົ້າຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ,
ເອື້ອເຟື້ອຮັກແພງມິດສະຫາຍຢ່າງ
ຈິງໃຈ; ມີທັດສະນະຫລັກໝັ້ນອັນ
ໜັກແໜ້ນ ແລະ ນໍ້າໃຈເສຍສະລະ
ອັນສູງສົ່ງເພື່ອຊາດເພື່ອປະຊາຊົນ;
ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ
ແລະ ເຄົາລົບຮັກຂອງປະຊາຊົນ
ລາວບັນດາເຜົ່າ, ທ່ານໄດ້ອຸທິດໝົດ
ຈິດໝົດໃຈ, ໝົດທຸກຄວາມສາມາດ
ແລະ ຫົວຄິດປະດິດສ້າງຂອງຕົນ
ໃຫ້ແກ່ພາລະກິດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ ເພື່ອ
ເອກະລາດ, ອະທິປະໄຕຂອງຊາດ
ແລະ ຄວາມສົມບູນພູນສຸກຂອງ
ປະຊາຊົນລາວບັນດາເຜົ່າ.
ທ່ານ ຄຳເພັດ ສົມວໍລະຈິດ
ຍັງໄດ້ຍົກໃຫ້ເຫັນຄວາມໝາຍ,
ຄວາມສຳຄັນຂອງວັນສົນທິສັນຍາ
ມິດຕະພາບການຮ່ວມມື ລາວຫວຽດນາມ ຄົບຮອບ 49 ປີ ແລະ
ວັນສ້າງຕັ້ງສາຍພົວພັນການທູດ
ລາວ-ຫວຽດນາມ ຄົບຮອບ 64 ປີ
ເພື່ອໃຫ້ພະນັກງານ-ລັດຖະກອນ
ແລະ ຄະນະນຳພາຍໃນ ອອປສ ໄດ້
ເຂົ້າໃຈ ແລະ ເຊື່ອມຊຶມເຖິງຄຸນຄ່າ
ອັນສຳຄັນຂອງສາຍພົວພັນ ລາວຫວຽດນາມ ທີ່ມີມາຢ່າງຍາວນານ
ແລະ ມີຄວາມພິເສດ.
ການຈັດປາຖະກະຖາໃນຄັ້ງນີ້,
ເປັນກິດຈະກຳສຳຄັນເພື່ອຫວນຄືນ
ແລະ ເຊີດຊູຄຸນງາມຄວາມດີ ແລະ
ຜົນງານຂອງປະທານ ສຸພານຸວົງ
ທີ່ໄດ້ອຸທິດຕົນໃຫ້ແກ່ພາລະກິດ
ປະຕິວັດ ແລະ ປະເທດຊາດ, ທັງ
ເປັນການສືບຕໍ່ປູກຝັງຈິດສຳນຶກ,
ອຸດົມການ, ຄຸນທາດການເມືອງ
ແລະ ຈິດໃຈຮັກຊາດໃຫ້ແກ່ພະນັກ
ງານ-ລັດຖະກອນ ເພື່ອນຳເອົາບົດ
ຮຽນ ແລະ ແບບຢ່າງອັນດີງາມມາ
ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່
ແລະ ພາລະກິດຂອງຕົນໃຫ້ມີປະສິດທິຜົນ.
ຂ່າວ: ອອປສ
KPL